ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ທັມ ໓ ຢ່າງ ເຫຼົ່ານີ້ ອັນບຸຄຄົນຄວນຈະເຣີນ ເພື່ອລະເສຍຊຶ່ງທັມສາມຢ່າງເຫຼົ່ານັ້ນແລ.

- ສັກກ. ອັງ. ໒໒/໔໙໖/໓໘໑.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໕໗

ສັມມາທິຕຖິໃນການຈະເຣີນທັມສາມ ເພື່ອລະທັມສາມ

(ອີກໄນຍະໜຶ່ງ)

ພິກຂຸ ທ. ! ທັມ ໓ ຢ່າງ ເຫຼົ່ານີ້ ມີຢູ່. ສາມຢ່າງ ແນວໃດໜໍ ? ສາມຢ່າງຄື : ກາມະວິຕົກ ພະຢາປາທະວິຕົກ ວິຫິງສາວິຕົກ. ພິກຂຸ ທ. ! ເຫຼົ່ານີ້ແລ ທັມ ໓ ຢ່າງນັ້ນ.

ພິກຂຸ ທ. ! ເພື່ອລະເສຍຊຶ່ງທັມສາມຢ່າງເຫຼົ່ານີ້ ຄວນຈະເຣີນທັມ ໓ ຢ່າງ. ທັມສາມຢ່າງ ແນວໃດໜໍ ? ສາມຢ່າງຄື :

ຈະເຣີນ ເນກຂັມມະວິຕົກ ເພື່ອລະຊຶ່ງ ກາມມະວິຕົກ ;

ຈະເຣີນ ອັບພະຢາປາທະສັນຍາ ເພື່ອລະຊຶ່ງ ພະຢາປາທະວິຕົກ ;

ຈະເຣີນ ອະວິຫິງສາວິຕົກ ເພື່ອລະຊຶ່ງ ວິຫິງສາວິຕົກ.

ພິກຂຸ ທ. ! ທັມ ໓ ຢ່າງ ເຫຼົ່ານີ້ ອັນບຸຄຄົນຄວນຈະເຣີນ ເພື່ອລະເສຍຊຶ່ງທັມສາມຢ່າງ ເຫຼົ່ານັ້ນແລ.

- ສັກກ. ອັງ. ໒໒/໔໙໕/໓໘໐.

ສັມມາທິຕຖິໃນການຈະເຣີນທັມສາມ ເພື່ອລະທັມສາມ

(ອີກໄນຍະໜຶ່ງ)

ພິກຂຸ ທ. ! ທັມ ໓ ຢ່າງເຫຼົ່ານີ້ ມີຢູ່. ສາມຢ່າງ ແນວໃດໜໍ ? ສາມຢ່າງຄື : ກາມະທາຕຸ ພະຢາປາທະທາຕຸ ວິຫິງສາທາຕຸ. ພິກຂຸ ທ. ! ເຫຼົ່ານີ້ແລ ທັມ ໓ ຢ່າງນັ້ນ.

ພິກຂຸ ທ. ! ເພື່ອລະເສຍ ຊຶ່ງທັມສາມຢ່າງເຫຼົ່ານີ້ ຄວນຈະເຣີນຊຶ່ງທັມ ໓ ຢ່າງ. ທັມສາມຢ່າງ ເຫຼົ່າໃດໜໍ ? ສາມຢ່າງຄື :-

໙໕໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ຈະເຣີນ ເນກຂັມມະທາຕຸ ເພື່ອລະຊຶ່ງ ກາມມະທາຕຸ ;

ຈະເຣີນ ອັບພະຢາປາທະທາຕຸ ເພື່ອລະຊຶ່ງ ພະຢາປາທະວິຕຸ ;

ຈະເຣີນ ອະວິຫິງສາທາຕຸ ເພື່ອລະຊຶ່ງ ວິຫິງສາທາຕຸ.

ພິກຂຸ ທ. ! ທັມ ໓ ຢ່າງ ເຫຼົ່ານີ້ ອັນບຸຄຄົນຄວນຈະເຣີນ ເພື່ອລະເສຍຊຶ່ງ ທັມສາມຢ່າງ ເຫຼົ່ານັ້ນແລ.

- ສັກກ. ອັງ. ໒໒/໔໙໖/໓໘໒.

ຂໍ້ປະຕິບັຕກ່ຽວກັບທາຕຫ້າ

ຣາຫຸລະ ! ຮູບ ຢ່າງໃດຢ່າງໜຶ່ງ ອັນເປັນພາຍໃນສະເພາະຕົນ ເປັນຂອງຫຍາບ ມີລັກສະນະແຂ້ນແຂງ ອັນອຸປາທານ (ຂອງຄົນ ຫຼື ສັຕ) ເຂົ້າໄປຖືເອົາແລ້ວ. ໂຕຢ່າງເຊັ່ນ : ຜົມ ຂົນ ເລັບ ແຂ້ວ ໜັງ ຊີ້ນ ເອັນ ກະດູກ ໄຂກະດູກ ໄຕ ຫົວໃຈ ຕັບ ພັງຜືດ ມ້າມ ປອດ ລໍາໄສ້ ລໍາໄສ້ສຸດ ອາຫາຣໃນກະເພາະ ອຸຈຈາຣະ ຫຼື ຈະຍັງມີຮູບອັນອື່ນ ອັນເປັນພາຍໃນ ສະເພາະຕົນ ເປັນຂອງຫຍາບ ມີລັກສະນະແຂ້ນແຂງ ອັນອຸປາທານ (ຂອງຄົນ ຫຼື ສັຕ) ເຂົ້າໄປຖືເອົາແລ້ວ ແນວດຽວກັນນີ້. ຣາຫຸລະ ! ນີ້ເອີ້ນວ່າ ປະຖະວີທາຕ ອັນເປັນພາຍໃນ. ປະຖະວີທາຕອັນເປັນພາຍໃນດ້ວຍ ປະຖະວີທາຕອັນເປັນພາຍນອກດ້ວຍ ນັ້ນກໍເປັນ ສັກແຕ່ວ່າປະຖະວີທາຕຸ ທໍ່ກັນ. ໃຜໆ ຄວນເຫັນປະຖະວີທາຕນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງ ດັ່ງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເປັນເຮົາ ນັ້ນບໍ່ແມ່ນໂຕຕົນຂອງເຮົາ ; ເມື່ອເຫັນປະຖະວີທາຕນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງເຊັ່ນນີ້ແລ້ວ ຈິຕຍ່ອມເບື່ອໜ່າຍຕໍ່ປະຖະວີທາຕ ຍ່ອມຄາຍ

ກໍາໜັດຈາກປະຖະວີທາຕ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໕໙

ຣາຫຸລະ ! ເຈົ້າຈົ່ງອົບຮົມຈິຕໃຫ້ຄືດ້າມດັ່ງແຜ່ນດິນ (ປະຖະວີ) ເຖີ້ນ. ເມື່ອເຈົ້າອົບຮົມຈິຕໃຫ້ຄືດ້າມດັ່ງແຜ່ນດິນຢູ່, ຜັສສະທັງຫຼາຍທີ່ໜ້າພໍໃຈ ແລະ ບໍ່ໜ້າພໍໃຈ ອັນເກີດແລ້ວ ຈະບໍ່ປຸ້ມລຸມຈິຕຕັ້ງຢູ່. ຣາຫຸລະ ! ປຽບເໝືອນຄົນເຂົາຖິ້ມຂອງສະອາດແດ່ ບໍ່ສະອາດແດ່ ຖິ້ມຄູຕແດ່ ຖິ້ມຍ່ຽວແດ່ ຖິ້ມນໍ້າລາຍແດ່ ໜອງແດ່ ເລືອດແດ່ ລົງເທິງແຜ່ນດິນ ແຜ່ນດິນກໍບໍ່ຮູ້ສຶກຄຽດແຄ້ນ ລັງກຽດດ້ວຍສິ່ງເຫຼົ່ານັ້ນ ນີ້ເຊັ່ນໃດ ; ຣາຫຸລະ ! ເຈົ້າຈົ່ງອົບຮົມຈິຕໃຫ້ຄືດ້າມດັ່ງແຜ່ນດິນເຖີ້ນ. ເມື່ອເຈົ້າອົບຮົມຈິຕໃຫ້ຄືດ້າມດັ່ງແຜ່ນດິນຢູ່, ຜັສສະທັງຫຼາຍທີ່ໜ້າພໍໃຈ ແລະ ບໍ່ໜ້າພໍໃຈອັນເກີດແລ້ວ ຈະບໍ່ປຸ້ມລຸມຈິຕຕັ້ງຢູ່ ເຊັ່ນນັ້ນ ເໝືອນກັນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ