ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ຄ) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະຄວາມຈາງຄາຍໄປແຫ່ງປີຕິ ເປັນຜູ່ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ຍ່ອມບັນລຸ ຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວວ່າ “ຜູ່ໃດບັນລຸຊານນີ້ ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນປົກກະຕິສຸຂ” ດັ່ງນີ້ ແລ້ວແລຢູ່. ພິກຂຸ ທ. ! ໃນສະໄໝໃດ ພິກຂຸ ເພາະຄວາມຈາງຄາຍໄປແຫ່ງປີຕິ ເປັນຜູ່ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ຍ່ອມບັນລຸຊານທີສາມ ... ນັ້ນແລ້ວແລຢູ່. ໃນສະໄໝນັ້ນ ເຂົາຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ ຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຜູ່ອື່ນ ແລະ ຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ ແລະຜູ່ອື່ນ ທັງສອງຝ່າຍ. ໃນສະໄໝນັ້ນ ເຂົາຍ່ອມສະເຫວີຍ ເວທະນາ ອັນບໍ່ກໍ່ຄວາມເດືອດຮ້ອນແຕ່ຢ່າງໃດເລີຍ. ພິກຂຸ ທ. ! ເຮົາກ່າວ ອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍວ່າ ມີການບໍ່ກໍ່ຄວາມເດືອດຮ້ອນແກ່ຜູ່ໃດ ເປັນຢ່າງຍິ່ງ.
(ງ) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປ ແຫ່ງໂສມະນັສສະ ແລະໂທມະນັສສະໃນກາລກ່ອນ ຍ່ອມບັນລຸ ຊານທີສີ່ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ສະຕິເປັນທັມມະຊາຕບໍຣິສຸດ ເພາະ
ອຸເປກຂາແລ້ວແລຢູ່. ພິກຂຸ ທ. ! ໃນສະໄໝໃດ ພິກຂຸ ເພາະລະສຸຂເສຍໄດ້ ແລະເພາະ ລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັສສະ ແລະໂທມະນັສສະໃນກາລກ່ອນ ຍ່ອມບັນລຸຊານທີສີ່ ... ນັ້ນແລ້ວແລຢູ່. ໃນສະໄໝນັ້ນ ເຂົາຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ ຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຜູ່ອື່ນ ແລະຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ ແລະຜູ່ອື່ນທັງສອງຝ່າຍ. ໃນສະໄໝນັ້ນ ເຂົາຍ່ອມສະເຫວີຍ ເວທະນາ ອັນບໍ່ກໍ່ຄວາມເດືອດຮ້ອນແຕ່ຢ່າງໃດເລີຍ. ພິກຂຸ ທ. ! ເຮົາກ່າວ ອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍວ່າ ມີການບໍ່ກໍ່ຄວາມເດືອດຮ້ອນແກ່ຜູ່ໃດເປັນຢ່າງຍິ່ງ.
໙໔໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ແມ່ນຫຍັງ ເປັນອາທີນະວະ (ໂທດອັນຕໍ່າຊາມ) ຂອງເວທະນາທັງຫຼາຍ ? ພິກຂຸ ທ. ! ເວທະນາບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ອັນໃດ, ອັນນັ້ນ ເປັນອາທີນະວະຂອງເວທະນາທັງຫຼາຍ.
ພິກຂຸ ທ. ! ແມ່ນຫຍັງ ເປັນນິສສະຣະນະ (ອຸບາຍເຄື່ອງອອກ) ຈາກເວທະນາທັງຫຼາຍ ? ພິກຂຸ ທ. ! ການນໍາອອກເສຍໄດ້ ຊຶ່ງສັນທະຣາຄະ ໃນເວທະນາທັງຫຼາຍ ການລະເສຍໄດ້ ຊຶ່ງສັນທະຣາຄະ ໃນເວທະນາທັງຫຼາຍອັນໃດ, ອັນນັ້ນ ເປັນ
ນິສສະຣະນະຈາກເວທະນາທັງຫຼາຍ.
ພິກຂຸ ທ. ! ສະມະນະ ຫຼືພຣາມເຫຼົ່າໃດ ບໍ່ຮູ້ແຈ້ງຄວາມເປັນຈິງ ຊຶ່ງອັສສາທະແຫ່ງເວທະນາທັງຫຼາຍໂດຍຄວາມເປັນອັສສາທະດ້ວຍ ຊຶ່ງອາທີນະວະໂດຍຄວາມເປັນອາທີນະວະດ້ວຍ ຊຶ່ງນິສສະຣະນະໂດຍຄວາມເປັນນິສສະຣະນະດ້ວຍ ໂດຍອາການເຊັ່ນນີ້ ຢູ່ ; ສະມະນະ ຫຼືພຣາມເຫຼົ່ານັ້ນນັ້ນໜໍ ຈັກຮອບຮູ້ຊຶ່ງເວທະນາທັງຫຼາຍດ້ວຍຕົນເອງ ຫຼືວ່າຈັກຊັກຊວນຜູ່ອື່ນໃຫ້ຮອບຮູ້ ຊຶ່ງເວທະນາທັງຫຼາຍເໝືອນດັ່ງຜູ່ທີ່ເຄີຍປະຕິບັຕແລ້ວ ດັ່ງນີ້ນັ້ນ ນັ້ນບໍ່ແມ່ນຖານະທີ່ມີໄດ້.
ພິກຂຸ ທ. ! ສ່ວນສະມະນະ ຫຼືພຣາມເຫຼົ່າໃດ ຮູ້ແຈ້ງຕາມເປັນຈິງ ຊຶ່ງອັສສາທະແຫ່ງເວທະນາທັງຫຼາຍໂດຍຄວາມເປັນອັສສາທະດ້ວຍ ຊຶ່ງອາທີນະວະໂດຍຄວາມເປັນອາທີນະວະດ້ວຍ ຊຶ່ງນິສສະຣະນະໂດຍຄວາມເປັນນິສສະຣະນະດ້ວຍ ໂດຍອາການແນວນີ້ຢູ່ ; ສະມານະ ຫຼືພຣາມເຫຼົ່ານັ້ນ ນັ້ນແຫຼະ ຈັກຮອບຮູ້ຊຶ່ງເວທະນາທັງຫຼາຍດ້ວຍຕົນເອງ ຫຼືວ່າ ຈັກຊັກຊວນຜູ່ອື່ນໃຫ້ຮອບຮູ້ ຊຶ່ງເວທະນາທັງຫຼາຍຄືກັບຜູ່ທີ່ເຄີຍປະຕິບັຕແລ້ວດັ່ງນີ້ນັ້ນ ນັ້ນເປັນຖານະທີ່ມີໄດ້.
- ມູ. ມ. ໑໒/໑໗໖ - ໑໗໗/໒໐໕ - ໒໐໘.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໔໗
ການເຮັດໃຫ້ເກີດສັມມາທິຕຖິເມື່ອມີບັນຫາ ລະຫວ່າງລັດທິ
(ນັຕຖິກະ-ອັຕຖິກະວາດ, ອະກິຣິຢະ-ກິຣິຢະວາດ, ອະເຫຕຸກະ-ເຫຕຸກະວາດ, ອຸຣຸບປະວາດ, ພະວະນິໂຣດະວາດ)








