ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
- ສີ. ທີ. ໙/໕໗/໙໐.
ອັສສາທະ-ອາທີນະວະ-ນິສສະຣະນະ ຂອງກາມ
(ທັມລັກສະນະ ໓ ປະການ ຂອງກາມ ; ວັຕຖຸແຫ່ງສັມມາທິຕຖິ)
ພິກຂຸ ທ. ! ອັນໃດ ເປັນອັສສາທະ (ສະເໜ່) ຂອງກາມທັງຫຼາຍ ? ພິກຂຸ ທ. !
ກາມະຄຸນ ໕ ຢ່າງ ເຫຼົ່ານີ້ມີຢູ່. ໕ ຢ່າງເຫຼົ່າໃດໜໍ ? ຫ້າຢ່າງ ຄື :
໙໓໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ຮູບ ອັນຈະຍ່ອມຮູ້ແຈ້ງດ້ວຍຕາ ສຽງ ອັນຈະຍ່ອມຮູ້ແຈ້ງດ້ວຍຫູ ກິ່ນ ອັນຈະຍ່ອມຮູ້ແຈ້ງດ້ວຍດັງ ຣົສຊາຕ ອັນຈະຍ່ອມຮູ້ແຈ້ງດ້ວຍລີ້ນ ໂຜຕຖັບພະ ອັນຈະຍ່ອມຮູ້ແຈ້ງ ດ້ວຍຜິວກາຍ (ແຕ່ລະຢ່າງໆ) ອັນໜ້າປາຖນາ ໜ້າຮັກໄຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນບ່ອນເຂົ້າໄປອາໄສຢູ່ແຫ່ງຄວາມໄຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ ມີຢູ່. ພິກຂຸ ທ. ! ເຫຼົ່ານີ້ແລຊືື່ວ່າ ກາມະຄຸນ (ຄຸນຄ່າສໍາລັບກາມ) ຫ້າຢ່າງ. ພິກຂຸ ທ. ! ສຸຂ
ໂສມະນັສສ໌ໃດ ອາໄສກາມະຄຸນຫ້າເຫຼົ່ານີ້ແລ້ວເກີດຂຶ້ນ, ນີ້ເປັນອັສສາທະຂອງກາມທັງຫຼາຍ.
ພິກຂຸ ທ. ! ອັນໃດ ເປັນອາທີນະວະ (ໂທດອັນຕໍ່າຊາມ) ຂອງກາມທັງຫຼາຍ ?
(ກ) ພິກຂຸ ທ. ! ກຸລະບຸຕໃນໂລກນີ້ ສໍາເລັດຄວາມເປັນຢູ່ດ້ວຍຄວາມພາກພຽນໃນສິລະປະ ຄື : ດ້ວຍສິລະປະແຫ່ງການໃຊ້ສັນຍາດ້ວຍມື ສິລະປະແຫ່ງການຄໍານວນ ສິລະປະແຫ່ງການນັບ ດ້ວຍກະສິກັມ ດ້ວຍວານິຊະກັມ ດ້ວຍໂຄຣັກຄະກັມ ດ້ວຍສິລະປະແຫ່ງການໃຊ້ສາຕຣາ ດ້ວຍການເປັນຣາຊະບຸຣຸສ ຫຼືດ້ວຍສິລະປະຢ່າງໃດຢ່າງໜຶ່ງ ຕ້ອງປະສົບກັບຄວາມໜາວ ປະສົບກັບຄວາມຮ້ອນ ຕ້ອງລໍາບາກຢູ່ ດ້ວຍສັມຜັສອັນເກີດຈາກເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫຼາຍ ອ່ອນແຮງຢູ່ ດ້ວຍຄວາມຫິວ ກະຫາຍ ເພາະການບໍ່ໄດ້ບໍຣິໂພຄຕາມເວລາ. ພິກຂຸ ທ. ! ຂໍ້ນີ້ເປັນໂທດແຫ່ງກາມ ເປັນກອງແຫ່ງທຸກຂ໌ອັນບຸຄຄົນເຫັນໄດ້ເອງ ວ່າມີກາມເປັນເຫຕ ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນແລ.
(ຂ) ພິກຂຸ ທ. ! ເຖິງວ່າກຸລະບຸຕນັ້ນ ພາກພຽນຢູ່ເຊັ່ນນັ້ນ ສືບຕໍ່ພະຍາຍາມຢູ່ເຊັ່ນນັ້ນ ໂພຄະກໍຍັງບໍ່ສໍາເລັດແກ່ເຂົາ ; ເຂົາຍ່ອມເສົ້າໂສກ ຍ່ອມລໍາບາກໃຈ ຮ້ອງໄຫ້
ລໍາພັນ ຕີເອິກຮ້ອງໄຫ້ ເຖິງການພໍ່າເພີ້ວ່າ “ຄວາມພາກພຽນຂອງເຮົາເປັນໂມຄະເສຍແລ້ວ ຄວາມພະຍາຍາມຂອງເຮົາບໍ່ມີຜົລເລີຍ” ດັ່ງນີ້ເປັນຕົ້ນ. ພິກຂຸ ທ. ! ແມ່ນວ່າຂໍ້ນີ້ ກໍເປັນໂທດຂອງກາມ ເປັນກອງແຫ່ງທຸກຂ໌ ອັນບຸຄຄົນເຫັນໄດ້ເອງ ວ່າມີກາມເປັນເຫຕ ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນແລ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໓໕
(ຄ) ພິກຂຸ ທ. ! ເຖິງວ່າເມື່ອກຸລະບຸຕນັ້ນ ພາກພຽນຢູ່ເຊັ່ນນັ້ນ ສືບຕໍ່ພະຍາຍາມຢູ່ເຊັ່ນນັ້ນ ໂພຄະເກີດສໍາເລັດຜົລແກ່ເຂົາຂຶ້ນມາ ເຂົາກໍຍັງສະເຫວີຍທຸກຂະໂທມະນັສສະ ເພາະການອາຣັກຂາໂພຄະເຫຼົ່ານັ້ນ ໂດຍວິຕົກຢູ່ວ່າ “ເຮັດແນວໃດ ພຣະຣາຊາຈຶ່ງຈະບໍ່ຢຶດຊັບຂອງເຮົາໄປ ໂຈຣຈະບໍ່ປຸ້ນຊັບຂອງເຮົາໄປ ໄຟຈະບໍ່ໄໝ້ ນໍ້າຈະບໍ່ພັດໜີເອົາໄປ ພີ່ນ້ອງອັນບໍ່ເປັນທີ່ຮັກຈະບໍ່ຍາດແຍ້ງເອົາໄປ” ດັ່ງນີ້ເປັນຕົ້ນ. ເມື່ອເຂົາ
ອາຣັກຂາຄຸ້ມຄອງຢູ່ເຊັ່ນນີ້ ພຣະຣາຊາຢຶດຊັບຂອງເຂົາໄປແດ່ ໂຈຣປຸ້ນເອົາໄປແດ່ ໄຟໄໝ້ເສຍແດ່ ນໍ້າພັດໜີໄປເສຍແດ່ ພີ່ນ້ອງບໍ່ເປັນທີ່ຮັກຍາດແຍ້ງໄປເສຍແດ່ ເຂົາຍ່ອມເສົ້າໂສກ ຍ່ອມລໍາບາກໃຈ ຮ້ອງໄຫ້ລໍາພັນ ຕີເອິກຮ້ອງໄຫ້ ເຖິງຄວາມພໍ່າເພີ້ວ່າ “ສິ່ງທີ່ເຄີຍມີແກ່ເຮົາ ຈິບຫາຍໄປໝົດແລ້ວໜໍ” ດັ່ງນີ້ເປັນຕົ້ນ. ພິກຂຸ ທ. ! ແມ່ນວ່າຂໍ້ນີ້ ກໍເປັນໂທດແຫ່ງກາມ ເປັນກອງແຫ່ງທຸກຂ໌ ອັນບຸຄຄົນເຫັນໄດ້ເອງ ວ່າມີກາມເປັນເຫຕ ມີກາມເປັນກົກເຄົ້າ ມີກາມເປັນເຄື່ອງບັງຄັບໃຫ້ເຮັດ ມີເຫຕມາແຕ່ກາມນັ້ນແລ.








