ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຣາຫຸລະ ! ອາໂປທາຕຸ ເປັນແນວໃດໜໍ ? ອາໂປທາຕມີທັງທີ່ເປັນພາຍໃນ ແລະເປັນພາຍນອກ. ຣາຫຸລະ ! ອາໂປທາຕທີ່ເປັນພາຍໃນ ເປັນແນວໃດໜໍ ? ອາໂປທາຕອັນໃດ ອັນເປັນພາຍໃນ ສະເພາະຕົນ ເປັນຂອງແຫຼວ ອັນອຸປາທານ (ຂອງຄົນ ຫຼື ສັຕ) ເຂົ້າໄປຖືເອົາແລ້ວ ໂຕຢ່າງເຊັ່ນ : ນໍ້າບີ ຂີ້ເຖີ່ ໜອງ ເລືອດ ເຫື່ອ ນໍ້າມັນ ນໍ້າຕາ ນໍ້າເຫຼືອງ ນໍ້າລາຍ ນໍ້າເມືອກ ນໍ້າລໍ່ລ້ຽງໝື່ນຂໍ້ ນໍ້າຍ່ຽວ ນີ້ກໍດີ ; ຫຼື ຈະຍັງມີອາໂປທາຕ ອັນເປັນພາຍໃນ ສະເພາະຕົນ ເປັນຂອງແຫຼວ ອັນອຸປາທານເຂົ້າໄປຖືເອົາແລ້ວ ໃດໆ ອັນອື່ນນອກໄປຈາກນີ້ ອັນໃດກໍດີ. ຣາຫຸລະ ! ອາໂປທາຕທັງສອງປະເພດນີ້ ເອີ້ນວ່າ ອາໂປທາຕ ອັນເປັນພາຍໃນ. ອາໂປທາຕອັນເປັນພາຍໃນດ້ວຍ ອາໂປທາຕອັນເປັນພາຍນອກດ້ວຍ ນັ້ນກໍເປັນ ສັກແຕ່ວ່າອາໂປທາຕຸ ທໍ່ນັ້ນ. ໃຜໆ ຄວນເຫັນອາໂປທາຕນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງ ດັ່ງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເປັນເຮົາ ນັ້ນບໍ່ແມ່ນໂຕຕົນຂອງເຮົາ ; ເມື່ອເຫັນອາໂປທາຕນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງເຊັ່ນນີ້ແລ້ວ ຈິຕຍ່ອມເບື່ອໜ່າຍຕໍ່ອາໂປທາຕ ຍ່ອມຄາຍກໍາໜັດຈາກອາໂປທາຕ.

໙໖໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ຣາຫຸລະ ! ເຈົ້າຈົ່ງອົບຮົມຈິຕໃຫ້ຄືດ້າມດັ່ງນໍ້າ (ອາໂປ) ເຖີ້ນ. ເມື່ອເຈົ້າອົບຮົມຈິຕໃຫ້ຄືດ້າມດັ່ງນໍ້າຢູ່, ຜັສສະທັງຫຼາຍທີ່ໜ້າພໍໃຈ ແລະ ບໍ່ໜ້າພໍໃຈ ອັນເກີດຂຶ້ນແລ້ວ ຈະບໍ່ປຸ້ມລຸມຈິຕຕັ້ງຢູ່. [ຂໍ້ຄວາມຕໍ່ໄປຈາກນີ້ ຕຣັດເຖິງການທີ່ນໍ້າບໍ່ອຶດອັດ ລັງກຽດຕໍ່ສິ່ງປະຕິກູລ ແລະ ບໍ່ປະຕິກູລນາໆຊະນິດ (ດັ່ງທີ່ກ່າວມາແລ້ວໃນຕອນທີ່ວ່າດ້ວຍທາຕດິນ) ທີ່ເຂົາລ້າງລົງໄປໃນນໍ້າ, ອັນເປັນອຸປະມາຂອງຈິຕ ທີ່ອົບຮົມແລ້ວຄືດ້າມດັ່ງນໍ້າ ເຊັ່ນໃດ ກໍເຊັ່ນນັ້ນ].

ຣາຫຸລະ ! ເຕໂຊທາຕຸ ເປັນແນວໃດໜໍ ? ເຕໂຊທາຕມີທັງເປັນພາຍໃນ ແລະ ເປັນພາຍນອກ. ຣາຫຸລະ ! ເຕໂຊທາຕທີ່ເປັນພາຍໃນ ເປັນແນວໃດໜໍ ? ເຕໂຊທາຕອັນໃດ ອັນເປັນພາຍໃນສະເພາະຕົນ ເປັນຂອງເຜົາໄໝ້ ອັນອຸປາທານເຂົ້າໄປຖືເອົາແລ້ວ ໂຕຢ່າງເຊັ່ນ : ໄຟທີ່ເຮັດໃຫ້ກາຍອົບອຸ່ນ ໄຟທີ່ເຮັດໃຫ້ກາຍຊຸດໂຊມ ໄຟທີ່ເຮັດໃຫ້ກາຍກະວົນກະວາຍ ແລະໄຟທີ່ເຜົາອາຫາຣອັນກິນແລ້ວ ຫຍໍ້າແລ້ວ ໃຫ້ແປປ່ຽນໄປໂດຍຖືກຕ້ອງ ນີ້ກໍດີ ; ຫຼືຈະຍັງມີເຕໂຊທາຕ ອັນເປັນພາຍໃນສະເພາະຕົນ ເປັນຂອງເຜົາໄໝ້ ອັນອຸປາທານເຂົ້າໄປຖືເອົາແລ້ວ ອັນອື່ນໆນອກໄປຈາກນີ້ ອັນໃດກໍດີ. ຣາຫຸລະ ! ເຕໂຊທາຕທັງສອງປະເພດນີ້ ເອີ້ນວ່າ ເຕໂຊທາຕອັນເປັນພາຍໃນ. ເຕໂຊທາຕອັນເປັນພາຍໃນດ້ວຍ ເຕໂຊທາຕອັນເປັນພາຍນອກດ້ວຍ ນັ້ນກໍເປັນ ສັກແຕ່ວ່າເຕໂຊທາຕຸ ທໍ່ນັ້ນ. ໃຜໆ ຄວນເຫັນເຕໂຊທາຕນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງ ດັ່ງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເປັນເຮົາ ນັ້ນບໍ່ແມ່ນໂຕຕົນຂອງເຮົາ ; ເມື່ອເຫັນເຕໂຊທາຕນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງ ເຊັ່ນນີ້ແລ້ວ ຈິຕຍ່ອມເບື່ອໜ່າຍຕໍ່ເຕໂຊທາຕ ຍ່ອມຄາຍກໍາໜັດຈາກເຕໂຊທາຕ.

ຣາຫຸລະ ! ເຈົ້າຈົ່ງອົບຮົມຈິຕໃຫ້ຄືດ້າມດັ່ງໄຟ (ເຕໂຊ) ເຖີ້ນ. ເມື່ອເຈົ້າອົບຮົມຈິຕໃຫ້ຄືດ້າມດັ່ງໄຟຢູ່, ຜັສສະທັງຫຼາຍທີ່ໜ້າພໍໃຈ ແລະ ບໍ່ໜ້າພໍໃຈ ອັນເກີດຂຶ້ນແລ້ວ ຈະບໍ່ປຸ້ມລຸມຈິຕຕັ້ງຢູ່. [ຂໍ້ຄວາມຕໍ່ໄປຈາກນີ້ ຕຣັດເຖິງການທີ່ໄຟບໍ່ອຶດອັດ ລັງກຽດຕໍ່ສິ່ງປະຕິກູລ ແລະ ບໍ່ປະຕິກູລນາໆຊະນິດ (ດັ່ງທີ່ກ່າວມາແລ້ວ ໃນຕອນທີ່ວ່າດ້ວຍທາຕດິນ) ທີ່ເຂົາຖິ້ມລົງໄປໃຫ້ມັນໄໝ້, ອັນເປັນອຸປະມາຂອງຈິຕ ທີ່ອົບຮົມແລ້ວຄືດ້າມດັ່ງໄຟ ເຊັ່ນໃດ ກໍເຊັ່ນນັ້ນ].

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໖໑

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ