ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຣາຫຸລະ ! ວາໂຢທາຕຸ ເປັນແນວໃດໜໍ ? ວາໂຢທາຕມີທັງທີ່ເປັນພາຍໃນ ແລະ ເປັນພາຍນອກ. ຣາຫຸລະ ! ວາໂຢທາຕທີ່ເປັນພາຍໃນ ເປັນແນວໃດໜໍ ? ວາໂຢທາຕອັນໃດອັນເປັນພາຍໃນ ສະເພາະຕົນ ເປັນຂອງພັດໄປມາ ອັນອຸປາທານເຂົ້າໄປຖືເອົາແລ້ວ, ໂຕຢ່າງເຊັ່ນ : ລົມພັດຂຶ້ນເບື້ອງເທິງ ລົມພັດລົງເບື້ອງຕໍ່າ ລົມໃນທ້ອງ ລົມໃນໄສ້ ລົມແລ່ນໄປຕາມອະໄວຍະວະນ້ອຍໃຫຍ່ ລົມຫາຍໃຈເຂົ້າ ລົມຫາຍໃຈອອກ ນີ້ກໍດີ ; ຫຼື ຈະຍັງມີວາໂຢທາຕອັນເປັນພາຍໃນ ສະເພາະຕົນ ເປັນຂອງພັດໄປມາ ອັນອຸປາທານເຂົ້າໄປຖືເອົາແລ້ວ ອັນອື່ນໆນອກໄປຈາກນີ້ ອັນໃດກໍດີ. ຣາຫຸລະ ! ວາໂຢທາຕທັງສອງປະເພດນີ້ ເອີ້ນວ່າ ວາໂຢທາຕອັນເປັນພາຍໃນ. ວາໂຢທາຕອັນເປັນພາຍໃນດ້ວຍ ວາໂຢທາຕອັນເປັນພາຍນອກດ້ວຍ ນັ້ນກໍເປັນ ສັກແຕ່ວ່າວາໂຢທາຕຸ ທໍ່ນັ້ນ. ໃຜໆ ຄວນເຫັນວາໂຢທາຕນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງ ດັ່ງນີ້ວ່າ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນເປັນເຮົາ ນັ້ນບໍ່ແມ່ນໂຕຕົນຂອງເຮົາ ; ເມື່ອເຫັນວາໂຢທາຕນັ້ນດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງ ເຊັ່ນນີ້ແລ້ວ ຈິຕຍ່ອມເບື່ອໜ່າຍຕໍ່ວາໂຢທາຕ ຍ່ອມຄາຍກໍາໜັດຈາກ ວາໂຢທາຕ.
ຣາຫຸລະ ! ເຈົ້າຈົ່ງອົບຮົມຈິຕໃຫ້ຄືດ້າມດັ່ງລົມ (ວາໂຢ) ເຖີ້ນ. ເມື່ອອົບຮົມຈິຕໃຫ້ຄືດ້າມດັ່ງລົມຢູ່, ຜັສສະທັງຫຼາຍທີ່ໜ້າພໍໃຈ ແລະ ບໍ່ໜ້າພໍໃຈ ອັນເກີດຂຶ້ນແລ້ວ ຈະບໍ່ປຸ້ມລຸມຈິຕຕັ້ງຢູ່. [ຂໍ້ຄວາມຕໍ່ໄປຈາກນີ້ ຕຣັດເຖິງການທີ່ລົມບໍ່ອຶດອັດ ລັງກຽດຕໍ່ສິ່ງປະຕິກູລ ແລະ ບໍ່ປະຕິກູລນາໆຊະນິດ (ດັ່ງທີ່ກ່າວມາແລ້ວໃນຕອນທີ່ວ່າດ້ວຍທາຕດິນ) ທີ່ລົມພັດຜ່ານເຂົ້າໄປ, ອັນເປັນອຸປະມາຂອງຈິຕ ທີ່ອົບຮົມແລ້ວຄືດ້າມດັ່ງລົມ ເຊັ່ນໃດກໍເຊັ່ນນັ້ນ].
໙໖໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ຣາຫຸລະ ! ອາກາສະທາຕຸ ເປັນແນວໃດໜໍ ? ອາກາສທາຕມີທັງທີ່ເປັນພາຍໃນ ແລະ ເປັນພາຍນອກ. ຣາຫຸລະ ! ອາກາສທາຕທີ່ເປັນພາຍໃນ ເປັນແນວໃດໜໍ ?
ອາກາສທາຕອັນໃດ ອັນເປັນພາຍໃນ ສະເພາະຕົນ ເປັນຂອງສະແດງລັກສະນະແຫ່ງຄວາມຫວ່າງ ອັນອຸປາທານເຂົ້າໄປຖືເອົາແລ້ວ, ໂຕຢ່າງເຊັ່ນ ຊ່ອງຫູ ຊ່ອງດັງ ຊ່ອງປາກ ບ່ອນຫວ່າງທີ່ອາຫາຣອັນກິນແລ້ວ ດື່ມແລ້ວ ຫຍໍ້າແລ້ວ ຊີມແລ້ວ ຜ່ານໄປ. ບ່ອນຫວ່າງທີ່ອາຫາຣອັນກິນແລ້ວ ດື່ມແລ້ວ ຫຍໍ້າແລ້ວ ຊີມແລ້ວ ຕັ້ງຢູ່. ບ່ອນຫວ່າງທີ່ອາຫາຣອັນກິນແລ້ວ ດື່ມແລ້ວ ຫຍໍ້າແລ້ວ ຊີມແລ້ວ ອອກສູ່ເບື້ອງລຸ່ມ ນີ້ກໍດີ ; ຫຼື ຈະຍັງມີອາກາສທາຕ ອັນເປັນພາຍໃນສະເພາະຕົນ ເປັນຂອງສະແດງລັກສະນະແຫ່ງຄວາມຫວ່າງ ອັນອື່ນໆນອກໄປຈາກນີ້ ຊຶ່ງບໍ່ຕັນ ມີລັກສະນະບໍ່ຕັນ ເປັນຂອງເປີດໂລ່ງ ມີລັກສະນະເປີດໂລ່ງ ອັນຊີ້ນແລະເລືອດ ບໍ່ເຂົ້າໄປບັນຈຸຢູ່ ອັນເປັນພາຍໃນ ອັນອຸປາທານເຂົ້າໄປຖືເອົາແລ້ວ ອັນໃດກໍດີ. ຣາຫຸລະ ! ອາກາສທາຕທັງສອງປະເພດ ນີ້ ເອີ້ນວ່າອາກາສທາຕອັນເປັນພາຍໃນ. ອາກາສທາຕອັນເປັນພາຍໃນດ້ວຍ ອາກາສທາຕອັນເປັນພາຍນອກດ້ວຍ ນັ້ນກໍເປັນ ສັກແຕ່ວ່າອາກາສະທາຕຸ ທໍ່ນັ້ນ. ໃຜໆ ຄວນເຫັນອາກາສທາຕນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງ ດັ່ງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເປັນເຮົາ ນັ້ນບໍ່ແມ່ນໂຕຕົນຂອງເຮົາ ; ເມື່ອເຫັນອາກາສທາຕນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງເຊັ່ນນີ້ແລ້ວ ຈິຕຍ່ອມເບື່ອໜ່າຍຕໍ່ອາກາສທາຕ, ຍ່ອມຄາຍກໍາໜັດຈາກອາກາສທາຕ.
ຣາຫຸລະ ! ເຈົ້າຈົ່ງອົບຮົມຈິຕໃຫ້ຄືດ້າມດັ່ງອາກາສເຖີ້ນ. ເມື່ອເຈົ້າອົບຮົມຈິຕໃຫ້ຄືດ້າມດັ່ງອາກາສຢູ່, ຜັສສະທັງຫຼາຍທີ່ໜ້າພໍໃຈ ແລະ ບໍ່ໜ້າພໍໃຈ ອັນເກີດຂຶ້ນແລ້ວ ຈັກບໍ່ປຸ້ມລຸມຈິຕຕັ້ງຢູ່. ຣາຫຸລະ ! ປຽບເໝືອນອາກາສ ເປັນສິ່ງບໍ່ໄດ້ຕັ້ງຢູ່ສະເພາະໃນບ່ອນໃດໆ ນີ້ເຊັ່ນໃດ ; ຣາຫຸລະ ! ເຈົ້າຈົ່ງອົບຮົມຈິຕໃຫ້ຄືດ້າມດັ່ງອາກາສເຖີ້ນ. ເມື່ອເຈົ້າອົບຮົມຈິຕໃຫ້ຄືດ້າມດັ່ງອາກາສຢູ່, ຜັສສະທັງຫຼາຍທີ່ໜ້າພໍໃຈ ແລະ ບໍ່ໜ້າພໍໃຈ ອັນເກີດຂຶ້ນແລ້ວ ຈັກບໍ່ປຸ້ມລຸມຈິຕຕັ້ງຢູ່ ເຊັ່ນນັ້ນເໝືອນກັນ.
- ມ. ມ. ໑໓/໑໓໕ - ໑໔໐/໑໓໕ + ໑໔໐,໑໓໖ + ໑໔໑,໑໓໗ + ໑໔໒,໑໓໘ + ໑໔໓,໑໓໙ + ໑໔໔.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໖໓
ສັມມາທິຕຖິ ໃນອາເນນຊະສັປປາຢະປະຕິປະທາ
ຂໍ້ທີໜຶ່ງ








