ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ເຊັ່ນນີ້ ຊື່ວ່າເຂົາເຮັດຕົນເປັນຂ້າເສິກຕໍ່ ພຣະອໍຣະຫັນຕ໌ທັງຫຼາຍ ຜູ່ຮູ້ແຈ້ງໂລກອື່ນ. ໂລກອື່ນມີຢູ່ແທ້ໆ ເຂົາເຮັດໃຫ້ຜູ່ອື່ນສໍາຄັນວ່າໂລກອື່ນບໍ່ມີ ການເຮັດຂອງເຂົານັ້ນ ຈຶ່ງເປັນອະສັດທັມມະສັນຍັຕຕິ (ເຮັດໃຫ້ຜູ່ອື່ນໝາຍໝັ້ນໃນອະສັດທັມ) ແລະດ້ວຍອະສັດທັມມະສັນຍັຕຕິຂອງເຂົານັ້ນເອງ ເຂົາຍົກຕົນຂົ່ມຜູ່ອື່ນ. ດ້ວຍການເຮັດແນວນີ້ ຊື່ວ່າ ເຂົາຢຸດປົກກະຕິພາວະອັນງົດງາມໃນກາລກ່ອນຂອງເຂົາເສຍ ມາຕັ້ງຢູ່ໃນປົກກະຕິພາວະອັນຊົ່ວຮ້າຍ ຄືມິຈສາທິຕຖິ ມິຈສາສັງກັປປະ ມິຈສາວາຈາ ຄວາມເປັນຂ້າເສິກຕໍ່ພຣະອະຣິຍະເຈົ້າ ອະສັດທັມມະສັນຍັຕຕິ ການຍົກຕົນ ແລະ ການຂົ່ມຜູ່ອື່ນ. ດ້ວຍອາການດັ່ງນີ້ ອະກຸສົລທັມອັນບາບໜາເປັນອະເນກເຫຼົ່ານັ້ນ ຍ່ອມເກີດແກ່ເຂົາ ເພາະມີມິຈສາທິິຕຖິເປັນປັຈຈັຍ.

ຄະຫະບໍດີ ທ. ! ໃນບັນດາທິຕຖິທັງສອງຢ່າງນັ້ນ ບຸຣຸສຜູ່ວິນຍູຊົນ ຍ່ອມຮິ່ນຕອງເຫັນເຊັ່ນນີ້ວ່າ : ຖ້າໂລກອື່ນບໍ່ມີ ບຸຣຸສຜູ່ຈະເຣີນ (ຜູ່ຖືຢູ່ວ່າໂລກອື່ນບໍ່ມີ) ນີ້ ຫຼັງຈາກການຕາຍເພາະການທໍາລາຍແຫ່ງກາຍ ຈັກເຮັດຄວາມຜາສຸກໃຫ້ແກ່ຕົນໄດ້ ຍ້ອນເຫຕນັ້ນ ກໍແມ່ນຢູ່ ; ແຕ່ຖ້າໂລກອື່ນມີ ບຸຣຸສຜູ່ຈະເຣີນນີ້ ຫຼັງຈາກການຕາຍເພາະການທໍາລາຍແຫ່ງກາຍ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະເຫຕນັ້ນ ເປັນແນ່ນອນ. ເອົາລະ ເປັນອັນວ່າໂລກອື່ນກໍຢ່າມີ ຄໍາຈິງຂອງສະມະນະພຣາມຜູ່ຈະເຣີນເຫຼົ່ານັ້ນ ກໍບໍ່ຕ້ອງເອົາມາກ່າວອ້າງ ; ເຖິງແນວນັ້ນ ບຸຣຸສຜູ່ຈະເຣີນນັ້ນ ກໍຍັງຈະຖືກວິນຍູຊົນຕິຕຽນ ໃນທິຕຖະທັມນີ້ແຫຼະ ວ່າເປັນຄົນທຸສີລ ເປັນມິຈສາທິຕຖິ ເປັນ ນັຕຖິກະວາດ ດັ່ງນີ້ ຢູ່ນັ້ນເອງ. ຖ້າວ່າໂລກອື່ນເກີດມີຂຶ້ນມາແທ້ແລ້ວ ການໄດ້ຮັບ ກະລີ (ຂະລໍາ)໑ ທັງສອງຝ່າຍ ຍ່ອມມີແກ່ບຸຣຸສຜູ່ຈະເຣີນນັ້ນ ກ່າວຄື ໃນທິຕຖະທັມນີ້ ກໍຖືກວິນຍູຊົນຕິຕຽນ ແລະຫຼັງຈາກການຕາຍ ເພາະການທໍາລາຍແຫ່ງກາຍ ກໍເຂົ້າເຖິງອະບາຍ

ທຸຄະຕິ ວິນິບາຕ ນະຣົກ. ນີ້ແຫຼະ ຄືອະປັນນະກະທັມ (ທັມອັນຜິດບໍ່ໄດ້) ນີ້ ທີ່ບຸຄຄົນນີ້ຖືເອົາຜິດໂດຍສິ້ນເຊີງ ຍ່ອມແຜ່ໄປໂດຍສ່ວນດຽວ ຕັ້ງຢູ່ຢ່າງຕັດຮອນຊຶ່ງຮາກຖານແຫ່ງກຸສົລ.

໑. ຄໍາວ່າ ກະລີ (ໃນບົດວ່າ ກະລິຄຄາໂຫ) ເປັນຄໍາທີ່ແປເປັນພາສາເຮົາໄດ້ຍາກ ໝາຍເຖິງຄວາມຊົ່ວຮ້າຍ

ທີ່ມາຈາກຜີຊະນິດໜຶ່ງ ໃນບ່ອນນີ້ຈຶ່ງແປທັບສັບວ່າ “ກະລີ” ຊຶ່ງແມ່ນຈະແປວ່າ ຄວາມຊົ່ວ, ຄວາມຮ້າຍ,

ຄວາມຜາບແພ້ ຂະລໍາ ໆລໆ ກໍບໍ່ມີຄວາມໝາຍເຕັມຕາມຄວາມໝາຍເດີມຂອງຄໍາຄໍານີ້.

໙໕໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ