ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ງ) ພິກຂຸ ທ. ! ໂທດອື່ນຍັງມີອີກ ທີ່ມີກາມເປັນເຫຕ ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນເອງ ; ຄືຂໍ້ທີ່ຣາຊາຜິດຖຽງກັບຣາຊາແດ່ ກະສັດຜິດຖຽງກັບກະສັດແດ່ ພຣາມຜິດຖຽງກັບພຣາມແດ່ ຄະຫະບໍດີຜິດຖຽງກັບຄະຫະບໍດີແດ່ ມານດາຜິດຖຽງແມ່ນແຕ່ກັບບຸຕ ບຸຕຜິດຖຽງແມ່ນແຕ່ກັບມານດາ ບິດາຜິດຖຽງແມ່ນແຕ່ກັບບຸຕແດ່ ບຸຕຜິດຖຽງແມ່ນແຕ່ກັບບິດາແດ່ ອ້າຍນ້ອງຊາຍກັບອ້າຍນ້ອງຊາຍ ເອື້ອຍນ້ອງຍິງກັບເອື້ອຍນ້ອງຍິງ ແມ່ນວ່າສະຫາຍກັບສະຫາຍກໍຍັງຜິດຖຽງກັນ ເຂົາເຫຼົ່ານັ້ນເຖິງການຜິດຖຽງ ຍາດແຍ້ງຕົບຕີກັນໃນບ່ອນນັ້ນໆ

ທໍາຮ້າຍກັນແລະກັນ ດ້ວຍຝາມືແດ່ ດ້ວຍກ້ອນດິນແດ່ ດ້ວຍທ່ອນໄມ້ແດ່ ດ້ວຍສັສຕຣາແດ່ ເຖິງຄວາມຕາຍແດ່ ໄດ້ຮັບທຸກປານຕາຍແດ່ ໃນບ່ອນນັ້ນໆ. ພິກຂຸ ທ. ! ແມ່ນວ່າຂໍ້ນີ້ ກໍເປັນໂທດຂອງກາມ ເປັນກອງແຫ່ງທຸກຂ໌ ອັນບຸຄຄົນເຫັນໄດ້ເອງ ວ່າມີກາມເປັນເຫຕ ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນແລ.

໙໓໖ ອະຣິຍະສັຈຈ໌ຈາກພຣະໂອຖະ

(ຈ) ພິກຂຸ ທ. ! ໂທດອື່ນຍັງມີອີກ ທີ່ມີກາມເປັນເຫຕ ມີກາມກົກຕົ້ນເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນເອງ ຄື : ຂໍ້ທີ່ຄົນທັງຫຼາຍຖືດາບ ແລະ

ໂລ່ໜັງ ຜູກສອດທະນູແລະສອນ ແລ່ນເຂົ້າໄປສູ່ສົງຄາມ ອັນຕັ້ງຂຶ້ນເປັນກອງທັບສອງຝ່າຍ ຍິງສອນຢູ່ແດ່ ຊັດຫອກຢູ່ແດ່ ກວັດແກວ່ງດາບຢູ່ແດ່ ຄົນເຫຼົ່ານັ້ນ ຖືກສອນແທງແດ່ ຖືກຫອກແທງແດ່ ຖືກດາບຕັດຫົວແດ່ ເຖິງຄວາມຕາຍແດ່ ໄດ້ຮັບທຸກຂ໌ປານຕາຍແດ່ ຢູ່ໃນບ່ອນນັ້ນໆ. ພິກຂຸ ທ. ! ແມ່ນວ່າຂໍ້ນີ້ ກໍເປັນໂທດຂອງກາມ ເປັນກອງແຫ່ງທຸກຂ໌ ອັນບຸຄຄົນເຫັນໄດ້ເອງ ວ່າມີກາມເປັນເຫຕ ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນແລ.

(ສ) ພິກຂຸ ທ. ! ໂທດອັນອື່ນຍັງມີອີກທີ່ມີກາມເປັນເຫຕ ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນເອງ ຄື : ຂໍ້ທີ່ຄົນທັງຫຼາຍຖືດາບ ແລະໂລ່ໜັງ ຜູກສອດທະນູແລະສອນ ແລ່ນເຂົ້າປະຊິດແຜງຮົ້ວອັນເຮັດຂຶ້ນ ດ້ວຍວິທີທີ່ເອີ້ນວ່າອັຕຕາວະເລປະນາ໑ ເມື່ອມີການຍິງລູກສອຣຢູ່ແດ່ ຊັດຫອກຢູ່ແດ່ ກວັດແກວ່ງດາບຢູ່ແດ່ ຄົນເຫຼົ່ານັ້ນ ກໍຖືກລູກສອຣສຽບແດ່ ຖືກຫອກແທງແດ່ ຖືກຫົດຢູ່ດ້ວຍເຖົ່າຖ່ານຂີ້ງົວອັນຮ້ອນແດ່ ປ່ອຍຂອງໜັກໃຫ້ຕົກລົງທັບບາດດຽວຕາຍໝົດໝູ່ບ້ານ ຖືກຕັດຫົວດ້ວຍດາບແດ່ ເຖິງຄວາມຕາຍແດ່ ໄດ້ຮັບທຸກປານຕາຍແດ່ ຢູ່ໃນບ່ອນນັ້ນໆ. ພິກຂຸ ທ. ! ແມ່ນວ່າຂໍ້ນີ້ ກໍເປັນໂທດຂອງກາມ ເປັນກອງແຫ່ງທຸກຂ໌ ອັນບຸຄຄົນເຫັນໄດ້ເອງ ວ່າມີກາມເປັນເຫຕ ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນແລ.

໑. ຕີນກໍາແພງທີ່ເຮັດໃຫ້ຮົກເຕັມດ້ວຍຂອງມີຄົມ ຍາກແກ່ການທີ່ຂ້າເສິກຈະເຂົ້າໄປ ຫຼື ປີນກໍາແພງໄດ້.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໓໗

(ຊ) ພິກຂຸ ທ. ! ໂທດອື່ນຍັງມີອີກທີ່ມີກາມເປັນເຫຕ ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນເອງ ຄື : ຂໍ້ທີ່ຄົນບາງພວກຍ່ອມຕັດຊ່ອງຢ່ອງເບົາ ປຸ້ນຈີ້ໃນເຮືອນຫຼັງດຽວ ຄອຍດັກທໍາຮ້າຍໃນບ່ອນປ່ຽວ ແລະລ່ວງເກີນພັນລະຍາຜູ່ອື່ນ. ພຣະຣາຊາຈັບຄົນເຫຼົ່ານັ້ນມາແລ້ວ ໃຫ້ເຮັດກັມມະກອນວິທີການລົງໂທດຫຼາຍວິທີດ້ວຍກັນ ເຊັ່ນ : ຕີດ້ວຍຫວາຍແດ່ ຟາດດ້ວຍເຊືອກໜັງແດ່ ທຸບດ້ວຍທ່ອນໄມ້ແດ່ ຕັດມືເສຍແດ່ ຕັດຕີນເສຍແດ່ ຕັດເສຍທັງມື ແລະຕີນແດ່ ຕັດຫູແດ່ ຕັດດັງແດ່ ຕັດເສຍທັງຫູ ແລະດັງແດ່ ຍ່ອມເຮັດກັມມະກອນຊື່ : “ໝໍ້ຂ້ຽວນໍ້າສົ້ມ”໑ ແດ່ ຍ່ອມເຮັດກັມມະກອນຊື່ “ຂອດສັງ”໒ ແດ່ ຍ່ອມເຮັດກັມມະກອນຊື່ “ປາກຣາຫູ”໓ ແດ່ ຍ່ອມເຮັດກັມມະກອນຊື່ “ມາໄລໄຟ”໔ ແດ່ ຍ່ອມເຮັດກັມມະກອນຊື່ “ທວນໄຟມື”໕ ແດ່ ຍ່ອມເຮັດກັມມະກອນຊື່ “ລິ້ວສ່າຍ”໖ ແດ່ ຍ່ອມເຮັດກັມມະກອນຊື່ “ນຸ່ງເປືອກໄມ້”໗ ແດ່ ຍ່ອມເຮັດກັມມະກອນຊື່ “ຢືນກວາງ”໘ ແດ່

໑. ໝໍ້ຂ້ຽວນໍ້າສົ້ມ ຄື ທຸບຫົວສະໝອງແຍກອອກແລ້ວ ໃຊ້ຄີມຄີບກ້ອນເຫຼັກທີ່ລຸກແດງ ໃສ່ລົງໄປ

ໃຫ້ສະໝອງຟົດປູມຂຶ້ນ ເໝືອນນໍ້າສົ້ມຟົດປູມລົ້ນໝໍ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ