ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ຂ) ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ບຸຄຄົນຈະໄດ້ເຫັນນ້ອງສາວ (ຂອງຕົນເອງ) ນັ້ນແຫຼະ ອາພາດລົງ ໄດ້ຮັບທຸກຂ໌ທໍລະມານ ເປັນໄຂ້ໜັກ ນອນກິ້ງເກືອກຢູ່ໃນມູຕ ແລະຄູຕຂອງຕົນເອງ ອັນບຸຄຄົນຕ້ອງຊ່ວຍໂຈມໃຫ້ລຸກແລະໃຫ້ນອນ. ພິກຂຸ ທ. ! ພວກເຈົ້າເຂົ້າໃຈຂໍ້ຄວາມນັ້ນວ່າແນວໃດ : ສີສັນວັນນະອັນງົດງາມທີ່ມີແຕ່ເດີມ ອັນຕະທານໄປແລ້ວ ໂທດປາກົດແຈ້ງແລ້ວ ແມ່ນຫຼືບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !” ພິກຂຸ ທ. ! ແມ່ນວ່ານັ້ນ ກໍຄືອາທີນະວະຂອງຮູບ.

(ຄ) ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ບຸຄຄົນຈະໄດ້ເຫັນນ້ອງສາວ (ຂອງຕົນເອງ) ນັ້ນແຫຼະ ບັດນີ້ເປັນສະຣີຣະຮ່າງກາຍອັນເຂົາຖິ້ມແລ້ວ ໃນປ່າຊ້າເປັນບ່ອນຖິ້ມ

ຊາກສົບ ຕາຍແລ້ວວັນໜຶ່ງ ແດ່ ຕາຍແລ້ວສອງວັນ ແດ່ ຕາຍແລ້ວສາມວັນ ແດ່

ກໍາລັງຂຶ້ນອືດ ແດ່ ມີສີຂຽວ ແດ່ ມີໜອງໄຫຼ ແດ່. ພິກຂຸ ທ. ! ພວກເຈົ້າຈະເຂົ້າໃຈຄວາມຂໍ້ນີ້ວ່າແນວໃດ : ສີສັນວັນນະອັນງົດງາມທີ່ມີແຕ່ເດີມ ອັນຕະທານໄປແລ້ວ, ໂທດປາກົດແຈ້ງແລ້ວ ແມ່ນຫຼືບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !” ພິກຂຸ ທ. ! ແມ່ນວ່ານັ້ນ ກໍຄືອາທີນະວະຂອງຮູບ.

(ງ) ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ບຸຄຄົນຈະໄດ້ເຫັນນ້ອງສາວ (ຂອງຕົນເອງ) ນັ້ນແຫຼະ ບັດນີ້ເປັນສະຣີຣະຮ່າງກາຍອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມ

ຊາກສົບ ຝູງກາສັບຈິກກິນຢູ່ ແດ່ ຝູງແຮ້ງສັບຈິກກິນຢູ່ ແດ່ ຝູງນົກກະຕຸມສັບຈິກກິນຢູ່ ແດ່ ອັນຝູງໝາກັດກິນຢູ່ ແດ່ ອັນຝູງໝາຈອກກັດກິນຢູ່ ແດ່ ແລະ ອັນໝູ່ໜອນຕ່າງຊະນິດເຈາະບ້ອນກິນຢູ່ ແດ່. ພິກຂຸ ທ. ! ພວກເຈົ້າຈະເຂົ້າໃຈຄວາມຂໍ້ນີ້ວ່າແນວໃດ : ສີສັນວັນນະອັນງົດງາມທີ່ມີແຕ່ເດີມ ອັນຕະທານໄປແລ້ວ ໂທດປາກົດແຈ້ງແລ້ວ ແມ່ນຫຼືບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !” ພິກຂຸ ທ. ! ແມ່ນວ່ານັ້ນ ກໍຄືອາທີນະວະຂອງຮູບ.

໙໔໒ ອະຣິຍະສັຈຈ໌ຈາກພຣະໂອຖະ

(ຈ) ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ບຸຄຄົນຈະໄດ້ເຫັນນ້ອງສາວ (ຂອງຕົນເອງ) ນັ້ນແຫຼະ ບັດນີ້ເປັນສະຣີຣະຮ່າງກາຍອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມ

ຊາກສົບ ເປັນຮ່າງກະດູກຍັງມີຊີ້ນແລະເລືອດ ແລະຍັງມີເອັນເປັນເຄື່ອງຈ່ອງຮັດຢູ່ແດ່ ເປັນຮ່າງກະດູກທີ່ ປາສະຈາກຊີ້ນ ແຕ່ຍັງມີເລືອດເປື້ອນຢູ່ ແລະຍັງມີເອັນເປັນເຄື່ອງຈ່ອງຮັດໄວ້ແດ່ ເປັນຮ່າງກະດູກທີ່ປາສະຈາກຊີ້ນແລະເລືອດ ແຕ່ຍັງມີເອັນເປັນເຄື່ອງຈ່ອງຮັດໄວ້ແດ່ ເປັນທ່ອນກະດູກທີ່ປາສະຈາກເອັນ ເປັນເຄື່ອງຈ່ອງຮັດ ກະຈັດກະຈາຍໄປຄົນລະທິສລະທາງ ຄື ກະດູກມືໄປທາງໜຶ່ງ ກະດູກຕີນໄປທາງໜຶ່ງ ກະດູກແຂ່ງໄປທາງໜຶ່ງ ກະດູກຂາໄປທາງໜຶ່ງ ກະດູກແອວໄປທາງໜຶ່ງ ກະດູກຂໍ້ສັນຫຼັງໄປທາງໜຶ່ງ ກະດູກຂ້າງໄປທາງໜຶ່ງ ກະດູກໜ້າເອິກໄປທາງໜຶ່ງ ກະດູກແຂນໄປທາງໜຶ່ງ ກະດູກໄຫຼ່ໄປທາງໜຶ່ງ ກະດູກຄໍໄປທາງໜຶ່ງ ກະດູກຄາງໄປທາງໜຶ່ງ ແຂ້ວໄປທາງໜຶ່ງ ກະໂຫຼກຫົວໄປທາງໜຶ່ງແດ່. ພິກຂຸ ທ. ! ພວກເຈົ້າຈະເຂົ້າໃຈຄວາມຂໍ້ນີ້ວ່າແນວໃດ : ສີສັນວັນນະອັນງົດງາມທີ່ມີແຕ່ເດີມ ອັນຕະທານໄປແລ້ວ ໂທດປາກົດແຈ້ງແລ້ວແມ່ນຫຼືບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !” ພິກຂຸ ທ. ! ແມ່ນວ່ານັ້ນ ກໍຄືອາທີນະວະຂອງຮູບ.

(ສ) ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ບຸຄຄົນຈະໄດ້ເຫັນນ້ອງສາວ (ຂອງຕົນເອງ) ນັ້ນແຫຼະ ບັດນີ້ເປັນສະຣີຣະຮ່າງກາຍອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມ

ຊາກສົບ ເປັນທ່ອນກະດູກມີສີຂາວດັ່ງສີສັງ ແດ່ ເປັນທ່ອນກະດູກ ກອງຊະຊາຍຢູ່ດົນກາຍກວ່າປີໜຶ່ງໄປແລ້ວ ແດ່ ເປັນກະດູກ ເປື່ອຍຜຸ່ຍລະອຽດໄປແລ້ວ ແດ່. ພິກຂຸ ທ. ! ພວກເຈົ້າຈະເຂົ້າໃຈຄວາມຂໍ້ນີ້ວ່າແນວໃດ : ສີສັນວັນນະອັນງົດງາມ ທີ່ມີແຕ່ເດີມ ອັນຕະທານໄປແລ້ວ ໂທດປາກົດແຈ້ງແລ້ວແມ່ນຫຼືບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !” ພິກຂຸ ທ. ! ແມ່ນວ່ານັ້ນ ກໍຄືອາທີນະວະຂອງຮູບ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໔໓

ພິກຂຸ ທ. ! ແມ່ນຫຍັງ ເປັນນິສສະຣະນະ (ອຸບາຍເຄື່ອງອອກ) ຈາກຮູບ ? ພິກຂຸ ທ. ! ການນໍາອອກເສຍໄດ້ຊຶ່ງສັນທະຣາຄະ ການລະເສຍໄດ້ຊຶ່ງສັນທະຣາຄະ ໃນຮູບ

ອັນໃດ ອັນນັ້ນ ເປັນນິສສະຣະນະຂອງຮູບ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ