ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ; ສອງພັນລະຍາສາມີນັ້ນ ຈະຍ່ອມບໍຣິໂພຄຊີ້ນລູກເປັນອາຫາຣ ເພື່ອຄວາມເພີດເພີນ ສະໜຸກສະໜານແດ່, ເພື່ອຄວາມມົວເມົາແດ່, ເພື່ອຄວາມປະດັບປະດາແດ່ ຫຼື ເພື່ອຕົກແຕ່ງ (ຮ່າງກາຍ) ແດ່, ຫຼືບໍ່ໜໍ ? “ຂໍ້ນັ້ນຫາກເປັນເຊັ່ນນັ້ນກໍບໍ່ ຂ້ານ້ອຍ !”
໙໗໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ຖ້າເຊັ່ນນັ້ນ ສອງພັນລະຍາສາມີນັ້ນ ຈະຍ່ອມພໍລິໂພກຊີ້ນລູກເປັນອາຫາຣພຽງເພື່ອ (ອາໄສ) ເດີນທາງຂ້າມຫົນທາງອັນກັນດານທໍ່ນັ້ນ ແມ່ນບໍ່ ? “ແມ່ນ ຂ້ານ້ອຍ !” ພິກຂຸ ທ. ! ຂໍ້ນີ້ມີອຸປະມາເຊັ່ນໃດ ; ເຮົາກ່າວວ່າ ກະພະລີກາຣາຫາຣ ອັນອະຣິຍະສາວົກຄວນເຫັນ (ວ່າມີອຸປະມາຄືຊີ້ນລູກ) ເຊັ່ນນັ້ນ. ພິກຂຸ ທ. ! ເມື່ອກະພະລີກາຣາຫາຣ ອັນ
ອະຣິຍະສາວົກກໍານົດຮູ້ໄດ້ແລ້ວ ; ຣາຄະ (ຄວາມກໍາໜັດ) ທີ່ມີເບັນຈະກາມະຄຸນເປັນແດນເກີດ ເປັນສິ່ງທີ່ອະຣິຍະສາວົກນັ້ນ ກໍານົດຮູ້ໄດ້ແລ້ວດ້ວຍ. ເມື່ອຣາຄະທີ່ມີເບັນຈະກາມະຄຸນເປັນແດນເກີດ ເປັນສິ່ງທີ່ອະຣິຍະສາວົກນັ້ນກໍານົດຮູ້ໄດ້ແລ້ວ, ສັນໂຍຊນ໌ຊະນິດທີ່ອະຣິຍະສາວົກປະກອບເຂົ້າແລ້ວ ຈະຍ່ອມເປັນເຫຕໃຫ້ມາສູ່ໂລກນີ້ໄດ້ອີກ ຍ່ອມບໍ່ມີ.
ພິກຂຸ ທ. ! ຜັສສາຫາຣ ເປັນສິ່ງທີ່ບຸຄຄົນຄວນເຫັນແນວໃດ ? ພິກຂຸ ທ. ! ປຽບ
ເໝືອນແມ່ງົວນົມທີ່ປາສະຈາກໜັງຫໍ່ຫຸ້ມ ; ຖ້າແມ່ງົວນົມນັ້ນຈະຢືນອີງຝາຢູ່ນັ້ນ ມັນກໍຈະຖືກສັຕທີ່ອາໄສຝາຢູ່ເຈາະກິນ ; ຖ້າແມ່ງົວນົມນັ້ນຢືນອີງຕົ້ນໄມ້ຢູ່ນັ້ນ ມັນກໍຈະຖືກພວກສັຕຊະນິດອາໄສຕົ້ນໄມ້ເຈາະກິນ ; ຖ້າຫາກແມ່ງົວນົມນັ້ນຈະລົງໄປແຊ່ນໍ້າຢູ່ນັ້ນ ມັນກໍຈະຖືກພວກສັຕທີ່ອາໄສນໍ້າຕອດກັດກິນ ; ຖ້າຫາກແມ່ງົວນົມນັ້ນຈະຢືນອາໄສຢູ່ໃນບ່ອນໂລ່ງແຈ້ງ ມັນກໍຈະຖືກພວກສັຕທີ່ອາໄສຢູ່ໃນອາກາສເກາະກັດຕອດກິນ. ພິກຂຸ ທ. ! ແມ່ງົວນົມທີ່ປາສະຈາກໜັງຫໍ່ຫຸ້ມ ຈະໄປອາໄສຢູ່ສະຖານ ທີ່ໃດໆກໍຕາມ ມັນກໍຈະຖືກຈໍາພວກສັຕທີ່ອາໄສຢູ່ໃນສະຖານທີ່ນັ້ນໆ ກັດກິນຢູ່ເລື້ອຍໄປ, ຂໍ້ນີ້ມີອຸປະມາເຊັ່ນໃດ ; ພິກຂຸ ທ. ! ເຮົາຍ່ອມກ່າວວ່າ ຜັສສາຫາຣອັນອະຣິຍະສາວົກຄວນເຫັນ (ວ່າມີອຸປະມາຄືແມ່ງົວນົມທີ່ປາສະຈາກໜັງຫໍ່ຫຸ້ມ) ເຊັ່ນນັ້ນ. ພິກຂຸ ທ. ! ເມື່ອຜັສສາຫາຣອັນອະຣິຍະສາວົກກໍານົດຮູ້ໄດ້ແລ້ວ ເວທະນາທັງສາມ ຍ່ອມເປັນສິ່ງທີ່ອະຣິຍະສາວົກນັ້ນ ກໍານົດຮູ້ໄດ້ແລ້ວດ້ວຍ, ເມື່ອເວທະນາທັງສາມ ເປັນສິ່ງທີ່ອະຣິຍະສາວົກນັ້ນ ກໍານົດຮູ້ໄດ້ແລ້ວ ເຮົາຍ່ອມກ່າວວ່າ “ສິ່ງໃດໆທີ່ຄວນເຮັດໃຫ້ຍິ່ງຂຶ້ນໄປ (ກວ່ານີ້) ຍ່ອມບໍ່ມີແກ່ອະຣິຍະສາວົກນັ້ນ” ດັ່ງນີ້.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໗໓
ພິກຂຸ ທ. ! ມະໂນສັນເຈຕະນາຫາຣ ເປັນສິ່ງທີ່ບຸຄຄົນຄວນເຫັນແນວໃດ ?
ພິກຂຸ ທ. ! ປຽບເໝືອນຂຸມຖ່ານໄຟ ເລິກເກີນກວ່າຊົ່ວບຸຣຸສໜຶ່ງ ເຕັມໄປດ້ວຍຖ່ານໄຟທີ່ປາສະຈາກແປວ ແລະ ປາສະຈາກຄວັນ ມີຢູ່. ຄັ້ງນັນ ບຸຣຸສຜູ່ໜຶ່ງຜູ່ຕ້ອງການເປັນຢູ່ ບໍ່ຢາກຕາຍ ຮັກສຸຂ ໜ່າຍທຸກຂ໌ ມາສູ່ບ່ອນນັ້ນ ແລະ ມີບຸຣຸສທີ່ມີກໍາລັງເຂັ້ມແຂງອີກສອງຄົນ ຈັບບຸຣຸສນັ້ນທີ່ແຂນແຕ່ລະເບື້ອງ ແລ້ວດຶງລາກໄປຍັງຂຸມຖ່ານໄຟນັ້ນ. ພິກຂຸ ທ. ! ຄັ້ງນັນແລ ບຸຣຸສນັ້ນມີຄວາມຄິດ, ຄວາມປາຖນາ, ຄວາມຕັ້ງໃຈ ທີ່ຈະໃຫ້ຫ່າງໄກຂຸມຖ່ານໄຟນັ້ນ. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ບຸຣຸສນັ້ນຍ່ອມຮູ້ວ່າ “ຖ້າເຮົາຈະຕົກລົງໄປໃນຂຸມຖ່ານໄຟນັ້ນ ເຮົາກໍຕ້ອງເຖິງແກ່ຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍ ເພາະຂໍ້ນັ້ນເປັນເຫຕ” ດັ່ງນີ້, ຂໍ້ນີ້ມີອຸປະມາເຊັ່ນໃດ ; ພິກຂຸ ທ. ! ເຮົາຍ່ອມກ່າວວ່າ ມະໂນສັນເຈຕະນາຫາຣ ອັນອະຣິຍະສາວົກຄວນເຫັນ (ວ່າມີອຸປະມາຄືຂຸມຖ່ານໄຟ) ເຊັ່ນນັ້ນ. ພິກຂຸ ທ. ! ເມື່ອມະໂນສັນເຈຕະນາຫາຣ ອັນອະຣິຍະສາວົກກໍານົດຮູ້ໄດ້ແລ້ວ, ຕັນຫາທັງສາມ ຍ່ອມເປັນສິ່ງທີ່ອະຣິຍະສາວົກນັ້ນ ກໍານົດຮູ້ໄດ້ແລ້ວດ້ວຍ ; ເມື່ອຕັນຫາທັງສາມ ເປັນສິ່ງທີ່ອະຣິຍະສາວົກນັ້ນ ກໍານົດຮູ້ໄດ້ແລ້ວ, ເຮົາຍ່ອມກ່າວວ່າ “ສິ່ງໃດໆທີ່ຄວນເຮັດໃຫ້ຍິ່ງຂຶ້ນໄປ (ກວ່ານີ້) ຍ່ອມບໍ່ມີແກ່ອະຣິຍະສາວົກນັ້ນ” ດັ່ງນີ້.








