ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

໒. ຂອດສັງ ຄື ຕັດໜັງ ຄວັ່ນໄປໃຫ້ຮອດຂະໝັບຫູທັງສອງຂ້າງ ແລະຫຼຸມຄໍແລ້ວ ລວບຜົມທັງໝົດມັດໄວ້

ໃຊ້ໄມ້ສອດໝູນຍົກຂຶ້ນ ໃຫ້ໜັງຫຼຸດຕິດຂຶ້ນມາ ພ້ອມກັບຜົມແລ້ວ ໃຊ້ຊາຍຫຍາບຂັດກະໂຫຼກຫົວ

ລ້າງໃຫ້ຂາວເໝືອນດັ່ງສັງຂ໌.

໓. ປາກຣາຫູ ຄື ໃຊ້ຂໍເຫຼັກງ້າງປາກໃຫ້ອ້າແລ້ວ ຈູດໄຟໃນປາກ. ອີກຢ່າງໜຶ່ງ ໃຊ້ສິ່ວຕອກເຈາະ

ຕັ້ງແຕ່ຂະໝັບ ເຂົ້າໄປຈົນເຖິງປາກ ໃຫ້ໂລຫິຕໄຫຼອອກມາເຕັມປາກ ເບິ່ງປາກອ້າເໝືອນດັ່ງປາກຣາຫູ.

໔. ມາໄລໄຟ ຄື ໃຊ້ຜ້າຈຸ່ມນໍ້າມັນ ພັນຈົນທົ່ວໂຕແລ້ວຈູດໄຟ.

໕. ທວນໄຟມື ຄື ໃຊ້ຜ້າຈຸ່ມນໍ້າມັນ ພັນມືທັງສອງຂ້າງຈົນທົ່ວແລ້ວຈູດໄຟ.

໖. ລິ້ວສ່າຍ ຄື ແຫຼ່ໜັງລອກອອກເປັນລິ້ວໆ ຕັ້ງແຕ່ໃຕ້ຄໍໄປຈົນເຖິງຂໍ້ຕີນ ແລ້ວເອົາເຊືອກຜູກດຶງລາກໄປ

ນັກໂທດຍ່າງຢຽບລິ້ວໜັງ ຂອງຕົນລົ້ມລຸກຄຸກຄານ ໄປຈົນກວ່າຈະຕາຍ.

໗. ນຸ່ງເປືອກໄມ້ ຄື ແຫຼ່ໜັງເປັນຮ້ອຍລິ້ວໆຄືດັ່ງຂໍ້ ໖ ແຕ່ເຮັດເປັນສອງຕອນ ຕັ້ງແຕ່ໃຕ້ຄໍຈົນເຖິງແອວຕອນໜຶ່ງ

ຕັ້ງແຕ່ແອວຈົນເຖິງຂໍ້ຕີນຕອນໜຶ່ງ ລິ້ວໜັງຕອນເທິງ ຫ້ອຍຄຸມລົງມາປົກປິດກາຍທາງລຸ່ມ

ເບິ່ງເໝືອນດັ່ງນຸ່ງເປືອກໄມ້ທີ່ທຸບສາງດີແລ້ວ.

໘. ຢືນກວາງ ຄື ໃຊ້ຫ່ວງເຫຼັກ ຮັດສອກທັງສອງ ແລະຂາທັງສອງ ຂຶງຕິດໄວ້ກັບຫຼັກເຫຼັກສີ່ຫຼັກເທິງພື້ນດິນ

ເບິ່ງເໝືອນດັ່ງກວາງຖືກຂຶງ ແລ້ວກໍໄຟຢ້າງລົນໄປເລື້ອຍໆ ຈົນວ່າຈະຕາຍ.

໙໓໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ຍ່ອມເຮັດກັມມະກອນຊື່ “ສຽບເຍື່ອເບັດ”໙ ແດ່ ຍ່ອມເຮັດກັມມະກອນຊື່ “ຫຼຽນກະສາບ”໑໐ ແດ່ ຍ່ອມເຮັດກັມມະກອນຊື່ “ທາເກືອ” ແດ່ ຍ່ອມເຮັດກັມມະກອນຊື່ “ແປງແສບ”໑໑ ແດ່ ຍ່ອມເຮັດກັມມະກອນຊື່ “ວຽນຫຼັກ”໑໒ ແດ່ ຍ່ອມເຮັດກັມມະກອນຊື່ “ຕັ່ງເຟືອງ”໑໓ ແດ່ ຮວດດ້ວຍນໍ້າມັນຮ້ອນໆ ແດ່ ຍ່ອມປ່ອຍໃຫ້ “ໝາແຫ້ນ”໑໔ ແດ່ ຍ່ອມໃຫ້ນອນຫງາຍເທິງຫຼາວທັງເປັນໆແດ່ ຍ່ອມຕັດຫົວດ້ວຍດາບແດ່ ; ເຂົາເຫຼົ່ານັ້ນ ຍ່ອມເຖິງຊຶ່ງຄວາມຕາຍແດ່ ໄດ້ຮັບທຸກຂ໌ປານຕາຍແດ່ ຢູ່ໃນບ່ອນນັ້ນໆ. ພິກຂຸ ທ. ! ແມ່ນວ່າຂໍ້ນີ້ ກໍເປັນໂທດຂອງກາມ ເປັນກອງທຸກຂ໌ ອັນບຸຄຄົນເຫັນໄດ້ເອງ ວ່າມີກາມເປັນເຫຕ ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນແລ.

໙. ສຽບເຫຍື່ອເບັດ ຄື ໃຊ້ເບັດມີງ່ຽງສອງຂ້າງ ເກາະໂຕ ດຶງເອົາໜັງຊີ້ນ ແລະເອັນອອກມາໃຫ້ໝົດ.

໑໐. ຫຼຽນກະສາບ ຄື ໃຊ້ມີດຄົມປາດຊີ້ນ ອອກເປັນຈຸດໆ ມີຂະໜາດທໍ່ເງິນຫລຽນ ຈົນກວ່າຈະຕາຍ.

໑໑. ແປງແສບ ຄື ຟັກສັບເສຍໃຫ້ຍ່ອຍທົ່ວກາຍແລ້ວ ໃຊ້ແປງຈຸ່ມນໍ້າແສບ (ມີນໍ້າເກືອເປັນຕົ້ນ) ຖູຂູດສີໄປມາ

ໃຫ້ໜັງຊີ້ນ ເອັນຂາດຫຼຸດອອກມາໝົດ ເຫຼືອແຕ່ກະດູກ.

໑໒. ວຽນຫຼັກ ຄື ໃຫ້ນອນສະແຄງແລ້ວ ໃຊ້ຫຼາວເຫຼັກຕອກເຂົ້າຊ່ອງຫູ ໃຫ້ຊອດທະລຸລົງໄປ

ຂຶງແໜ້ນຢູ່ກັບດິນແລ້ວ ຈັບຕີນທັງສອງຍົກຍ່າງວຽນ.

໑໓. ຕັ່ງເຟືອງ ຄື ໃຊ້ກ້ອນຫີນບົດທັບໂຕ ບົດໃຫ້ກະດູກແຕກລະອຽດ ແຕ່ບໍ່ໃຫ້ໜັງຂາດແລ້ວ ຈັບຜົມຮວບຂຶ້ນ

ຂະເຍົ່າໃຫ້ຊີ້ນລວມເຂົ້າເປັນກອງແລ້ວ ໃຊ້ຜົມນັ້ນແຫຼະ ພັນມ້ວນໆວາງໄວ້ ເໝືອນຕັ່ງທີ່ເຮັດດ້ວຍເຟືອງ

ສໍາລັບເຊັດຕີນ.

໑໔. ໃຫ້ໝາກັດດຶງ ຄື ຂັງຝູງໝາໃຫ້ອົດຫິວຫອດຫຼາຍວັນແລ້ວ ປ່ອຍໃຫ້ອອກມາຫຸ້ມກັດ ດຶງບຶດດຽວ

ເຫຼືອແຕ່ກະດູກ, - ນັຍອັຕຖະກະຖາ ແລະພຣະໄຕຣປິດົກແປ ຂອງ ມ. ອໍາໄພຈິຕ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໓໙

(ຍ) ພິກຂຸ ທ. ! ໂທດອື່ນຍັງມີອີກ ທີ່ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນເອງ ; ຄືຂໍ້ທີ່ຄົນທັງຫຼາຍປະພຶຕທຸຈະຣິຕດ້ວຍກາຍ ດ້ວຍວາຈາ ແລະດ້ວຍໃຈ ເມື່ອປະພຶຕທຸຈະຣິຕດ້ວຍກາຍ ກາຍວາຈາ ແລະ ດ້ວຍໃຈ ແລ້ວ ເຂົາເຫຼົ່ານັ້ນຍ່ອມ ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເບື້ອງໜ້າແຕ່ການຕາຍ ເພາະການແຕກສະຫຼາຍແຫ່ງກາຍ. ພິກຂຸ ທ. ! ແມ່ນວ່າຂໍ້ນີ້ ກໍເປັນໂທດຂອງກາມ ເປັນກອງແຫ່ງທຸກຂ໌ ອັນບຸຄຄົນເຫັນໄດ້ເອງ ວ່າມີກາມເປັນເຫຕ ມີກາມ

ເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນແລ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ