ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ໃນຂໍ້ທີ່ກາມເປັນອັນຕະລາຍຕໍ່ອະຣິຍະສາວົກ ຜູ່ສຶກສາຢູ່ໃນທັມວິນັຍນີ້ນັ້ນ ອະຣິຍະສາວົກຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງ ດັ່ງນີ້ວ່າ “ກາມແລະກາມະສັນຍາ ອັນເປັນໄປໃນທິຕຖະທັມ (ພົບນີ້) ແລະເປັນໄປໃນສັມປະຣາຢະ (ພົບອື່ນ) ທັງສອງຢ່າງນັ້ນ ເປັນບ້ວງມາຣ ເປັນວິໄສແຫ່ງມາຣ ເປັນເຫຍື່ອແຫ່ງມາຣ ເປັນບ່ອນທ່ຽວແຫ່ງມາຣ. ໃນບ້ວງແຫ່ງມາຣນີ້ ບາບອະກຸສົລທາງໃຈເຫຼົ່ານີ້ ເປັນອະພິຊຊາແດ່ ເປັນພະຍາບາດແດ່ ເປັນສາຣັມພະ (ການແຂ່ງດີ) ແດ່ ຍ່ອມເປັນໄປ ; ບາບອະກຸສົລເຫຼົ່ານັ້ນ ຍ່ອມມີເພື່ອເປັນອັນຕະລາຍແກ່ອະຣິຍະສາວົກ ຜູ່ຕາມສຶກສາຢູ່ໃນທັມວິນັຍນີ້. ຖ້າຈັ່ງໃດ ເຮົາຈົ່ງມີຈິຕເປັນມະຫັຄຄະຕະອັນໄພບູນ ອະທິຖານຈິຕ ຄອບງໍາໂລກຢູ່ເຖີ້ນ ; ເມື່ອເຮົາມີຈິຕ ເປັນມະຫັຄຄະຕະອັນໄພບູນ ອະທິຖານຈິຕຄອບງໍາໂລກຢູ່, ບາບອະກຸສົລທາງໃຈ ເປັນອະພິຊຊາແດ່ ເປັນພະຍາບາດແດ່ ເປັນສາຣັມພະເຫຼົ່ານັ້ນ ຈັກບໍ່ມີ ; ເພາະລະບາບອະກຸສົລເຫຼົ່ານັ້ນເສຍໄດ້ ຈິຕຂອງເຮົາກໍຈັກເປັນຈິຕມີຄຸນບໍ່ເລັກນ້ອຍ ເປັນຈິຕບໍ່ມີປະມານ ເປັນຈິຕອັນອົບຮົມດີແລ້ວ” ດັ່ງນີ້.

ເມື່ອອະຣິຍະສາວົກນັ້ນ ປະຕິບັຕແລ້ວຢ່າງດີ ເປັນຜູ່ມາກດ້ວຍການປະຕິບັຕແນວນີ້ຢູ່, ຈິຕຍ່ອມເຫຼື້ອມໃສໃນອາຍະຕະນະ໑ ເມື່ອຈິຕເຫຼື້ອມໃສໄພບູນ ເຂົາກໍຈະເຂົ້າເຖິງອາເນນຊະ (ສະມາບັຕ) ໃນກາລນັ້ນ ຫຼື ນ້ອມໄປເພື່ອປັນຍາ.

໑. ຄໍາວ່າ ອາຍະຕະນະ ໃນບ່ອນນີ້ ບໍ່ໝາຍເຖິງນິບພານ ອັນເປັນອາຍະຕະນະສູງສຸດ ຊຶ່ງເປັນທີ່ຮູ້ຈັກກັນທົ່ວໄປ

ແຕ່ເປັນອາຍະຕະນະ ຄື ພາວະແຫ່ງອະຣູປະສັນຍາທັງສີ່ ຄື : ອາກາສານັນຈາຢະຕະນະ ໆລໆ,

ເນວະສັນຍານາສັນຍາຢະຕະນະໂດຍສະເພາະ ຍ້ອນບໍ່ມີຮູບຫຼືສັນຍາໃນຮູບ ອັນເປັນທີ່ຕັ້ງແຫ່ງຄວາມ

ຫວັ່ນໄຫວ, ແຕ່ບາງມະຕິໝາຍຕໍ່າລົງມາເຖິງ ຈະຕຸຕຖະຊານ ອັນເປັນອາເນນຊະໃນຂັ້ນເລີ່ມຕົ້ນ ຊຶ່ງຍັງ

ບໍ່ສົມບູນ ເພາະຍັງອາໄສຊຶ່ງຮູບຫຼືຣູປະສັນຍາຢູ່. ເພາະຂໍ້ປະຕິບັຕດັ່ງກ່າວແລ້ວຂ້າງຕົ້ນ ເຮັດໃຫ້ງ່າຍ ແລະ

ສະດວກແກ່ການບັນລຸເຖິງພົບປະເພດນີ້ ຈຶ່ງໄດ້ຊື່ວ່າ ອາເນນຊະສັປປາຢະປະຕິປະທາ. ຂໍ້ປະຕິບັຕເຫຼົ່ານີ້

ເປັນຝ່າຍສະມະຖະ ຊຶ່ງເປັນປັຈຈັຍແກ່ເຈໂຕວິມຸຕຕິໂດຍກົງ ແຕ່ກໍເປັນປັຈຈັຍແກ່ ວິປັສສະນາໄດ້ດ້ວຍ

ດັ່ງນັ້ນທ່ານຈຶ່ງກ່າວອານິສົງສ໌ຂອງຄໍານີ້ວ່າ ເພື່ອເຂົ້າເຖິງອາເນນຊະ ຫຼື ນ້ອມໄປເພື່ອປັນຍາກໍໄດ້.

໙໖໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຖານະທີ່ຍ່ອມມີໄດ້ກໍຄື ວິນຍານທີ່ເປັນໄປ ກໍຈັກເປັນວິນຍານ ທີ່ເຂົ້າເຖິງຊຶ່ງພົບ ໃນລະດັບອາເນນຊະ.

ພິກຂຸ ທ. ! ນີ້ເຮົາກ່າວວ່າ ເປັນ ອາເນນຊະສັປປາຢະປະຕິປະທາຂໍ້ທີໜຶ່ງ.

ຂໍ້ທີສອງ

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ; ອະຣິຍະສາວົກ ຍ່ອມພິຈາຣະນາເຫັນໂທດໂດຍແຈ່ມແຈ້ງ ດັ່ງນີ້ວ່າ : “ກາມແລະກາມະສັນຍາ ອັນເປັນໄປໃນທິຕຖະທັມ ແລະ ເປັນໄປໃນສັມປະຣາຢະ ອັນເປັນຮູບຢ່າງໃດຢ່າງໜຶ່ງ ທັງໝົດນັ້ນເປັນພຽງສັກແຕ່ວ່າຮູບ ຄືເປັນພຽງມະຫາພູຕະຮູບສີ່ ແລະ ຮູບອາໄສມະຫາພູຕະຮູບສີ່ນັ້ນຢູ່ ທໍ່ນັ້ນ” ດັ່ງນີ້.

ເມື່ອອະຣິຍະສາວົກນັ້ນ ປະຕິບັຕແລ້ວແນວນີ້ ເປັນຜູ່ມາກດ້ວຍການປະຕິບັຕແນວນີ້ຢູ່, ຈິຕຍ່ອມເຫຼື້ອມໃສໃນອາຍະຕະນະ. ເມື່ອມີຈິຕເຫຼື້ອມໃສສົມບູນ ເຂົາກໍຈະເຂົ້າເຖິງອາເນນຊະ (ສະມາບັຕ) ໃນກາລນັ້ນ ຫຼື ນ້ອມໄປເພື່ອປັນຍາ. ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ຖານະທີ່ຄວນມີໄດ້ກໍຄື ວິນຍານທີ່ເປັນໄປ ກໍຈັກເປັນວິນຍານ ທີ່ເຂົ້າເຖິງຊຶ່ງພົບ ໃນລະດັບອາເນນຊະ.

ພິກຂຸ ທ. ! ນີ້ເຮົາກ່າວວ່າເປັນ ອາເນນຊະສັປປາຢະປະຕິປະທາຂໍ້ທີສອງ.

ຂໍ້ທີສາມ

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ; ອະຣິຍະສາວົກ ຍ່ອມພິຈາຣະນາເຫັນໂທດໂດຍແຈ່ມແຈ້ງ ດັ່ງນີ້ວ່າ : “ກາມແລະກາມະສັນຍາ ອັນເປັນໄປໃນທິຕຖະທັມ ແລະ ເປັນໄປໃນສັມປະຣາຍະກໍດີ ຮູບແລະຮູບສັນຍາ ອັນເປັນໄປໃນສັມປະຣາຢະກໍດີ ທັງສອງຢ່າງນັ້ນ ເປັນອະນິຈຈັງ ສິ່ງໃດເປັນອະນິຈຈັງ ສິ່ງນັ້ນບໍ່ຄວນເພື່ອຈະເພີດເພີນ ພໍ່າສັນລະເສີນ ຫຼົງໄຫຼມົວເມົາ” ດັ່ງນີ້.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໖໕

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ