ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອັຄຄິເວສສະນະ ! ເວທະນາສາມຢ່າງ ເຫຼົ່ານີ້ມີຢູ່ ຄື : ສຸຂະເວທະນາ, ທຸກຂະ ເວທະນາ ແລະ ອະທຸກຂະມະສຸຂະເວທະນາ. ອັຄຄິເວສສະນະ ! ສະໄໝໃດ ບຸຄຄົນສະເຫວີຍສຸຂະເວທະນາ, ສະໄໝນັ້ນບໍ່ໄດ້ສະເຫວີຍທຸກຂະເວທະນາ ບໍ່ໄດ້ສະເຫວີຍ ອະທຸກຂະມະສຸຂະເວທະນາ, ສະໄໝນັ້ນຄົງສະເຫວີຍແຕ່ສຸຂະເວທະນາທໍ່ນັ້ນ. ອັຄຄິເວສສະນະ ! ສະໄໝໃດ ບຸຄຄົນສະເຫວີຍທຸກຂະເວທະນາ, ສະໄໝນັ້ນບໍ່ໄດ້ສະເຫວີຍ ສຸຂະເວທະນາ ບໍ່ໄດ້ສະເຫວີຍອະທຸກຂະມະສຸຂະເວທະນາ, ສະໄໝນັ້ນຄົງສະເຫວີຍແຕ່ທຸກຂະເວທະນາທໍ່ນັ້ນ. ອັຄຄິເວສສະນະ ! ສະໄໝໃດ ບຸຄຄົນສະເຫວີຍອະທຸກຂະມະສຸຂະເວທະນາ ສະໄໝນັ້ນບໍ່ໄດ້ສະເຫວີຍສຸຂະເວທະນາ ບໍ່ໄດ້ສະເຫວີຍທຸກຂະເວທະນາ, ສະໄໝນັ້ນຄົງສະເຫວີຍແຕ່ອະທຸກຂະມະສຸຂະເວທະນາທໍ່ນັ້ນ.
ອັຄຄິເວສສະນະ ! ສຸຂະເວທະນາ ເປັນຂອງບໍ່ທ່ຽງ (ອະນິຈຈາ) ເປັນຂອງປຸງແຕ່ງ (ສັງຂະຕາ) ເປັນຂອງອາໄສກັນເກີດຂຶ້ນ (ປະຕິຈຈະສະມຸບປັນນາ) ມີຄວາມດັບສິ້ນໄປເປັນທັມມະດາ (ຂະຢະທັມມາ)
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໕໕
ມີຄວາມເສື່ອມໄປເປັນທັມມະດາ (ວະຢະທັມມາ) ມີຄວາມຈາງຄາຍເປັນທັມມະດາ (ວິຣາຄະທັມມາ) ມີຄວາມດັບໄປເປັນທັມມະດາ (ນິໂຣທະທັມມາ). ອັຄຄິເວສສະນະ ! ແມ່ນວ່າ ທຸກຂະເວທະນາ ກໍເປັນຂອງບໍ່ທ່ຽງ ເປັນຂອງປຸງແຕ່ງ ເປັນຂອງອາໄສກັນເກີດຂຶ້ນ ມີຄວາມດັບສິ້ນໄປເປັນທັມມະດາ ມີຄວາມເສື່ອມໄປເປັນທັມມະດາ ມີຄວາມຈາງຄາຍໄປເປັນທັມມະດາ ມີຄວາມດັບໄປເປັນທັມມະດາ. ອັຄຄິເວສສະນະ ! ແມ່ນວ່າ ອະທຸກຂະມະສຸຂະເວທະນາ ກໍເປັນຂອງບໍ່ທ່ຽງ ເປັນຂອງປຸງແຕ່ງ ເປັນຂອງອາໄສກັນເກີດຂຶ້ນ ມີຄວາມດັບສິ້ນໄປເປັນທັມມະດາ ມີຄວາມເສື່ອມໄປເປັນ
ທັມມະດາ ມີຄວາມຈາງຄາຍໄປເປັນທັມມະດາ ມີຄວາມດັບໄປເປັນທັມມະດາ.
ອັຄຄິເວສສະນະ ! ອະຣິຍະສາວົກຜູ່ມີການສະດັບ ເມື່ອເຫັນຢູ່ເຊັ່ນນີ້ ຍ່ອມເບື່ອ ໜ່າຍແມ່ນໃນສຸຂະເວທະນາ ແມ່ນໃນທຸກຂະເວທະນາ ແມ່ນໃນອະທຸກຂະມະສຸຂະເວທະນາ ; ເມື່ອເບື່ອໜ່າຍຍ່ອມຄາຍກໍາໜັດ ; ເພາະຄາຍກໍາໜັດຍ່ອມຫຼຸດພົ້ນ ; ເມື່ອຫຼຸດພົ້ນແລ້ວ ຍ່ອມມີຍານຢັ່ງຮູ້ວ່າຫຼຸດພົ້ນແລ້ວ. ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງວ່າ “ຊາຕດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິຈຈ໌ທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິຈຈ໌ຢ່າງອື່ນທີ່ຈະຕ້ອງເຮັດ ເພື່ອຄວາມຫຼຸດພົ້ນແນວນີ້ບໍ່ໄດ້ມີອີກ” ດັ່ງນີ້.
ອັຄຄິເວສສະນະ ! ພິກຂຸຜູ່ມີຈິຕຫຼຸດພົ້ນແລ້ວເຊັ່ນນີ້ແລ ຍ່ອມບໍ່ກ່າວຄໍາປະຈົບໃຜໆ ຍ່ອມບໍ່ກ່າວຄໍາຂັດແຍ້ງໃຜໆ ແລະໂວຫາຣໃດທີ່ກ່າວກັນຢູ່ໃນໂລກ ເຂົາກໍກ່າວໂດຍໂວຫາຣນັ້ນ ບໍ່ຢືດໝັ້ນຄວາມໝາຍໃດໆ ຢູ່.
(ເມື່ອຈົບພຣະພຸດທະດໍາຣັດນີ້ ພຣະສາຣີບຸຕຜູ່ຖວາຍງານພັດຢູ່ເບື້ອງຫຼັງ ໄດ້ບັນລຸພຣະອໍຣະຫັນຕ໌).
- ມ. ມ. ໑໓/໒໖໖ - ໒໖໗/໒໗໒ - ໒໗໓.
ສັມມາທິຕຖິໃນການຈະເຣີນທັມມະສາມ ເພື່ອລະທັມມະສາມ
ພິກຂຸ ທ. ! ທັມ ໓ ຢ່າງ ເຫຼົ່ານີ້ ມີຢູ່. ສາມຢ່າງ ແນວໃດໜໍ ? ສາມຢ່າງຄື : ຣາຄະ ໂທສະ ໂມຫະ. ພິກຂຸ ທ. ! ເຫຼົ່ານີ້ແລ ທັມ ໓ ຢ່າງນັ້ນ.
໙໕໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ເພື່ອລະເສຍຊຶ່ງທັມສາມຢ່າງເຫຼົ່ານີ້ ຄວນຈະເຣີນຊຶ່ງທັມສາມຢ່າງ. ທັມສາມຢ່າງ ແນວໃດໜໍ ? ສາມຢ່າງຄື :
ຈະເຣີນ ອະສຸພະ ເພື່ອລະເສຍຊຶ່ງ ຣາຄະ ;
ຈະເຣີນ ເມຕຕາ ເພື່ອລະເສຍຊຶ່ງ ໂທສະ ;
ຈະເຣີນ ປັນຍາ ເພື່ອລະເສຍຊຶ່ງ ໂມຫະ.
ພິກຂຸ ທ. ! ທັມ ໓ ຢ່າງ ເຫຼົ່ານີ້ ອັນບຸຄຄົນຄວນຈະເຣີນ ເພື່ອລະເສຍຊຶ່ງທັມສາມຢ່າງເຫຼົ່ານັ້ນແລ.
- ສັກກ. ອັງ. ໒໒/໔໙໕/໓໗໘.
ສັມມາທິຕຖິໃນການຈະເຣີນທັມສາມ ເພື່ອລະທັມສາມ
(ອີກໄນຍະໜຶ່ງ)
ພິກຂຸ ທ. ! ທັມ ໓ ຢ່າງ ເຫຼົ່ານີ້ມີຢູ່. ສາມຢ່າງ ແນວໃດໜໍ ? ສາມຢ່າງຄື : ກາມະສັນຍາ ພະຢາປາທະສັນຍາ ວິຫິງສາສັນຍາ. ພິກຂຸ ທ. ! ເຫຼົ່ານີ້ແລ ທັມ ໓ ຢ່າງນັ້ນ.
ພິກຂຸ ທ. ! ເພື່ອລະເສຍຊຶ່ງທັມສາມຢ່າງເຫຼົ່ານີ້ ຄວນຈະເຣີນຊຶ່ງທັມ ໓ ຢ່າງ. ທັມສາມຢ່າງ ແນວໃດໜໍ ? ສາມຢ່າງຄື :
ຈະເຣີນ ເນກຂັມມະສັນຍາ ເພື່ອລະຊຶ່ງ ກາມະສັນຍາ ;
ຈະເຣີນ ອັບພະຢາປາທະສັນຍາ ເພື່ອລະຊຶ່ງ ພະຢາປາທະສັນຍາ ;
ຈະເຣີນ ອະວິຫິງສາສັນຍາ ເພື່ອລະຊຶ່ງ ວິຫິງສາສັນຍາ.








