ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອານົນທ໌ ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມພິຈາຣະນາເຫັນໂທດ ໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາມທັງຫຼາຍທີ່ເປັນໄປໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ກາມທັງຫຼາຍທີ່ເປັນໄປໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ, ກາມະສັນຍາທີ່ເປັນໄປໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ກາມະສັນຍາທີ່ເປັນໄປໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ, ຮູບທັງຫຼາຍທີ່ເປັນໄປໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ຮູບທັງຫຼາຍທີ່ເປັນໄປໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ, ຮູບສັນຍາທັງຫຼາຍທີ່ເປັນໄປໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ຮູບສັນຍາທັງຫຼາຍທີ່ເປັນໄປໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ
໙໗໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ອາເນນຊະສັນຍາ ເຫຼົ່າໃດດ້ວຍ, ອາກິນຈັນຍາຢະຕະນະສັນຍາ ເຫຼົ່າໃດດ້ວຍ,
ເນວະສັນຍານາສັນຍາຢະຕະນະ ເຫຼົ່າໃດດ້ວຍ, ນັ້ນລ້ວນແຕ່ເປັນສັກກາຢະ ເປັນພຽງສັກກາຢະ (ເປັນທີ່ຕັ້ງແຫ່ງການຢຶດຖືດ້ວຍອຸປາທານ) ; ສ່ວນອະມະຕະທັມນັ້ນ ໄດ້ແກ່ວິໂມກຂ໌ແຫ່ງຈິຕ ເພາະບໍ່ມີອຸປາທານໃນສັກກາຢະນັ້ນໆ ນີ້ເອງ”.
ອານົນທ໌ ! ດ້ວຍເຫຕນີແຫຼະ ເປັນອັນວ່າ ອາເນນຊະສັປປາຢະປະຕິປະທາ ເຮົາໄດ້ສະແດງແລ້ວ, ອາກິນຈັນຍາຢະຕະນະສັປປາຢະປະຕິປະທາ ເຮົາກໍໄດ້ສະແດງແລ້ວ, ເນວະສັນຍານາສັນຍາຢະຕະນະສັປປາຢະປະຕິປະທາ ເຮົາກໍໄດ້ສະແດງແລ້ວ, ການອາໄສປະຕິປະທານັ້ນໆ ຕາມລໍາດັບໆ ແລ້ວຂ້າມໂອຄະເສຍໄດ້ ເຮົາໄດ້ສະແດງແລ້ວ, ນັ້ນແຫຼະ ຄື ອະຣິຍະວິໂມກຂະ.
ອານົນທ໌ ! ກິຈຈ໌ອັນໃດ ທີ່ສາສດາຜູ່ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ ອາໄສຄວາມເອັນດູແລ້ວ ຈະຄວນເຮັດແກ່ສາວົກທັງຫຼາຍ, ກິຈຈ໌ອັນນັ້ນເຮົາໄດ້ເຮັດແລ້ວແກ່ພວກເຈົ້າທັງຫຼາຍ.
ອານົນທ໌ ! ນັ້ນ ເຫງົ້າໄມ້ທັງຫຼາຍ, ນັ້ນ ເຮືອນຫວ່າງທັງຫຼາຍ.
ອານົນທ໌ ! ພວກເຈົ້າທັງຫຼາຍຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ. ພວກເຈົ້າທັງຫຼາຍ ຢ່າໄດ້ເປັນຜູ່ທີ່ຕ້ອງຮ້ອນໃຈ ໃນພາຍຫຼັງເລີຍ.
ນີ້ແຫຼະ ເປັນວາຈາເຄື່ອງພໍ່າສອນແກ່ພວກເຈົ້າທັງຫຼາຍ ຂອງເຮົາ.
- ອຸປຣິ. ມ. ໑໔/໗໙/໙໐ - ໙໒.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໗໑
ວິທີພິຈາຣະນາ ເພື່ອ “ໝົດປັນຫາ” ກ່ຽວກັບອາຫາຣະ
ພິກຂຸ ທ. ! ກະພະລີກາຣາຫາຣ ເປັນສິ່ງທີ່ບຸຄຄົນຄວນເຫັນແນວໃດ ? ພິກຂຸ ທ. ! ປຽບເໝືອນພັນລະຍາສາມີສອງຄົນ ຖືເອົາສະບຽງສໍາລັບເດີນທາງເລັກນ້ອຍ ຍ່າງໄປສູ່ຫົນທາງອັນກັນດານ. ສອງພັນລະນາສາມີນັ້ນ ມີລູກນ້ອຍຜູ່ດຽວ ຜູ່ໜ້າຮັກ
ໜ້າເອັນດູຢູ່ຄົນໜຶ່ງ. ເມື່ອຂະນະທີ່ເຂົາທັງສອງ ພວມຍ່າງໄປຕາມທາງອັນກັນດານຢູ່ນັ້ນ ສະບຽງສໍາລັບເດີນທາງ ທີ່ເຂົາມີຢູ່ພຽງເລັກນ້ອຍນັ້ນ ໄດ້ໝົດສ້ຽງໄປ ຫົນທາງອັນກັນດານ ນັ້ນຍັງຫຼືອຢູ່ ເຂົາທັງສອງນັ້ນ ຍັງບໍ່ທັນເດີນທາງຂ້າມຫວິດຫົນທາງອັນກັນດານນັ້ນໄປໄດ້. ຄັ້ງນັ້ນແລ ສອງພັນລະຍາສາມີນັ້ນ ໄດ້ມາຄິດນໍາກັນວ່າ “ສະບຽງສໍາລັບເດີນທາງຂອງເຮົາທັງສອງ ທີ່ມີຢູ່ພຽງເລັກນ້ອຍນີ້ ໄດ້ໝົດສ້ຽງລົງແລ້ວ ຫົນທາງອັນກັນດານນີ້ຍັງເຫຼືອຢູ່ ທັງເຮົາກໍຍັງບໍ່ທັນເດີນທາງຂ້າມຫວິດຫົນທາງອັນກັນດານນີ້ໄປໄດ້ ; ຢ່າລັງເລເລີຍ ເຮົາທັງສອງຄວນຂ້າລູກນ້ອຍຄົນດຽວ ຜູ່ໜ້າຮັກ
ໜ້າເອັນດູນີ້ເສຍ ແລ້ວເຮັດໃຫ້ເປັນຊີ້ນເຄັມ ແລະ ຊີ້ນແຫ້ງ ບໍຣິໂພຄຊີ້ນລູກນີ້ແຫຼະ ເດີນທາງຂ້າມຫວິດຫົນທາງອັນກັນດານ ທີ່ຍັງເຫຼືອຢູ່ນີ້ກັນເຖິ້ນ ເພາະຖ້າບໍ່ເຮັດແນວນັ້ນ ພວກເຮົາທັງສາມຄົນ ຈະຕ້ອງພາກັນວິນາດໝົດແນ່ນອນ” ດັ່ງນີ້, ຄັ້ງນັ້ນແລ ພັນລະຍາສາມີທັງສອງນັ້ນ ຈຶ່ງຂ້າລູກນ້ອຍຄົນດຽວ ຜູ່ໜ້າຮັກໜ້າເອັນດູນັ້ນ ແລ້ວເຮັດໃຫ້ເປັນຊີ້ນເຄັມ ແລະ ຊີ້ນແຫ້ງ ບໍຣິໂພຄຊີ້ນລູກນັ້ນແລ ເດີນທາງຂ້າມຫວິດຫົນທາງອັນກັນດານທີ່ຍັງເຫຼືອຢູ່ນັ້ນ. ສອງພັນລະຍາສາມີນັ້ນ ບໍຣິໂພຄຊີ້ນລູກໄປນໍາ ພ້ອມກັບແໜ້ນຫົວອົກໄປພ້ອມ ລໍາພັນວ່າ “ລູກນ້ອຍຄົນດຽວຂອງເຮົາໄປໃສແລ້ວ ລູກນ້ອຍຄົນດຽວຂອງເຮົາໄປໃສແລ້ວ” ດັ່ງນີ້.








