ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
[ຄໍາວ່າ ອາກິນຈັນຍາຢະຕະນະ ຄໍານີ້ ເປັນຄໍາທີ່ແປກແລະກໍາກວມ ເຄີຍໃຊ້ໃຫ້ມີຄວາມໝາຍເປັນນິບພານ ມາແຕ່ກ່ອນພຸດທະສາສນາ ຫຼືນອກພຸດທະສາສນາ ເຊັ່ນ : ໃນສໍານັກຂອງພາວະຣີພຣາມ (ທີ່ເປັນຕົ້ນເຫຕໃຫ້ເກີດໂສລະສະປັນຫາ) ນັ້ນເຂົາຖືວ່າເປັນນິບພານ ຈຶ່ງມາທູນຂໍໃຫ້ພຣະອົງຊົງສະແດງ ອາກິນຈັນຍາຢະຕະນະ ຕາມແບບຂອງພຣະອົງ ໃນຖານະທີ່ເປັນນິບພານ ດັ່ງນັ້ນໃນສູຕນີ້ ຈິ່ງມີບົດພິຈາຣະນາໃນທາງດຽວກັນກັບນິບພານ ເຊັ່ນຄໍາວ່າ : ນັ້ນຫວ່າງຈາກອັຕຕາ ຫວ່າງຈາກອັຕຕະນິຢາ ຫຼື ວ່າ : ນັ້ນສະງົບ ນັ້ນປະນີຕ ດັ່ງນີ້ເປັນຕົ້ນ ຜູ່ສຶກສາຈະຕ້ອງມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ ຢ່າໃຫ້ປະປົນກັນເສຍ ຈະມີຄວາມເຂົ້າໃຈຜິດຢ່າງໃຫຍ່ຫຼວງ].
ສັມມາທິຕຖິ ໃນເນວະສັນຍານາສັນຍາຢະຕະນະ
ສັປປາຢະປະຕິປະທາ
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ; ອະຣິຍະສາວົກຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາມແລະກາມະສັນຍາ ອັນເປັນໄປໃນທິຕຖະທັມ ແລະ ເປັນໄປໃນສັມປະຣາຍະ ກໍດີ ຮູບແລະຮູບສັນຍາ ອັນເປັນໄປໃນທິຕຖະທັມ ແລະເປັນໄປໃນສັມປະ
ຣາຍະ ກໍດີ ອາເນນຊະສັນຍາ ກໍດີ ອາກິນຈັນຍາຢະຕະນະ ກໍດີ ສັນຍາທັງໝົດນັ້ນດັບບໍ່ມີສ່ວນເຫຼືອໃນທັມໃດ ທັມນັ້ນປະນີຕ ກ່າວຄື ເນວະສັນຍານາສັນຍາຢະຕະນະ”.
໙໖໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ເມື່ອອະຣິຍະສາວົກນັ້ນ ປະຕິບັຕແລ້ວແນວນີ້ ເປັນຜູ່ມາກດ້ວຍການປະຕິບັຕແນວນີ້ຢູ່, ຈິຕຍ່ອມເຫຼື້ອມໃສໃນອາຍະຕະນະ, ເມື່ອມີຈິຕເຫຼື້ອມໃສສົມບູນ ເຂົາກໍຈະເຂົ້າເຖິງ ເນວະສັນຍານາສັນຍາຢະຕະນະ (ສະມາບັຕ) ໃນກາລນັ້ນ ຫຼື ນ້ອມໄປເພື່ອປັນຍາ. ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຖານະທີ່ຄວນມີໄດ້ກໍຄື ວິນຍານທີ່ເປັນໄປ ກໍຈັກເປັນວິນຍານທີ່ເຂົ້າເຖິງ ເນວະສັນຍານາສັນຍາຢະຕະນະ.
ພິກຂຸ ທ. ! ນີ້ເຮົາກ່າວວ່າ ເປັນ ເນວະສັນຍານາສັນຍາຢະຕະນະສັປປາຢະປະຕິປະທາ.
- ອຸປຣິ. ມ. ໑໔/໗໗/໘໘.
ສັມມາທິຕຖິ ຕໍ່ໂອຄະນິຕຖະຣະນະ
ອານົນທ໌ ! ພິກຂຸໃນກໍລະນີນີ້ ເປັນຜູ່ປະຕິບັຕ (ໃນປະຕິປະທາອັນເປັນບ່ອນສະບາຍ (ສັປປາຍະປະຕິປະທາ) ແກ່ອາເນນຊະ ມາຕາມລະດັບໆ) ເຊັ່ນນີ້ແລ້ວ ຍ່ອມໄດ້ສະເພາະຊຶ່ງອຸເປກຂາ (ຄວາມເຂົ້າໄປເພັ່ງຢູ່) ວ່າ “ຖ້າ (ປັຈຈັຍ) ບໍ່ເຄີຍມີ (ຜົລ) ກໍຕ້ອງບໍ່ມີຢູ່ແກ່ເຮົາ ; ຖ້າ (ປັຈຈັຍເພື່ອອະນາຄົຕ) ຈັກບໍ່ມີຢູ່ (ຜົລໃນອະນາຄົຕ) ກໍຕ້ອງບໍ່ມີແກ່ເຮົາ. ສິ່ງໃດມີຢູ່ ສິ່ງໃດເປັນແລ້ວ ເຮົາຍ່ອມລະໄດ້ຊຶ່ງສິ່ງນັ້ນ” ດັ່ງນີ້. ພິກຂຸນັ້ນຍ່ອມ
ບໍ່ເພີດເພີນ ບໍ່ພໍ່າສັນລະເສີນ ບໍ່ຫຼົງໄຫຼເມົາມົວ ຊຶ່ງອຸເປກຂານັ້ນ ດໍາຣົງຢູ່. ເມື່ອພິກຂຸນັ້ນບໍ່ເພີດເພີນ ບໍ່ພໍ່າສັນລະເສີນ ບໍ່ຫຼົງໄຫຼເມົາມົວ ຊຶ່ງອຸເປກຂານັ້ນ ດໍາຣົງຢູ່, ວິນຍານນັ້ນ ເປັນວິນຍານອັນຕັນຫາບໍ່ອາໄສແລ້ວ ນັ້ນຄືພາວະບໍ່ມີອຸປາທານ. ອານົນທ໌ ! ພິກຂຸຜູ່ບໍ່ມີອຸປາທານ ຍ່ອມປະຣິນິບພານ (ດັບເຢັນ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໖໙
“ໜ້າອັດສະຈັນ ຂ້ານ້ອຍ ! ບໍ່ເຄີຍມີແລ້ວ ຂ້ານ້ອຍ ! ຂ້າແຕ່ພຣະອົງຜູ່ຈະເຣີນ ! ໄດ້ຮູ້ມາວ່າ ພຣະຜູ່ມີພຣະພາຄຊົງອາໄສແລ້ວ (ຊຶ່ງປະຕິປະທາອັນຊົງສະແດງມາແລ້ວຕາມລໍາດັບ) ຕຣັດບອກຊຶ່ງໂອຄະນິຕຖະຣະນະ (ການຖອນຕົນຂຶ້ນຈາກໂອຄະ) ແກ່ຂ້ານ້ອຍທັງຫຼາຍແລ້ວ”.
- ອຸປຣິ. ມ. ໑໔/໗໙/໙໑.
(ຄໍາວ່າ ໂອຄະນິຕຖະຣະນະ ໃນບ່ອນນີ້ ຄື ການຖອນຕົນຂຶ້ນຈາກໂອຄະ (ຄວາມຕົກຈົມຢູ່ໃນກິເລສ ແລະຄວາມທຸກຂ໌ ດ້ວຍກາມ - ທິຕຖິ - ພົບ - ອະວິຊຊາ) ເປັນສິ່ງທີ່ມີໄດ້ໃນພົບປັຈຈຸບັນ ກ່າວຄື ບໍ່ຢຶດໝັ້ນຖືໝັ້ນ ໃນສິ່ງອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນທັງຫຼາຍ ອັນມີເນວະສັນຍານາສັນຍາຢະຕະນະ ເປັນສິ່ງສູງສຸດ ສໍາລັບການຢຶດໝັ້ນຖືໝັ້ນແລະ ບໍ່ຢຶດໝັ້ນຖືໝັ້ນ ແມ່ນແຕ່ໃນການບັນລຸທັມຂອງຕົນ ; ເມື່ອບໍ່ຢຶດໝັ້ນຖືໝັ້ນກໍຄືດັບເຢັນ ເປັນປະຣິນິບພານ ນີ້ເອີ້ນວ່າ ໂອຄະນິຕຖະຣະນະ ຫຼື ອະຣິຍະວິໂມກຂະ ກໍເອີ້ນ (ເບິ່ງໄດ້ໃນຫົວຂໍ້ ຫຼື ເລື່ອງຕໍ່ໄປ) ເປັນສິ່ງທີ່ມີໄດ້ໃນພົບປັຈຈຸບັນ).
ອະຣິຍະວິໂມກຂ໌ ຫຼື ໂອຄະນິຕຖະຣະນະ
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ອະຣິຍະວິໂມກຂະ (ການພົ້ນພິເສດອັນປະເສີດ) ເປັນແນວໃດໜໍ ?”








