ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ວິນຍານາຫາຣ ເປັນສິ່ງທີ່ບຸຄຄົນຄວນເຫັນແນວໃດ ? ພິກຂຸ ທ. ! ປຽບ ເໝືອນພວກເຈົ້າໜ້າທີ່ ຈັບໂຈຣຜູ່ປະພຶຕຊົ່ວຮ້າຍໄດ້ແລ້ວ ສະແດງແກ່ພຣະຣາຊາວ່າ “ຂ້າແຕ່ສົມມຸຕຕິເທບ ! ບຸຣຸສນີ້ເປັນໂຈຣ ປະພຶຕຊົ່ວຮ້າຍຕໍ່ພະຍາເຈົ້າ ຂໍໃຫ້ພໍ່ພະຍາ ຈົ່ງໂຜດໃຫ້ລົງໂທດໂຈຣຜູ່ນີ້ ຕາມປະສົງເຖີ້ນ ຂ້ານ້ອຍ !” ພຣະຣາຊາມີພຣະດໍາລັດສັ່ງດັ່ງນີ້ວ່າ “ທ່ານຜູ່ຈະເຣີນທັງຫຼາຍ ! ທ່ານທັງຫຼາຍຈົ່ງໄປປະຫານບຸຣຸສນັ້ນ ດ້ວຍຫອກຮ້ອຍເຫຼັ້ມໃນເວລາເຊົ້ານີ້” ເຈົ້າໜ້າທີ່ເຫຼົ່ານັ້ນ ຈຶ່ງປະຫານນັກໂທດນັ້ນ ດ້ວຍຫອກຮ້ອຍເຫຼັ້ມໃນເວລາເຊົ້າ. ຕໍ່ມາໃນເວລາທ່ຽງວັນ ພຣະຣາຊາຊົງຊັກຖາມພວກເຈົ້າໜ້າທີ່ນັ້ນວ່າ
໙໗໔ ອະຣິຍະສັຈຈ໌ຈາກພຣະໂອຖະ
“ທ່ານຜູ່ຈະເຣີນທັງຫຼາຍ ! ບຸຣຸສນັ້ນເປັນແນວໃດແລ້ວ ?”. ພວກເຂົາຂາບທູນວ່າ “ຂ້າແຕ່ສົມມຸຕຕິເທບ ! ນັກໂທດນັ້ນຍັງມີຊີວິຕຢູ່ ຂ້ານ້ອຍ !”. ພຣະຣາຊາຊົງມີພຣະດໍາລັດສັ່ງ ດັ່ງນີ້ວ່າ “ທ່ານຜູ່ຈະເຣີນທັງຫຼາຍ ! ທ່ານທັງຫຼາຍຈົ່ງໄປປະຫານບຸຣຸສນັ້ນ ດ້ວຍຫອກຮ້ອຍເຫຼັ້ມໃນເວລາທ່ຽງ”. ພວກເຈົ້າໜ້າທີ່ເຫຼົ່ານັ້ນ ຈຶ່ງປະຫານນັກໂທດນັ້ນ ດ້ວຍຫອກຮ້ອຍເຫຼັ້ມໃນເວລາທ່ຽງ. ຕໍ່ມາໃນເວລາແລງ ພຣະຣາຊາຊົງຊັກຖາມພວກເຈົ້າໜ້າທີ່ນັ້ນອີກວ່າ “ທ່ານຜູ່ຈະເຣີນທັງຫຼາຍ ! ບຸຣຸສນັ້ນເປັນແນວໃດແລ້ວ ?”. ພວກເຂົາຂາບທູນວ່າ “ຍັງມີຊີວິຕຢູ່ ຂ້ານ້ອຍ !”. ພຣະຣາຊາຊົງມີພຣະດໍາລັດສັ່ງອີກວ່າ “ທ່ານຜູ່ຈະເຣີນທັງຫຼາຍ ! ທ່ານທັງຫຼາຍຈົ່ງໄປປະຫານບຸຣຸສນັ້ນ ດ້ວຍຫອກຮ້ອຍເຫຼັ້ມໃນເວລາແລງ”. ດັ່ງນີ້. ພວກເຈົ້າໜ້າທີ່ເຫຼົ່ານັ້ນ ຈຶ່ງປະຫານນັກໂທດນັ້ນ ດ້ວຍຫອກຮ້ອຍເຫຼັ້ມໃນເວລາແລງ.
ພິກຂຸ ທ. ! ພວກເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ; ບຸຣຸສນັກໂທດນັ້ນ ຖືກເຈົ້າໜ້າທີ່ປະຫານຢູ່ ດ້ວຍຫອກຮ້ອຍເຫຼັ້ມຕະຫຼອດວັນ ເຂົາຍ່ອມຈະສະເຫວີຍທຸກຂະ
ໂທມະນັສສະ ທີ່ມີຂໍ້ນັ້ນເປັນເຫຕ ແມ່ນຫຼືບໍ່ ? ພິກຂຸ ທ. ! ບຸຣຸສນັກໂທດນັ້ນ ຖືກພວກເຈົ້າໜ້າທີ່ປະຫານ ດ້ວຍຫອກພຽງເຫຼັ້ມດຽວ ກໍຍ່ອມຈະສະເຫວີຍທຸກຂະ ໂທມະນັສສະ ທີ່ມີຂໍ້ນັ້ນເປັນເຫຕ (ຫຼາຍຢູ່ແລ້ວ) ກໍຈະກ່າວໄປຫຍັງ ເຖິງການທີ່ບຸຣຸສນັກໂທດນັ້ນ ຖືກປະຫານດ້ວຍຫອກສາມຮ້ອຍເຫຼັ້ມໜໍ, ຂໍ້ນີ້ມີອຸປະມາເຊັ່ນໃດ ; ພິກຂຸ ທ. ! ເຮົາຍ່ອມກ່າວວ່າ ວິນຍານາຫາຣ ອັນອະຣິຍະສາວົກເຫັນ (ວ່າມີອຸປະມາ ຄືນັກໂທດຖືກປະຫານນັ້ນ) ເຊັ່ນນັ້ນ. ພິກຂຸ ທ. ! ເມື່ອວິນຍານາຫາຣ ອັນອະຣິຍະສາວົກກໍານົດຮູ້ໄດ້ແລ້ວ, ນາມຮູບຍ່ອມເປັນສິ່ງທີ່ອະຣິຍະສາວົກນັ້ນ ກໍານົດຮູ້ໄດ້ແລ້ວດ້ວຍ ; ເມື່ອນາມຮູບເປັນສິ່ງທີ່ອະຣິຍະສາວົກ ກໍານົດຮູ້ໄດ້ແລ້ວ, ເຮົາຍ່ອມກ່າວວ່າ “ສິ່ງໃດໆ ທີ່ຄວນເຮັດໃຫ້ຍິ່ງຂຶ້ນໄປ (ກວ່ານີ້) ຍ່ອມບໍ່ມີແກ່ອະຣິຍະສາວົກນັ້ນ”, ດັ່ງນີ້ແລ.
- ນິທານ. ສັງ. ໑໖/໑໑໙-໑໒໑/໒໔໑ - ໒໔໔.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໗໕
(ຄໍາເຂົ້າ ເອີ້ນວ່າ : ອາຫາຣະ ຍ້ອນລໍ່ລ້ຽງຮ່າງກາຍ ; ຜັສສະ ເອີ້ນວ່າ : ອາຫາຣະ ຍ້ອນເຮັດໃຫ້ເກີດເວທະນາ ; ມະໂນສັນເຈຕະນາ ເອີ້ນວ່າ : ອາຫາຣະ ຍ້ອນເຮັດໃຫ້ເກີດກັມ ; ວິນຍານ ເອີ້ນວ່າ : ອາຫາຣະ ຍ້ອນເຮັດໃຫ້ເກີດນາມຮູບ. ຖ້າບຸຄຄົນພິຈາຣະນາເຫັນໂທດແຫ່ງອາຫາຣແຕ່ລະຢ່າງໆ ດັ່ງທີ່ຕຣັດໄວ້ໂດຍອຸປະມາ ໃນຂໍ້ຄວາມຂ້າງເທິງນີ້ແລ້ວ ກໍຈະສາມາດຄວບຄຸມສິ່ງທີ່ເອີ້ນວ່າອາຫາຣ ບໍ່ໃຫ້ເປັນອາຫາຣໂດຍຄວາມໝາຍນັ້ນໆໄດ້, ຈະດັບທຸກຂ໌ໄດ້ຈົນເຖິງຂັ້ນເປັນພຣະອໍຣະຫັນຕ໌.).
ວິທີພິຈາຣະນາໃນພາຍໃນ ເພື່ອຄວາມດັບສິ້ນທຸກຂ໌
ພິກຂຸ ທ. ! ເຈົ້າທັງຫຼາຍພິຈາຣະນາກັນແດ່ຫຼືບໍ່ ຊະນິດທີ່ເປັນການພິຈາຣະນາໃນພາຍໃນ ?
ພິກຂຸອົງໜຶ່ງຂາບທູນວ່າ : “ຂ້ານ້ອຍ ຍ່ອມພິຈາຣະນາຊະນິດ ທີ່ເປັນການພິຈາຣະນາໃນພາຍໃນຢູ່ ຂ້ານ້ອຍ !”.
ພິກຂຸ ທ. ! ເຈົ້າຍ່ອມພິຈາຣະນາ ຊະນິດທີ່ເປັນການພິຈາຣະນາໃນພາຍໃນຢູ່ແນວໃດໜໍ ?
(ພິກຂຸນັ້ນຂາບທູນໃຫ້ຊົງຊາບແລ້ວ ກໍບໍ່ຊົງພໍພຣະໄທ ພຣະອານົນທ໌ຈຶ່ງທູນຂໍຮ້ອງໃຫ້ພຣະອົງຊົງສະແດງ ພິກຂຸໄດ້ຟັງແລ້ວຈະຊົງຈໍາໄວ້, ຕຣັດໃຫ້ພິກຂຸທັງຫຼາຍຕັ້ງໃຈຟັງ ແລ້ວຕຣັດວ່າ :)








