ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຄະຫະບໍດີ ທ. ! ໃນບັນດາສະມະນະພຣາມທັງສອງພວກນັ້ນ ສະມະນະພຣາມພວກໃດມີວາທະ ມີທິຕຖິແນວນີ້ວ່າ : “ທານທີ່ໃຫ້ແລ້ວ ມີ (ຜົລ), ຍັນທີ່ບູຊາແລ້ວ ມີ (ຜົລ), ....ໆລໆ.... ຜູ່ເຮັດໃຫ້ແຈ້ງໂລກນີ້ແລະໂລກອື່ນ ດ້ວຍປັນຍາອັນຍິ່ງແລ້ວປະກາດ ໃຫ້ຜູ່ອື່ນຮູ້ ກໍມີ” ດັ່ງນີ້ນັ້ນ ພວກເຂົານັ້ນຍ່ອມຫວັງໄດ້ໃນຂໍ້ນີ້ ຄືຍ່ອມເລີກລະ ອະກຸສົລທັມສາມປະການ ກ່າວຄື : ກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເສຍແລ້ວ ສະມາທານປະພຶຕກຸສົລທັມສາມປະການ ກ່າວຄື : ກາຢະສຸຈະຣິຕ ວະຈີ

ສຸຈະຣິຕ ມະໂນສຸຈະຣິຕ ເປັນແນ່ນອນ. ຂໍ້ນັ້ນເພາະເຫຕໃດ ? ເພາະເຫຕວ່າ ສະມະນະ ພຣາມຜູ່ຈະເຣີນເຫຼົ່ານັ້ນ ມອງເຫັນໂທດອັນຕໍ່າຊາມ ເສົ້າໝອງ ຂອງ

ອະກຸສົລທັມ ແລະມອງເຫັນອານິສົງສ໌ໃນເນກຂັມມະ ອັນເປັນທັມຂາວຜຸດຜ່ອງຝ່າຍກຸສົລທັມທັງຫຼາຍ. ທິຕຖິຂອງພວກເຂົາ ຕໍ່ໂລກອື່ນຊຶ່ງມີຢູ່ນັ້ນແລ ກໍເປັນທິຕຖິທີ່ເຫັນວ່າໂລກອື່ນມີຢູ່ ທິຕຖິນັ້ນຂອງເຂົາ ຈຶ່ງເປັນສັມມາທິຕຖິ. ໂລກອື່ນຊຶ່ງມີຢູ່ນັ້ນແລ ເຂົາກໍດໍາຣິວ່າໂລກອື່ນມີຢູ່, ຄວາມດໍາຣິນັ້ນຂອງເຂົາ ຈຶ່ງເປັນສັມມາສັງກັປປະ. ເຂົາກ່າວຊຶ່ງໂລກອື່ນອັນມີຢູ່ນັ້ນແລ ວ່າໂລກອື່ນມີຢູ່ ວາຈານັ້ນຂອງເຂົາ ຈຶ່ງເປັນສັມມາວາຈາ. ເຂົາກ່າວຊຶ່ງໂລກອື່ນອັນມີຢູ່ນັ້ນແລ ວ່າໂລກອື່ນມີຢູ່ ເຊັ່ນນີ້ຊື່ວ່າ ເຂົາເຮັດຕົນບໍ່ເປັນຂ້າເສິກຕໍ່ພຣະອໍຣະຫັນຕ໌ທັງຫຼາຍ ຜູ່ຮູ້ແຈ້ງໂລກອື່ນ. ໂລກອື່ນມີຢູ່ນັ້ນແລ ເຂົາເຮັດໃຫ້ຜູ່ອື່ນສໍາຄັນວ່າໂລກອື່ນມີຢູ່ ການເຮັດຂອງເຂົານັ້ນ ຈຶ່ງເປັນສັດທັມມະສັນຍັຕຕິ (ເຮັດໃຫ້ຜູ່ອື່ນໝາຍໝັ້ນໃນສັດທັມ) ແລະ ດ້ວຍສັດທັມມະສັນຍັຕຕິຂອງເຂົານັ້ນເອງ ເຂົາຍ່ອມບໍ່ຍົກຕົນຂົ່ມຜູ່ອື່ນ. ດ້ວຍການເຮັດແນວນີ້ ຊື່ວ່າ ເຂົາລະປົກກະຕິພາວະອັນ

ຊົ່ວຊ້າໃນກາລກ່ອນຂອງເຂົາເສຍ ມາຕັ້ງຢູ່ໃນພາວະອັນງົດງາມ ຄືສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ຄວາມບໍ່ເປັນຂ້າເສິກຕໍ່ພຣະອະຣິຍະເຈົ້າ ສັດທັມມະສັນຍັຕຕິ ການບໍ່ຍົກຕົນ ແລະການບໍ່ຂົ່ມຜູ່ອື່ນ. ດ້ວຍອາການເຫຼົ່ານີ້ ກຸສົລທັມເປັນອະເນກເຫຼົ່ານັ້ນ ຍ່ອມເກີດແກ່ເຂົາ ເພາະມີສັມມາທິຕຖິເປັນປັຈຈັຍ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໕໑

ຄະຫະບໍດີ ທ. ! ໃນບັນດາທິຕຖິທັງສອງຢ່າງນັ້ນ ບຸຣຸສຜູ່ວິນຍູຊົນ ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຖ້າໂລກອື່ນມີຢູ່ ບຸຣຸສຜູ່ຈະເຣີນນີ້ ຫຼັງຈາກການຕາຍເພາະການທໍາລາຍແຫ່ງກາຍ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະເຫຕນັ້ນ. ເອົາລະ ເປັນອັນວ່າໂລກອື່ນ ກໍຢ່າມີກັນເລີຍ ຄໍາຈິງຂອງສະມະນະພຣາມຜູ່ຈະເຣີນເຫຼົ່ານັ້ນ ກໍບໍ່ຕ້ອງເອົາມາກ່າວອ້າງ ; ເຖິງແນວນັ້ນ ບຸຣຸສຜູ່ຈະເຣີນນັ້ນ ກໍຍັງຈັກເປັນຜູ່ອັນວິນຍູຊົນສັນລະເສີນໃນທິຕຖະທັມນີ້ແຫຼະ ວ່າເປັນຄົນມີສີລ ເປັນສັມມາທິຕຖິ ເປັນ ອັຕຖິກະວາດ ດັ່ງນີ້ ຢູ່ນັ້ນເອງ. ຖ້າວ່າໂລກອື່ນເກີດມີຂຶ້ນມາແທ້ແລ້ວ ການຖືເອົາຊຶ່ງຄວາມສໍາເລັດທັງສອງຝ່າຍ ຍ່ອມມີແກ່ບຸຣຸສຜູ່ຈະເຣີນນັ້ນ ກ່າວຄື ໃນທິຕຖະທັມນີ້ ກໍເປັນຜູ່ອັນວິນຍູຊົນສັນລະເສີນ ແລະ ຫຼັງຈາກການຕາຍເພາະການທໍາລາຍແຫ່ງກາຍ ກໍເຂົ້າເຖິງສຸຄະຕິໂລກສະຫວັນ. ນີ້ແຫຼະຄືອະປັນນະກະທັມ (ທັມອັນຜິດບໍ່ໄດ້) ນີ້ ທີ່ບຸຄຄົນຖືເອົາຖືກໂດຍສິ້ນເຊີງ ຍ່ອມແຜ່ໄປໂດຍສ່ວນທັງສອງ ຕັ້ງຢູ່ຢ່າງຕັດຮອນຊຶ່ງຮາກຖານແຫ່ງອະກຸສົລ.

- ມ. ມ. ໑໓/໑໐໑ - ໑໐໕/໑໐໔ - ໑໐໙.

(ສັມມາທິຕຖິແຫ່ງພຣະບາລີນີ້ ຍັງເປັນປະເພດ ໂລກິຢະສັມມາທິຕຖິ ຄືຍັງມີອາສະວະ ມີຄວາມຢຶດໝັ້ນວ່າສັຕ ວ່າບຸຄຄົນ ມີຄວາມດີ ຄວາມຊົ່ວ ມີນະຣົກ ສະຫວັນ ເປັນຕົ້ນ ຊຶ່ງແບ່ງໄດ້ເປັນສອງຝ່າຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ