ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸເມື່ອພິຈາຣະນາ ຍ່ອມ ພິຈາຣະນາຊະນິດທີ່ເປັນການພິຈາຣະນາໃນພາຍໃນ ວ່າ : “ທຸກຂ໌ມີຢ່າງບໍ່ແມ່ນໜ້ອຍ ນານາປະການ ຍ່ອມເກີດຂຶ້ນໃນໂລກ ກ່າວຄື ຊະຣາມໍຣະນະ ໃດແລ ; ທຸກຂ໌ນີ້ໜໍ ມີອັນໃດເປັນເຫຕໃຫ້ເກີດ ມີອັນໃດເປັນເຄື່ອງກໍ່ໃຫ້ເກີດ ມີອັນໃດເປັນເຄື່ອງກໍາເນີດ ມີອັນໃດເປັນແດນເກີດ ? ເພາະອັນໃດມີ ຊະຣາມໍຣະນະຈຶ່ງມີ ?” ດັ່ງນີ້. ພິກຂຸນັ້ນ ພິຈາຣະນາຢູ່ ຍ່ອມຮູ້ ແນວນີ້ວ່າ : “ທຸກຂ໌ມີຢ່າງບໍ່ແມ່ນໜ້ອຍ ນານາປະການ, ຍ່ອມເກີດຂຶ້ນໃນໂລກ ກ່າວຄື ຊະຣາມໍຣະນະໃດແລ ; ທຸກຂ໌ນີ້ໜໍ ມີອຸປະທິເປັນເຫຕໃຫ້ເກີດ ມີອຸປະທິເປັນເຄື່ອງກໍ່ໃຫ້ເກີດ ມີອຸປະທິເປັນເຄື່ອງກໍາເນີດ ມີອຸປະທິເປັນແດນເກີດ ;

໙໗໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ເພາະອຸປະທິມີ ຊະຣາມໍຣະນະຈຶ່ງມີ ເພາະອຸປະທິບໍ່ມີ ຊະຣາມໍຣະນະຈຶ່ງບໍ່ມີ ;” ດັ່ງນີ້. ພິກຂຸນັ້ນ ຍ່ອມຮູ້ແຈ້ງ ຊຶ່ງຊະຣາມໍຣະນະດ້ວຍ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດໃຫ້ສັຕບັນລຸເຖິງຊຶ່ງທັມ ອັນສົມຄວນແກ່ຄວາມດັບບໍ່ເຫຼືອ ແຫ່ງຊະຣາມໍຣະນະດ້ວຍ ແລະ ເປັນຜູ່ປະຕິບັຕແລ້ວ ຢ່າງສົມຄວນແກ່ທັມດ້ວຍ. ພິກຂຸ ທ. ! ພິກຂຸນີ້ເຮົາເອີ້ນວ່າ ເປັນຜູ່ປະຕິບັຕ ເພື່ອຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ກ່າວຄື ເພື່ອຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ໂດຍປະການທັງປວງ.

ພິກຂຸ ທ. ! ຂໍ້ອື່ນຍັງມິອີກ : ພິກຂຸເມື່ອພິຈາຣະນາ ຍ່ອມ ພິຈາຣະນາ ຊະນິດທີ່ເປັນການພິຈາຣະນາພາຍໃນ ວ່າ : “ກໍອຸປະທິນີ້ມີອັນໃດເປັນເຫຕໃຫ້ເກີດ ມີອັນໃດເປັນເຄື່ອງກໍ່ໃຫ້ເກີດ ມີອັນໃດເປັນເຄື່ອງກໍາເນີດ ມີອັນໃດເປັນແດນເກີດ ? ເພາະອັນໃດມີ ອຸປະທິຈຶ່ງມີ ເພາະອັນໃດບໍ່ມີ ອຸປະທິຈຶ່ງບໍ່ມີ ?” ດັ່ງນີ້. ພິກຂຸນັ້ນ ພິຈາຣະນາຢູ່ ຍ່ອມຮູ້ ແນວນີ້ວ່າ “ອຸປະທິນີ້ ມີຕັນຫາເປັນເຫຕໃຫ້ເກີດ ມີຕັນຫາເປັນເຄື່ອງກໍ່ໃຫ້ເກີດ ມີຕັນຫາເປັນເຄື່ອງກໍາເນີດ ມີຕັນຫາເປັນແດນເກີດ ; ເມື່ອຕັນຫາມີອຸປະທິຈຶ່ງມີ ເມື່ອຕັນຫາບໍ່ມີ ອຸປະທິຈຶ່ງບໍ່ມີ ;” ດັ່ງນີ້. ພິກຂຸນັ້ນ ຍ່ອມຮູ້ແຈ້ງ ຊຶ່ງອຸປະທິດ້ວຍ ຊຶ່ງເຫຕໃຫ້ຂຶ້ນແຫ່ງອຸປະທິດ້ວຍ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປະທິດ້ວຍ ຊຶ່ງຂໍ້ປະຕະບັດເຄື່ອງເຮັດໃຫ້ສັຕບັນລຸເຖິງຊຶ່ງທັມ ອັນສົມຄວນແກ່ຄວາມດັບບໍ່ເຫຼືອ ແຫ່ງອຸປະທິດ້ວຍ ແລະ ເປັນຜູ່ປະຕິບັຕແລ້ວ ຢ່າງສົມຄວນແກ່ທັມດ້ວຍ. ພິກຂຸ ທ. ! ພິກຂຸນີ້ເຮົາເອີ້ນວ່າ ເປັນຜູ່ປະຕິບັຕເພື່ອຄວາມດັບສິ້ນທຸກຂ໌ ໂດຍຖືກຕ້ອງ ກ່າວຄື ເພື່ອຄວາມດັບບໍ່ເຫຼືອແຫ່ງອຸປະທິ ໂດຍປະການທັງປວງ.

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ; ພິກຂຸເມື່ອພິຈາຣະນາ ຍ່ອມ ພິຈາຣະນາຊະນິດທີ່ເປັນການພິຈາຣະນາໃນພາຍໃນວ່າ “ກໍຕັນຫານີ້ ເມື່ອຈະເກີດຍ່ອມເກີດຂຶ້ນຢູ່ບ່ອນໃດ ? ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ບ່ອນໃດ ?” ດັ່ງນີ້.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໗໗

ພິກຂຸນັ້ນ ພິຈາຣະນາຢູ່ ຍ່ອມຮູ້ ແນວນີ້ວ່າ ສິ່ງໃດມີພາວະເປັນທີ່ຮັກ ເປັນທີ່ຍິນດີ (ປີຢະຮູບສາຕະຮູບ) ໃນໂລກ ; ຕັນຫານີ້ ເມື່ອຈະເກີດຍ່ອມເກີດຂຶ້ນໃນສິ່ງນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນສິ່ງນັ້ນ. ກໍສິ່ງໃດມີພາວະເປັນທີ່ຮັກ ເປັນທີ່ຍິນດີໃນໂລກ ? ຈັກຂຸ ມີພາວະເປັນທີ່ຮັກ ເປັນທີ່ຍິນດີໃນໂລກ. ໂສຕະ ... ຄານະ ... ຊິວຫາ ... ກາຢະ ... ມະນະ ມີພາວະເປັນທີ່ຮັກ ເປັນທີ່ຍິນດີໃນໂລກ. ຕັນຫານີ້ເມື່ອຈະເກີດຂຶ້ນ ຍ່ອມເກີດຂຶ້ນໃນທັມມີພາວະໜ້າຮັກໜ້າຍິນດີເຫຼົ່ານີ້, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນທັມ ມີພາວະໜ້າຮັກໜ້າຍິນດີເຫຼົ່ານີ້.

(ຕໍ່ຈາກນີ້ ໄດ້ຕຣັດເຖິງບຸຄຄົນບາງພວກໃນອະດີຕ ອະນາຄົຕ ແລະ ປັຈຈຸບັນ ເຫັນປີຍະຮູບສາຕະຮູບ ໂດຍຄວາມເປັນຂອງທ່ຽງ ຂອງສຸຂເປັນຕົ້ນ ແລ້ວເຮັດໃຫ້ຕັນຫາຈະເຣີນ ເຮັດໃຫ້ອຸປະທິຈະເຣີນ ທໍ່ກັບເຮັດໃຫ້ທຸກຂ໌ຈະເຣີນ ບໍ່ພົ້ນຈາກທຸກຂ໌ໄປໄດ້ ; ແລະ ໄດ້ຕຣັດຝ່າຍກົງກັນຂ້າມ ໂດຍປະຕິປັກຂະນັຍໄວ້ເປັນຄູ່ກັນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ