ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ອັນໃດ ເປັນນິສສະຣະນະ (ອຸບາຍເຄື່ອງອອກ) ຈາກກາມທັງຫຼາຍ ? ພິກຂຸ ທ. ! ການນໍາອອກເສຍໄດ້ຊຶ່ງສັນທະຣາຄະ ການລະເສຍໄດ້ຊຶ່ງສັນທະຣາຄະ ໃນກາມທັງຫຼາຍ ອັນໃດ ອັນນັ້ນ ເປັນນິສສະຣະນະຈາກກາມທັງຫຼາຍ.
ພິກຂຸ ທ. ! ສະມະນະ ຫຼືພຣາມເຫຼົ່າໃດ ບໍ່ຮູ້ແຈ້ງຕາມເປັນຈິງ ຊຶ່ງອັສສາທະ ແຫ່ງກາມທັງຫຼາຍ ໂດຍຄວາມເປັນອັສສາທະດ້ວຍ ຊຶ່ງອາທີນະວະໂດຍຄວາມເປັນອາທີນະວະດ້ວຍ ຊຶ່ງນິສສະຣະນະໂດຍຄວາມເປັນນິສສະຣະນະດ້ວຍ ໂດຍອາການເຊັ່ນນີ້ຢູ່ ; ສະມະນະພຣາມເຫຼົ່ານັ້ນຫັ້ນໜໍ ຈັກຮູ້ຮອບຊຶ່ງກາມທັງຫຼາຍດ້ວຍຕົນເອງ ຫຼືວ່າຈັກຊັກຊວນຜູ່ອື່ນໃຫ້ຮອບຮູ້ຊຶ່ງກາມ ເໝືອນດັ່ງຜູ່ທີ່ເຄີຍປະຕິບັຕແລ້ວ ດັ່ງນີ້ນັ້ນ ນັ້ນບໍ່ແມ່ນນຖານະທີ່ມີໄດ້.
ພິກຂຸ ທ. ! ສ່ວນ ສະມະນະ ຫຼືພຣາມເຫຼົ່າໃດ ຮູ້ແຈ້ງຕາມເປັນຈິງ ຊຶ່ງອັສສາທະແຫ່ງກາມທັງຫຼາຍ ໂດຍຄວາມເປັນອັສສາທະດ້ວຍ ຊຶ່ງອາທີນະວະໂດຍຄວາມເປັນອາທີນະວະດ້ວຍ ຊຶ່ງນິສສະຣະນະໂດຍຄວາມເປັນນິສສະຣະນະດ້ວຍ ໂດຍອາການເຊັ່ນນີ້ຢູ່ ; ສະມະນະ ຫຼືພຣາມເຫຼົ່ານັ້ນນັ້ນແລ ຈັກຮອບຮູ້ຊຶ່ງກາມທັງຫຼາຍດ້ວຍຕົນເອງ ຫຼືວ່າຈັກຊັກຊວນຜູ່ອື່ນໃຫ້ຮອບຮູ້ຊຶ່ງກາມ ເໝືອນດັ່ງຜູ່ທີ່ເຄີຍປະຕິບັຕແລ້ວ ດັ່ງນີ້ນັ້ນ ນັ້ນເປັນຖານະທີ່ມີໄດ້.
- ມູ. ມ. ໑໒/໑໖໘ - ໑໗໓/໑໙໗ - ໒໐໐.
(ຄວາມຮູ້ດັ່ງກ່າວນີ້ ສົງເຄາະລົງໃນສັມມາທິຕຖິ ດັ່ງນັ້ນ ຈຶ່ງນໍາເອົາມາລວມໄວ້ໃນບ່ອນນີ້).
໙໔໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ອັສສາທະ-ອາທີນະວະ-ນິສສະຣະນະ ຂອງຮູບກາຍ
(ທັມມະລັກສະນະ ໓ ປະການຂອງຮູບ ; ວັຕຖຸແຫ່ງສັມມາທິຕຖິ)
ພິກຂຸ ທ. ! ແມ່ນຫຍັງ ເປັນອັສສາທະ (ສະເໜ່) ຂອງຮູບ ? ພິກຂຸ ທ. ! ເໝືອນດັ່ງວ່ານາງສາວນ້ອຍແຫ່ງກະສັດກໍດີ ນາງສາວນ້ອຍແຫ່ງພຣາມກໍດີ ຫຼືນາງສາວນ້ອຍແຫ່ງຄະຫະບໍດີກໍດີ ທີ່ສະແດງລັກສະນະວ່າມີອາຍຸສິບຫ້າປີກໍດີ ຫຼືສິບຫົກປີກໍດີ ຊຶ່ງມີຮູບຊົງບໍ່ສູງຫຼາຍ ບໍ່ຕໍ່າໂພດ ບໍ່ຈ່ອຍຫຼາຍ ບໍ່ຕຸ້ຍໂພດ ບໍ່ດໍາໂພດ ບໍ່ຂາວເກີນ. ພິິກຂຸ ທ. ! ໃນສະໄໝນັ້ນ ສີສັນວັນນະແຫ່ງຍິງນັ້ນ ຍ່ອມງົດງາມຢ່າງຍິ່ງ ແມ່ນຫຼືບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !” ພິກຂຸ ທ. ! ສຸຂໂສມະນັສສະທີ່ອາໄສສີສັນວັນນະອັນງົດງາມ ແລ້ວບັງເກີດຂຶ້ນອັນໃດ ອັນນັ້ນ ເປັນອັສສາທະຂອງຮູບ.
ພິກຂຸ ທ. ! ແມ່ນຫຍັງ ເປັນ ອາທີນະວະ (ໂທດອັນຕໍ່າຊາມ) ຂອງຮູບ ?
(ກ) ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນຈະໄດ້ເຫັນນ້ອງສາວ (ຂອງຕົນເອງ) ນັ້ນແຫຼະ ໂດຍກາລຕໍ່ມາ ມີອາຍຸໄດ້ ໘໐ ປີແດ່ ໙໐ ປີແດ່ ຊະຣາຊຸດໂຊມແລ້ວ ມີຫຼັງຄົດງໍ ຄືໂຄປານສິແຫ່ງຫຼັງຄາ໑ ມີກາຍຄົດໄປຄົດມາ ມີໄມ້ຄ້ອນເທົ້າຢັນໄປເບື້ອງໜ້າ ຍ່າງໂຕສັ່ນງຶກງັກ ກະສັບກະສ່າຍ ຜ່ານໄວອັນແຂງແຮງໄປແລ້ວ ມີແຂ້ວຫັກແລ້ວ ມີຜົມຫງອກແລ້ວ ມີຜົມຕັດສັ້ນຢ່າງລວກໆ ມີຜິວໜັງຢ່ອນຍານ ແລະມີໂຕເຕັມໄປດ້ວຍປານ. ພິກຂຸ ທ. ! ພວກເຈົ້າເຂົ້າໃຈຄວາມຂໍ້ນີ້ວ່າແນວໃດ ; ສີສັນວັນນະອັນງົດງາມທີ່ມີມາແຕ່ເດີມ ອັນຕະທານໄປແລ້ວ ໂທດປາກົດແຈ້ງແລ້ວ ແມ່ນຫຼືບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !” ພິກຂຸ ທ. ! ນັ້ນຄື ອາທີນະວະຂອງຮູບ.
໑. ຄໍານີ້ເຄີຍແປກັນວ່າ ກອນ ຫຼື ສີຍົວ ແຕ່ບໍ່ສົມເຫຕສົມຜົລ ຄືມັນບໍ່ໄດ້ໂຄ້ງ. ຮູບເຮືອນບູຮານທີ່ປາກົດຢູ່ໃນ
ສີລາສະລັກຂອງບູຮານ ເຫັນໂຄ້ງຢູ່ແຕ່ສ່ວນທີ່ເອີ້ນວ່າປັ້ນລົມ ໂຄ້ງງໍເປັນຮູບດອກບົວ ພໍທີ່ຈະປຽບກັບຫຼັງກົ່ງໄດ້
ຫຼື ບໍ່ດັ່ງນັ້ນ ກໍຕ້ອງເປັນເຮືອນທີ່ມີຫຼັງຄາເປັນຮູບປະທຸນເຮືອສີຍົວ ຫຼື ກອນຈຶ່ງຈະໂຄ້ງງໍໄດ້,
ເຮັດໃຫ້ບໍ່ແນ່ໃຈວ່າ ຈະແປຄໍານີ້ວ່າແນວໃດດີ ຈຶ່ງບໍ່ແປ ແລະຄົງໄວ້ຕາມເດີມວ່າ ໂຄປານສິ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໔໑








