ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ພຣາມ ແລະຄະຫະບໍດີຊາວບ້ານສາເລີຍຢະກະ ໄດ້ຍິນສຽງເລົ່າລືວ່າ ພຣະຜູ່ມີພຣະພາຄເຈົ້າ ເປັນພຣະອໍຣະຫັນຕ໌ ຮູ້ແຈ້ງໂລກທັງປວງ ສະແດງທັມງົດງາມບໍລິບູນ ປະກາດພຣົມມະຈັນຣຍ໌ບໍຣິສຸດ ກໍພາກັນໄປເຝົ້າພຣະ
ຜູ່ມີພຣະພາກເຈົ້າ ຜູ່ສະເດັດມາເຖິງໝູ່ບ້ານນີ້ແລ້ວ ຈົນເຖິງບ່ອນປະທັບ. ບາງພວກສະແດງຄວາມເຄົາລົບ ບາງພວກບໍ່ສະແດງຄວາມເຄົາລົບ ນັ່ງຢູ່. ພຣະຜູ່ມີພຣະພາຄເຈົ້າ ໄດ້ຕຣັດແກ່ຊາວບ້ານສາເລີຍຢະກະເຫຼົ່ານັ້ນ ວ່າ :-).
ຄະຫະບໍດີ ທ. ! ມີຢູ່ບໍ່ ສາສດາໃດໆ ຊຶ່ງເປັນທີ່ພໍໃຈຂອງທ່ານ ຈົນເຖິງກັບທ່ານປົງສັດທາລົງໄປແລ້ວ ຢ່າງມີເຫຕຜົລ ?
“ຍັງບໍ່ມີ ຂ້ານ້ອຍ !”.
ຄະຫະບໍດີ ທ. ! ສໍາລັບພວກທ່ານ ທີ່ຍັງບໍ່ມີສາສດາອັນເປັນທີ່ພໍໃຈ ທັມມະອັນຜິດບໍ່ໄດ້ (ອະປັນນະກະທັມມະ) ນີ້ ມີຢູ່ ສໍາລັບພວກທ່ານສະມາທານແລ້ວປະຕິບັຕ. ຄະຫະບໍດີ ທ. ! ທັມມະອັນຜິດບໍ່ໄດ້ນັ້ນ ເມື່ອທ່ານສະມາທານເຕັມປ່ຽມແລ້ວ ຈັກເປັນໄປເພື່ອຫິຕະສຸຂະ ແກ່ພວກທ່ານຕະຫຼອດກາລະດົນນານ. ຄະຫະບໍດີ ທ. ! ທັມມະອັນຜິດບໍ່ໄດ້ນັ້ນ ເປັນແນວໃດໜໍ ?
ຄະຫະບໍດີ ທ. ! ມີສະມະນະພຣາມພວກໜຶ່ງ ມີວາທະມີທິຕຖິແນວນີ້ວ່າ “ທານທີ່ໃຫ້ແລ້ວ ບໍ່ມີ (ຜົລ), ຍັນທີ່ບູຊາແລ້ວ ບໍ່ມີ (ຜົລ), ການບູຊາທີ່ບູຊາແລ້ວ ບໍ່ມີ (ຜົລ), ຜົລວິບາກແຫ່ງກັມທີ່ສັຕເຮັດດີເຮັດຊົ່ວ ບໍ່ມີ, ໂລກນີ້ ບໍ່ມີ, ໂລກອື່ນ ບໍ່ມີ, ມານດາ ບໍ່ມີ, ບິດາ ບໍ່ມີ, ໂອປະປາຕິກະສັຕ ບໍ່ມີ, ສະມະນະພຣາມທີ່ໄປແລ້ວ ປະຕິບັຕແລ້ວໂດຍຖືກຕ້ອງ ເຖິງກັບເຮັດໃຫ້ແຈ້ງຊຶ່ງໂລກນີ້ ແລະ ໂລກອື່ນ ດ້ວຍປັນຍາອັນຖືກຕ້ອງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ ກໍບໍ່ມີ” ດັ່ງນີ້.
໙໔໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ຄະຫະບໍດີ ທ. ! ຍັງມີສະມະນະພຣາມອີກພວກໜຶ່ງ ຊຶ່ງມີວາທະເປັນຂ້າເສິກໂດຍກົງຕໍ່ສະມະນະພຣາມເຫຼົ່ານັ້ນ ກ່າວຢູ່ແນວນີ້ວ່າ “ທານທີ່ໃຫ້ແລ້ວ ມີ (ຜົລ), ຍັນທີ່ບູຊາແລ້ວ ມີ (ຜົລ), ການບູຊາທີ່ບູຊາແລ້ວ ມີ (ຜົລ), ຜົລວິບາກແຫ່ງກັມທີ່ສັຕເຮັດດີເຮັດຊົ່ວ ມີ, ໂລກນີ້ ມີ, ໂລກອື່ນ ມີ, ມານດາ ມີ, ບິດາ ມີ, ໂອປະປາຕິກະສັຕ ມີ, ສະມະນະ ພຣາມທີ່ໄປແລ້ວ ປະຕິບັຕແລ້ວໂດຍຖືກຕ້ອງ ເຖິງກັບເຮັດໃຫ້ແຈ້ງຊຶ່ງໂລກນີ້ ແລະໂລກອື່ນ ດ້ວຍປັນຍາອັນຖືກຕ້ອງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ ກໍມີ” ດັ່ງນີ້. ຄະຫະບໍດີ ທ. ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ສະມະນະ ພຣາມສອງພວກນີ້ ເປັນຜູ່ມີວາທະເປັນຂ້າເສິກໂດຍກົງຕໍ່ກັນ ແລະກັນ ແມ່ນຫຼືບໍ່ ?
“ເຊັ່ນນັ້ນ ຂ້ານ້ອຍ !”.
ຄະຫະບໍດີ ທ. ! ໃນບັນດາສະມະນະພຣາມທັງສອງພວກນັ້ນ ສະມະນະ ພຣາມພວກໃດມີວາທະມີທິຕຖິວ່າ “ທານທີ່ໃຫ້ແລ້ວ ບໍ່ມີ, ຍັນທີ່ບູຊາແລ້ວ ບໍ່ມີ, ... ໆລໆ... ຜູ່ເຮັດໃຫ້ແຈ້ງໂລກນີ້ ແລະໂລກອື່ນ ດ້ວຍປັນຍາອັນຖືກຕ້ອງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ ກໍບໍ່ມີ” ດັ່ງນີ້ນັ້ນ ພວກເຂົາຍ່ອມຫວັງໄດ້ໃນຂໍ້ນີ້ ຄືເລີກລະກຸສົລທັມສາມປະການນີ້ ກ່າວຄື : ກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ເສຍແລ້ວ ສະມາທານປະພຶຕອະກຸສົລທັມສາມປະການ ກ່າວຄື : ກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເປັນແນ່ນອນ. ຂໍ້ນັ້ນ ເພາະເຫຕໃດ ? ເພາະເຫຕວ່າ ສະມະນະ ພຣາມຜູ່ຈະເຣີນເຫຼົ່ານັ້ນ ບໍ່ມອງເຫັນໂທດອັນຕໍ່າຊາມເສົ້າໝອງຂອງອະກຸສົລທັມ ແລະ ບໍ່ມອງເຫັນອານິສົງສ໌ໃນເນກຂັມມະ ອັນເປັນທັມຂາວຂອງຝ່າຍກຸສົລທັມທັງຫຼາຍເສຍເລີຍ. ທິຕຖິຂອງເຂົາຕໍ່ໂລກອື່ນ ຊຶ່ງມີຢູ່ແທ້ໆ ກັບໄປເຫັນເສຍວ່າ
ໂລກອື່ນບໍ່ມີ ທິຕຖິຂອງເຂົານັ້ນຈຶ່ງເປັນມິຈສາທິຕຖິ ໂລກອື່ນຊຶ່ງມີຢູ່ແທ້ໆ ເຂົາດໍາຣິໄປວ່າ ໂລກອື່ນບໍ່ມີ ຄວາມດໍາຣິນັ້ນຂອງເຂົາ ຈຶ່ງເປັນມິຈສາສັງກັປປະ. ເຂົາກ່າວຊຶ່ງໂລກອື່ນ ອັນມີຢູ່ແທ້ໆ ວ່າໂລກອື່ນບໍ່ມີ ວາຈານັ້ນຂອງເຂົາ ຈຶ່ງເປັນມິຈສາວາຈາ. ເຂົາກ່າວຊຶ່ງໂລກອື່ນ ອັນມີຢູ່ແທ້ໆ ວ່າໂລກອື່ນບໍ່ມີ
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໔໙








