ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ເມື່ອອະຣິຍະສາວົກນັ້ນ ປະຕິບັຕດີແລ້ວແນວນີ້ ເປັນຜູ່ມາກດ້ວຍການປະຕິບັຕແນວນີ້ຢູ່, ຈິຕຍ່ອມເຫຼື້ອມໃສໃນອາຍະຕະນະ. ເມື່ອມີຈິຕເຫຼື້ອມໃສໄພບູນ ເຂົາກໍຈະເຂົ້າເຖິງອາເນນຊະ (ສະມາບັຕ) ໃນກາລນັ້ນ ຫຼື ນ້ອມໄປເພື່ອປັນຍາ. ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ຖານະທີ່ຄວນມີໄດ້ກໍຄື ວິນຍານທີ່ເປັນໄປ ກໍຈັກເປັນວິນຍານ ທີ່ເຂົ້າເຖິງຊຶ່ງພົບ ໃນລະດັບອາເນນຊະ.

ພິກຂຸ ທ. ! ນີ້ເຮົາກ່າວວ່າ ເປັນອາເນນຊະສັປປາຢະປະຕິປະທາຂໍ້ທີສາມ.

- ອຸປຣິ. ມ. ໑໔/໗໔ - ໗໕/໘໒ - ໘໔.

ສັມມາທິຕຖິ ໃນອາກິນຈັນຍາຢະຕະນະສັປປາຢະປະຕິປະທາ

ຂໍ້ທີໜຶ່ງ

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ; ອະຣິຍະສາວົກ ຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງ ດັ່ງນີ້ວ່າ : “ກາມແລະກາມະສັນຍາ ອັນເປັນໄປໃນທິຕຖະທັມ ແລະ ເປັນໄປໃນສັມປະຣາຢະ ກໍດີ ຮູບແລະຮູບສັນຍາ ອັນເປັນໄປໃນທິຕຖະທັມ ແລະ ເປັນໄປໃນສັມປະຣາຢະ ກໍດີ ອາເນນຊະສັນຍາ ກໍດີ ສັນຍາທັງໝົດນັ້ນ ດັບບໍ່ມີສ່ວນເຫຼືອໃນ

ທັມໃດ ທັມນັ້ນສະງົບ ທັມນັ້ນປະນີຕ ກ່າວຄື ອາກິນຈັນຍາຢະຕະນະ” ດັ່ງນີ້.

ເມື່ອອະຣິຍະສາວົກນັ້ນ ປະຕິບັຕແລ້ວແນວນີ້ ເປັນຜູ່ມາກດ້ວຍການປະຕິບັຕແນວນີ້ຢູ່, ຈິຕຍ່ອມເຫຼື້ອມໃສໃນອາຍະຕະນະ, ເມື່ອມີຈິຕເຫຼື້ອມໃສສົມບູນ ເຂົາກໍຈະເຂົ້າເຖິງ ອາກິນຈັນຍາຢະຕະນະ (ສະມາບັຕ) ໃນກາລນັ້ນ ຫຼື ນ້ອມໄປເພື່ອປັນຍາ. ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຖານະທີ່ຄວນມີໄດ້ກໍຄື ວິນຍານທີ່ເປັນໄປ ກໍຈັກເປັນວິນຍານທີ່ເຂົ້າເຖິງ ອາກິນຈັນຍາຢະຕະນະ.

ພິກຂຸ ທ. ! ນີ້ເຮົາກ່າວວ່າ ເປັນ ອາກິນຈັນຍາຢະຕະນະສັປປາຢະປະຕິປະທາຂໍ້ທີໜຶ່ງ.

໙໖໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ຂໍ້ທີສອງ

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ອະຣິຍະສາວົກໄປແລ້ວສູ່ປ່າກໍຕາມ ສູ່ເຫງົ້າໄມ້ກໍຕາມ ສູ່ເຮືອນຫວ່າງກໍຕາມ ຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງ ດັ່ງນີ້ວ່າ “ອາຍະຕະນະນີ້ຫວ່າງຈາກອັຕຕາ ຫວ່າງຈາກອັຕຕະນິຢາ” ດັ່ງນີ້.

ເມື່ອອະຣິຍະສາວົກນັ້ນ ປະຕິບັຕແລ້ວແນວນີ້ ເປັນຜູ່ມາກດ້ວຍການປະຕິບັຕແນວນີ້ຢູ່, ຈິຕຍ່ອມເຫຼື້ອມໃສໃນອາຍະຕະນະ, ເມື່ອມີຈິຕເຫຼື້ອມໃສສົມບູນ ເຂົາກໍຈະເຂົ້າເຖິງອາກິນຈັນຍາຢະຕະນະ (ສະມາບັຕ) ໃນກາລນັ້ນ ຫຼື ນ້ອມໄປເພື່ອປັນຍາ. ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ຖານະທີ່ຄວນມີໄດ້ກໍຄື ວິນຍານທີ່ເປັນໄປ ກໍຈັກເປັນວິນຍານທີ່ເຂົ້າເຖິງ ອາກິນຈັນຍາຢະຕະນະ.

ພິກຂຸ ທ. ! ນີ້ເຮົາກ່າວວ່າ ເປັນ ອາກິນຈັນຍາຢະຕະນະສັປປາຢະປະຕິປະທາຂໍ້ທີສອງ.

ຂໍ້ທີສາມ

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ອະຣິຍະສາວົກໄປແລ້ວສູ່ປ່າກໍຕາມ ສູ່ເຫງົ້າໄມ້ກໍຕາມ ສູ່ເຮືອນຫວ່າງກໍຕາມ ຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງ ດັ່ງນີ້ວ່າ “ບໍ່ມີຫຍັງທີ່ເປັນໂຕເຮົາ, ຄວາມກັງວົນຕໍ່ສິ່ງໃດ ຫຼືໃນອັນໃດໆ ວ່າເປັນໂຕເຮົາກໍບໍ່ມີ ; ແລະ ບໍ່ມີຫຍັງທີ່ເປັນຂອງເຮົາ, ຄາມກັງວົນໃນສິ່ງໃດໆ ວ່າເປັນຂອງເຮົາກໍບໍ່ມີ” ດັ່ງນີ້.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໖໗

ເມື່ອອະຣິຍະສາວົກນັ້ນ ປະຕິບັຕແລ້ວແນວນີ້ ເປັນຜູ່ມາກດ້ວຍການປະຕິບັຕແນວນີ້ຢູ່, ຈິຕຍ່ອມເຫຼື້ອມໃສໃນອາຍະຕະນະ, ເມື່ອມີຈິຕເຫຼື້ອມໃສສົມບູນ ເຂົາກໍຈະເຂົ້າເຖິງອາກິນຈັນຍາຢະຕະນະ (ສະມາບັຕ) ໃນການນັ້ນ ຫຼື ນ້ອມໄປເພື່ອປັນຍາ. ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ຖານະທີ່ຄວນມີໄດ້ກໍຄື ວິນຍານທີ່ເປັນໄປ ກໍຈັກເປັນວິນຍານທີ່ເຂົ້າເຖິງ ອາກິນຈັນຍາຢະຕະນະ.

ພິກຂຸ ທ. ! ນີ້ເຮົາກ່າວວ່າ ເປັນ ອາກິນຈັນຍາຢະຕະນະສັປປາຢະປະຕິປະທາຂໍ້ທີສາມ.

- ອຸປຣິ. ມ. ໑໔/໗໖ - ໗໗/໘໕ - ໘໗.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ