ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຖ້າຫາກວ່າອາຣຸປະທັມມີຈິງ ເຂົາກໍຈະໄດ້ຮັບຄຸນຄ່າ ຫຼື ປະໂຍຊນ໌ຊັ້ນທີ່ເປັນອາຣຸປະທັມນັ້ນ ຕາມຄວາມມຸ່ງໝາຍ. ດັ່ງນັ້ນ, ການທີ່ຖືວ່າອາຣຸປະທັມເປັນສິ່ງທີ່ມີຢູ່ນັ້ນ ຈັດເປັນສັມມາທິຕຖິບໍ່ອາດຈະຜິດໄດ້ ໃນເມື່ອເກີດການຂັດແຍ້ງກັນຂຶ້ນໃນລະຫວ່າງ ລັດທິ. ອີກຢ່າງໜຶ່ງ ຖ້າອະທິບາຍຕາມແບບເກົ່າໆ ແບບໃນອັຕຖະກະຖາ ກໍຄືໃຫ້ຖືວ່າ ອະຮູບພຣົມມີຢູ່ ແລ້ວປະຕິບັຕເພື່ອອະຮູບພຣົມນັ້ນ ຖ້າສົມມຸດວ່າອະຮູບພຣົມບໍ່ມີ ກໍຍັງໄດ້ຮັບຜົລເປັນຮູບພຣົມທີ່ຮອງລົງມາ ແຕ່ຖ້າອະຮູບພຣົມມີ ກໍຈະໄດ້ຮັບຜົລເຕັມຕາມຄວາມໝາຍຂອງອະຮູບພຣົມ ຈຶ່ງຖືວ່າເປັນທິຕຖິທີ່ຖືກຕ້ອງ. ອີກຢ່າງໜຶ່ງ ຖ້າກ່າວສໍາລັບຜູ່ມີການສຶກສາໃນຍຸກປັຈຈຸບັນ ກໍຕ້ອງກ່າວວ່າ ຄຸນຄ່າ ຫຼື ຄຸນສົມບັດ ຊະນິດທີ່ບໍ່ຕ້ອງມີສະພາວະເປັນຮູບທັມ (ຄືບໍ່ເປັນວັຕຖຸນິຍົມ) ນັ້ນກໍມີຢູ່ ແລະ ມີຜົລເປັນຄວາມສະດວກສະບາຍ ກວ່າ ເປັນສຸຂສະງົບກວ່າ, ປະເສີດກວ່າ ຍ້ອນບໍ່ຕ້ອງມີການກະທົບກະທັ່ງທັງຝ່າຍ

ຮູບທັມ ເຊັ່ນ: ການຜິດຖຽງກັນ ຫຼື ປ່ວຍໄຂ້ທາງຮ່າງກາຍເປັນຕົ້ນ. - ມ. ມ. ໑໓/໑໑໕/໑໒໐.

ສໍາລັບທິຕຖິວ່າ ຄວາມດັບແຫ່ງພົບໂດຍປະການທັງປວງ ເປັນສິ່ງທີ່ມີຢູ່ ຫຼືບໍ່ມີນັ້ນ ວິນຍູຊົນຈະຖືເອົາຂ້າງຝ່າຍທີ່ຖືວ່າມີຄວາມດັບແຫ່ງພົບ ແລ້ວກໍປະຕິບັຕເພື່ອຄວາມດັບແຫ່ງພົບ ເຂົາກໍຈະໄດ້ຮັບຜົລເປັນປະຣິນິບພານໃນທິຕຖະທັມນີ້ ; ສ່ວນພວກທີ່ຖືວ່າຄວາມດັບແຫ່ງພົບໂດຍປະການທັງປວງບໍ່ມີນັ້ນ ເຂົາກໍຈະໄປຕິດຕັນຕາຍຢູ່ພຽງແຕ່ອະຮູບພົບ ອັນເປັນພົບສູງສຸດ. ດັ່ງນັ້ນ ການຖືວ່າ ຄວາມດັບແຫ່ງພົບໂດຍປະການທັງປວງມີຢູ່ ນັ້ນເປັນສັມມາທິຕຖິ ທີ່ບໍ່ມີທາງຈະຜິດໄດ້ ໃນເມື່ອມີການຜິດຖຽງຂັດແຍ້ງກັນ ລະຫວ່າງ ລັດທິ

- ມ. ມ. ໑໓/໑໑໗/໑໒໑.

ສະຫຼຸບຄວາມວ່າ ບັນຫາທາງລັດທິນັ້ນ ແມ່ນບັນຫາກ່ຽວກັບສິ່ງທີ່ບໍ່ອາດຫຼຽວເຫັນໂຕ ຫຼື

ໄດ້ຍິນສຽງໂດຍກົງ ຈົນເຖິງກັບເຮົາກ່າວວ່າມັນເປັນແນວໃດໆ ດັ່ງນັ້ນ ຈຶ່ງຕ້ອງຕັ້ງຂຶ້ນເປັນລັດທິຊະນິດທີ່ເປັນສັມມາທິຕຖິ ຄືເຮັດໃຫ້ໄດ້ຮັບປະໂຍຊນ໌ໂດຍສ່ວນດຽວ ກ່ຽວກັບ ສິ່ງທີ່ເຂົາຫຼຽວເຫັນ ຫຼື ຟັງສຽງໂດຍກົງບໍ່ໄດ້ນັ້ນໆ ເຮົາຈຶ່ງຕ້ອງຈັດຕ້ອງເຮັດ ຫຼື ຕ້ອງມີຢ່າງຖືກຕ້ອງ ຊະນິດຜິດບໍ່ໄດ້ ດັ່ງທີ່ກ່າວໄວ້ໃນຫົວຂໍ້ທັມມະເຫຼົ່ານີ້).

໙໕໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ການເຫັນກາຍແລະເວທະນາ ໃນລະດັບແຫ່ງຜູ່ຫຼຸດພົ້ນ

ອັຄຄິເວສສະນະ ! ກາຍນີ້ ມີຮູບ ປະກອບດ້ວຍມະຫາພູຕະສີ່ ມີມານດາບິດາເປັນແດນເກີດ ຈະເຣີນຂຶ້ນດ້ວຍເຂົ້າສຸກ ແລະເຂົ້າໜົມສົດ ທັງທີ່ມີການຂັດສີ ນວດຄັ້ນຢູ່ ກໍຍັງມີການແຕກສະຫຼາຍກະຈັດກະຈາຍ ເພາະຄວາມບໍ່ທ່ຽງນັ້ນເອງເປັນທັມມະດາ ອັນບຸຄຄົນຄວນຕາມເຫັນໂດຍຄວາມເປັນຂອງບໍ່ທ່ຽງ ໂດຍຄວາມເປັນທຸກຂ໌ ເປັນໂຣຄາ ເປັນຫົວຝີ ເປັນລູກສອຣ ເປັນຄວາມຍາກລໍາບາກ ເປັນອາພາດ ເປັນດັ່ງຜູ່ອື່ນ (ໃຫ້ຢືມມາ) ເປັນຂອງແຕກສະຫຼາຍ ເປັນຂອງຫວ່າງ ເປັນຂອງບໍ່ແມ່ນຕົນ. ເມື່ອບຸຄຄົນນັ້ນຕາມເຫັນຢູ່ຊຶ່ງກາຍນີ້ ໂດຍຄວາມເປັນຂອງບໍ່ທ່ຽງ ໂດຍຄວາມເປັນທຸກຂ໌ ເປັນໂຣຄາ ເປັນຫົວຝີ ເປັນລູກສອຣ ເປັນຄວາມຍາກລໍາບາກ ເປັນອາພາດ ເປັນດັ່ງຜູ່ອື່ນ (ໃຫ້ຢືມມາ) ເປັນຂອງແຕກສະຫຼາຍ ເປັນຂອງຫວ່າງ ເປັນຂອງບໍ່ແມ່ນຕົນ. ຄວາມພໍໃຈໃນກາຍ ຄວາມສະເໜ່ຫາໃນກາຍ ຄວາມຕົກຢູ່ໃນອໍານາດຂອງກາຍ ທີ່ມີຢູ່ໃນກາຍ ເຂົາຍ່ອມລະເສຍໄດ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ