ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ສະມະນະ ຫຼືພຣາມເຫຼົ່າໃດ ບໍ່ຮູ້ແຈ້ງຕາມເປັນຈິງ ຊຶ່ງອັສສາທະແຫ່ງຮູບ ໂດຍຄວາມເປັນອັສສາທະດ້ວຍ ຊຶ່ງອາທີນະວະ ໂດຍຄວາມເປັນອາທີນະວະດ້ວຍ ຊຶ່ງນິສສະຣະນະ ໂດຍຄວາມເປັນນິສສະຣະນະດ້ວຍ ໂດຍອາການເຊັ່ນນີ້ ຢູ່ ; ສະມະນະ ຫຼືພຣາມເຫຼົ່ານັ້ນນັ້ນໜໍ ຈັກຮອບຮູ້ຊຶ່ງຮູບດ້ວຍຕົນເອງ ຫຼືວ່າ ຈັກຊັກຊວນຜູ່ອື່ນໃຫ້ຮອບຮູ້ຊຶ່ງຮູບ ເໝືອນດັ່ງຜູ່ທີ່ເຄີຍປະຕິບັຕແລ້ວ ດັ່ງນີ້ນັ້ນ ນັ້ນບໍ່ແມ່ນຖານະທີ່ມີໄດ້.
ພິກຂຸ ທ. ! ສ່ວນ ສະມະນະ ຫຼືພຣາມເຫຼົ່າໃດ ຮູ້ແຈ້ງຕາມຄວາມເປັນຈິງ ຊຶ່ງ
ອັສສາທະແຫ່ງຮູບ ໂດຍຄວາມເປັນອັສສາທະດ້ວຍ ຊຶ່ງອາທີນະວະໂດຍຄວາມເປັນອາທີນະວະດ້ວຍ ຊຶ່ງນິສສະຣະນະ ໂດຍຄວາມເປັນນິສສະຣະນະດ້ວຍ ໂດຍອາການເຊັ່ນນີ້ ຢູ່ ; ສະມະນະ ຫຼື ພຣາມເຫຼົ່ານັ້ນ ຈັກຮອບຮູ້ຊຶ່ງຮູບດ້ວຍຕົນເອງ ຫຼືວ່າ ຈັກຊັກຊວນຜູ່ອື່ນໃຫ້ຮອບຮູ້ຊຶ່ງຮູບ ຄືກັບຜູ່ທີ່ເຄີຍປະຕິບັຕແລ້ວ ດັ່ງນີ້ນັ້ນ ; ນັ້ນເປັນຖານະທີ່ມີໄດ້.
- ມູ. ມ. ໑໒/໑໗໓ - ໑໗໕/໒໐໑ - ໒໐໔.
(ຄວາມຮູ້ດັ່ງກ່າວນີ້ ສົງເຄາະລົງໃນສັມມາທິຕຖິ ດັ່ງນັ້ນ ຈຶ່ງນໍາເອົາມາລວມໄວ້ໃນບ່ອນນີ້).
໙໔໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ອັສສາທະ-ອາທີນະວະ-ນິສສະຣະນະ ຂອງເວທະນາ
(ທັມມະລັກສະນະ ໓ ປະການ ຂອງເວທະນາ : ວັຕຖຸແຫ່ງສັມມາທິຕຖິ)
ພິກຂຸ ທ. ! ແມ່ນຫຍັງ ເປັນອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍ ?
(ກ) ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ ເພາະສະງັດຈາກກາມ ແລະສະງັດຈາກ
ອະກຸສົລທັມທັງຫຼາຍ ຍ່ອມບັນລຸ ຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ພິກຂຸ ທ. ! ໃນສະໄໝໃດ ພິກຂຸ ເພາະສະງັດຈາກກາມ ແລະສະງັດຈາກອະກຸສົລທັມທັງຫຼາຍ ຍ່ອມບັນລຸຊານທີໜຶ່ງ ... ນັ້ນແລ້ວແລຢູ່. ໃນສະໄໝນັ້ນ ເຂົາຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່
ຕົນເອງ ເຂົາຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຜູ່ອື່ນ ແລະຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງແລະ
ຜູ່ອື່ນທັງສອງຝ່າຍ. ໃນສະໄໝນັ້ນ (ຂະນະນັ້ນ) ເຂົາຍ່ອມສະເຫວີຍ ເວທະນາ ອັນບໍ່ກໍ່ຄວາມເດືອດຮ້ອນແຕ່ຢ່າງໃດເລີຍ. ພິກຂຸ ທ. ! ເຮົາກ່າວອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍວ່າ ມີການບໍ່ກໍ່ຄວາມເດືອນຮ້ອນແກ່ຜູ່ໃດເປັນຢ່າງຍິ່ງ. [ເບິ່ງ ນ. ໑໓໔໗ ປະກອບຄື ເມື່ອຂະນະຢູ່ໃນຊານທັງ ໔ ອາຣົມຮັກ ... ຊັງ ... ຈະດັບໄປ, ແຕ່ເມື່ອຊານດັບໄປ ອາຣົມຮັກ ... ຊັງ ... ຫຼື ຄວາມຄິດໃນການກໍ່ຄວາມເດືອນຮ້ອນແກ່ຜູ່ອື່ນ ຍ່ອມເກີດຂຶ້ນໄດ້].
(ຂ) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະສະງົບວິຕົກວິຈາຣເສຍໄດ້ ຍ່ອມບັນລຸ ຊານທີສອງ ອັນເປັນເຄື່ອງຜ່ອງໃສໃນພາຍໃນ ນໍາໃຫ້ເກີດສະມາທິ ມີອາຣົມອັນດຽວແຫ່ງໃຈ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່. ພິກຂຸ ທ. ! ໃນສະໄໝໃດ ພິກຂຸ ເພາະສະງົບວິຕົກວິຈາຣເສຍໄດ້ ຍ່ອມບັນລຸຊານທີສອງ ... ນັ້ນແລ້ວແລຢູ່. ໃນສະໄໝນັ້ນ ເຂົາຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ ຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຜູ່ອື່ນ ແລະຍ່ອມບໍ່ຄິດແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດ ຮ້ອນແກ່ຕົນເອງ ແລະຜູ່ອື່ນທັງສອງຝ່າຍ. ໃນສະໄໝນັ້ນ ເຂົາຍ່ອມສະເຫວີຍ ເວທະນາອັນບໍ່ກໍ່ຄວາມເດືອດຮ້ອນແຕ່ຢ່າງໃດເລີຍ. ພິກຂຸ ທ. ! ເຮົາກ່າວ ອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍວ່າ ມີການບໍ່ກໍ່ຄວາມເດືອດຮ້ອນແກ່ຜູ່ໃດເປັນຢ່າງຍິ່ງ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໔໕








