ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ເມື່ອມີບັນຫາເກີດຂຶ້ນໃນລັກສະນະທີ່ເປັນທິຕຖິ ຄືເປັນພຽງຄວາມເຫັນ ບໍ່ມີປາກົດແຈ້ງພະຍານ ທີ່ເປັນວັຕຖຸສິ່ງຂອງມາສະແດງໃຫ້ເຫັນແຈ່ມແຈ້ງໄດ້ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງສ້າງທິຕຖິຂຶ້ນມາ ໃນລັກສະນະທີ່ເປັນໄປເພື່ອປະໂຍຊນ໌ສຸຂໂດຍສ່ວນດຽວ. ໂຕຢ່າງບັນຫາ ໂລກອື່ນມີ ຫຼື ບໍ່ມີ ເຮົາຈະຕ້ອງຖືເອົາຂ້າງຝ່າຍທິຕຖິ ທີ່ເຮັດໃຫ້ເກີດປະໂຍຊນ໌ໂດຍສ່ວນດຽວ ຊຶ່ງໃນບ່ອນນີ້ໄດ້ແກ່ທິຕຖິທີ່ຖືວ່າໂລກອື່ນມີ ຊຶ່ງເປັນເຫຕໃຫ້ຂົນຂວາຍບໍາເພັນປະໂຍຊນ໌ອັນເປັນໄປເພື່ອໂລກອື່ນ ແລະ ໄດ້ຮັບປະໂຍຊນ໌ສຸຂໃນໂລກອື່ນ ; ຖ້າບັງເອີນໂລກອື່ນບໍ່ມີ ຄົນກໍບໍ່ເສຍ

ປະໂຍຊນ໌ຫຍັງ ການເຮັດເພື່ອປະໂຍຊນ໌ໂລກອື່ນກໍບໍ່ເສຍເປົ່າ ຄືເປັນຄວາມດີທີ່ໄດ້ຮັບການສັນລະເສີນຈາກວິນຍູຊົນໃນໂລກນີ້ ແລະ ໄດ້ຮັບປະໂຍຊນ໌ສຸຂໃນໂລກນີ້ຢ່າງເຕັມທີ່. ດັ່ງນັ້ນຈຶ່ງສະຫຼຸບວ່າ ການມີທິຕຖິວ່າໂລກອື່ນມີ ຍ່ອມຖືເອົາໄດ້ຊຶ່ງປະໂຍຊນ໌ໂດຍສ່ວນສອງ ຄືແມ່ນວ່າໂລກອື່ນຈະບໍ່ມີ ກໍຍັງໄດ້ຮັບປະໂຍຊນ໌

໙໕໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ຍິ່ງໂລກອື່ນມີ ກໍຍິ່ງໄດ້ຮັບປະໂຍຊນ໌ ຈຶ່ງເອີ້ນທິຕຖິຊະນິດນີ້ວ່າ ເປັນອະປັນນະກະທັມ ຄືທັມທີ່ຜິດບໍ່ໄດ້ທັງສອງຝ່າຍ ເປັນສັມມາທິຕຖິທີ່ຕັດບັນຫາອອກໄປເສຍໄດ້ ໂດຍປະການທັງປວງ ເມື່ອເກີດບັນຫາທີ່ຂັດແຍ້ງກັນຢ່າງກົງກັນຂ້າມ ເປັນທັງສອງຝ່າຍ ດັ່ງທີ່ກ່າວໄວ້ໃນພຣະບາລີນີ້. ເຮົາຈຶ່ງຖືວ່າສັມມາທິຕຖິຊະນິດນີ້ ລະງັບຜົລຮ້າຍເສຍໄດ້ ເມື່ອເກີດການຂັດແຍ້ງໃນລະຫວ່າງລັດທິ.

ໃນຄວາມຂັດແຍ້ງ ລະຫວ່າງທິຕຖິຄູ່ອື່ນໆ ເຊັ່ນທິຕຖິວ່າ : ການເຮັດບໍ່ຊື່ວ່າເປັນອັນເຮັດ ຫຼື ການເຮັດຊື່ວ່າເປັນອັນເຮັດ (ເຮັດບຸນຍ໌ເຮັດບາບບໍ່ຊື່ວ່າເປັນອັນເຮັດ ຫຼື ເຮັດບຸນຍ໌ເຮັດບາບຊື່ວ່າເປັນອັນເຮັດ) ເກີດເປັນບັນຫາຂັດແຍ້ງກັນຂຶ້ນມາແລ້ວ ຄວນເລືອກຖືເອົາທິຕຖິຂ້າງຝ່າຍທີ່ຈະຜິດບໍ່ໄດ້ ອີກຢ່າງດຽວກັນ ຄືທິຕຖິທີ່ວ່າ ການເຮັດຊື່ວ່າເປັນອັນເຮັດ ແລະ ເລືອກເຮັດແຕ່ຝ່າຍຂ້າງດີ ; ແມ່ນແຕ່ສົມມຸດວ່າ ການເຮັດນັ້ນຈະບໍ່ເປັນການເຮັດ ເຂົາກໍຍັງໄດ້ຮັບຜົລຂອງການເຮັດ ຄືເປັນທີ່ສັນລະເສີນແຫ່ງວິນຍູຊົນ ແລະ ຜູ່ນັ້ນກໍໄດ້ຮັບປະໂຍຊນ໌ສຸຂຢູ່ນັ້ນເອງ. ນີ້ເປັນສັມມາທິຕຖິທີ່ຄວນມີ ຫຼືຖືເປັນຫຼັກໃນເມື່ອເກີດການຂັດແຍ້ງຂຶ້ນ ກ່ຽວກັບລັດທິທີ່ຕ່າງກັນຊະນິດໜຶ່ງ. - ມ. ມ. ໑໓/໑໐໕ - ໑໑໐/໑໑໐ - ໑໑໔.

ສໍາລັບທິຕຖິທີ່ວ່າມີເຫຕ ຫຼື ບໍ່ມີເຫຕແຫ່ງຄວາມເສົ້າໝອງ ຫຼື ຄວາມບໍຣິສຸດຂອງສັຕນັ້ນ ກໍມີຫຼັກເກນແບບດຽວກັນຄື ຖ້າ ຖືວ່າມີເຫຕ ກໍຈັກເປັນຄວາມປອດໄພກວ່າການຖືວ່າບໍ່ມີເຫຕ. ຜູ່ທີ່ຖືວ່າມີເຫຕ ຍ່ອມເຮັດການປະພຶຕທີ່ເປັນການສ້າງເຫຕດີ ເວັ້ນເຫຕຊົ່ວ ; ສົມມຸດວ່າສິ່ງທັງຫຼາຍຈັກເປັນສິ່ງທີ່ບໍ່ມີເຫຕຂຶ້ນມາ ການປະພຶຕຂອງເຂົາ ກໍຍັງເປັນຄວາມດີທັງສອງສະຖານ ຄື ວິນຍູຊົນສັນລະເສີນ ແລະ ເຂົາກໍໄດ້ຮັບຜົລດີ ແຫ່ງການປະພຶຕຂອງເຂົາ ຄືເປັນສຸຂທັງໂລກນີ້ ແລະໂລກອື່ນ. ແມ່ນວ່ານີ້ກໍຄື ສັມມາທິຕຖິ ທີ່ຄວນສ້າງຂຶ້ນ ເມື່ອມີການຂັດແຍ້ງ ລະຫວ່າງລັດທິດ້ວຍຄືກັນ. - ມ. ມ. ໑໓/໑໑໑ - ໑໑໕/໑໑໕ - ໑໑໙.

ສໍາລັບທິຕຖິທີ່ວ່າ ອາຣຸປະທັມ (ຄຸນສົມບັດທີ່ເປັນສະພາວະບໍ່ມີຮູບ) ເປັນສິ່ງທີ່ມີຢູ່ ຫຼືບໍ່ມີ ຢູ່ນັ້ນ ວິນຍູຊົນຈະເລືອກຖືເອົາຂ້າງທີ່ວ່າ ມີຢູ່ ແລະ ປະຕິບັຕເພື່ອໃຫ້ໄດ້ຊຶ່ງຄຸນນະທັມປະເພດທີ່ບໍ່ມີຮູບນັ້ນ ເຂົາກໍຈະໄດ້ຮັບປະໂຍຊນ໌ທັງສອງຝ່າຍ ; ຄືສົມມຸດວ່າຖ້າອະຣຸປະທັມ ເປັນສິ່ງທີ່ບໍ່ໄດ້ມີຢູ່ ເຂົາກໍຍັງໄດ້ຮັບປະໂຍຊນ໌ທີ່ຮອງລົງມາ ຄື : ຣຸປະທັມ (ຄຸນສົມບັດ ຫຼື ຄຸນຄ່າທີ່ມີຮູບ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໕໓

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ