ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ສິ່ງທັງປວງທີ່ຕ້ອງຮູ້ຈັກ ເພື່ອຄວາມດັບສິ້ນທຸກຂ໌
ພິກຂຸ ທ. ! ເມື່ອບໍ່ຮູ້ຍິ່ງ ບໍ່ຮອບຮູ້ ບໍ່ຄາຍກໍາໜັດ ບໍ່ລະຂາດ ຊຶ່ງສິ່ງທັງປວງ (ສັບພະ) ກໍເປັນຜູ່ ບໍ່ຄວນແກ່ຄວາມດັບສິ້ນໄປແຫ່ງທຸກຂ໌. ພິກຂຸ ທ. ! ສິ່ງທັງປວງນັ້ນ ຄືອັນໃດໜໍ ? ພິກຂຸ ທ. ! ສິ່ງທັງປວງຄື :-
(ອາຍະຕະນະພາຍໃນ ໖ ອາຍະຕະນະພາຍນອກ ໖ ວິນຍານ ໖ ສັມຜັສສ໌ ໖ ເວທະນາ ໖ ; ຊົງຈໍາແນກເທື່ອລະໝວດ ແລະ ແຍກໃນໝວດນັ້ນໆ ໃນບ່ອນນີ້ ຍົກເອົາມາກ່າວພ້ອມກັນ ຍ້ອນເຫັນວ່າເປັນທີ່ຮູ້ຈັກກັນດີແລ້ວ).
(ຕໍ່ຈາກນີ້ ໄດ້ຕຣັດຂໍ້ຄວາມເປັນປະຕິປັກຂະໄນຍະ ຄືເມື່ອຮູ້ສິ່ງທັງປວງ ກໍຄວນແກ່ຄວາມດັບສິ້ນໄປແຫ່ງທຸກຂ໌ ອັນຜູ່ສຶກສາສາມາດທຽບຄຽງໄດ້ດ້ວຍຕົນເອງ).
- ສລາ. ສັງ. ໑໘/໒໑/໒໗-໒໘.
[ໃນສູຕຕໍ່ໄປ ຊົງສະແດງສິ່ງທັງປວງດ້ວຍ ວິນຍານະຕັບພະທັມທາງຈັກຂຸ ໂສຕະ ຄານະ ຊິວຫາ ກາຢະ ແລະ ມະນະ (໑໘/໒໒-໒໓/໒໙-໓໐.).
ອີກສູຕໜຶ່ງ ຊົງສະແດງສິ່ງທັງປວງດ້ວຍຂັນທ໌ຫ້າ (໑໗/໓໓/໕໖-໕໗)].
໙໓໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ຕົ້ນເຫຕແຫ່ງມິຈສາທິຕຖິ - ສັມມາທິຕຖິ
ກ. ແຫ່ງມິຈສາທິຕຖິ.
ພິກຂຸ ທ. ! ປັຈຈັຍ ໒ ຢ່າງເຫລົ່ານີ້ ເພື່ອຄວາມເກີດຂຶ້ນແຫ່ງມິຈສາທິຕຖິ. ສອງຢ່າງເຫຼົ່າໃດໜໍ ? ສອງຢ່າງຄື :-
ການໂຄສະນາຂອງຄົນເຫຼົ່າອື່ນ (ປະຣະໂຕ ໂຄໂສ).
ການເຮັດໃນໃຈໂດຍບໍ່ລະອຽດຖີ່ຖ້ວນ (ອະໂຢນິໂສ ມະນະສິກາໂຣ).
ພິກຂຸ ທ. ! ປັຈຈັຍສອງຢ່າງເຫຼົ່ານີ້ແລ ເພື່ອຄວາມເກີດຂຶ້ນແຫ່ງມິຈສາທິຕຖິ.
ຂ. ແຫ່ງສັມມາທິຕຖິ.
ພິກຂຸ ທ. ! ປັຈຈັຍ ໒ ຢ່າງເຫລົ່ານີ້ ເພື່ອຄວາມເກີດຂຶ້ນແຫ່ງສັມມາທິຕຖິ. ສອງຢ່າງເຫຼົ່າໃດໜໍ ? ສອງຢ່າງຄື :-
ການໂຄສະນາຂອງຄົນເຫຼົ່າອື່ນ (ປະຣະໂຕ ໂຄໂສ).
ການເຮັດໃນໃຈໂດຍລະອຽດຖີ່ຖ້ວນ (ໂຢນິໂສ ມະນະສິກາໂຣ).
ພິກຂຸ ທ. ! ປັຈຈັຍສອງຢ່າງເຫຼົ່ານີ້ແລ ເພື່ອຄວາມເກີດຂຶ້ນແຫ່ງສັມມາທິຕຖິ.
- ທຸກ. ອັງ. ໒໐/໑໐໙-໑໑໐/໓໗໐-໓໗໑.
ໝວດ ງ. ວ່າດ້ວຍຫຼັກການປະຕິບັຕ ຂອງສັມມາທິຕຖິ
ຮູ້ເວທະນາເພື່ອດັບເສຍໄດ້ ດີກວ່າຮູ້ເພື່ອເປັນປັຈຈັຍແກ່ຕັນຫາ
ພິກຂຸ ທ. ! ... ສະມະນະພຣາມເຫຼົ່າໃດ ເປັນປຸບພັນຕະກັບປີກະວາດ໑ (ບັນຍັຕທິຕຖິ ປາຣົບຂັນທ໌ທີ່ມີແລ້ວໃນເມື່ອກ່ອນ) ກໍດີ ເປັນອະປະຣັນຕະກັບປິກະວາດ (ບັນຍັຕທິຕຖິ
໑. ສະມະນະພຣາມ ພວກເປັນປຸບພັນຕະກັບປີກະວາດ ເປັນຕົ້ນ ເບິ່ງລາຍລະອຽດໄດ້ຈາກໜັງສື ປະຕິຈຈ. ໂອ.
ຕອນວ່າດ້ວຍ ເລື່ອງທິຕຖິ ໖໒ ໃນໝວດທີ ໑໑.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໓໓
ປາຣົບຂັນທ໌ທີ່ມີໃນກາລະເບື້ອງໜ້າ) ກໍດີ ເປັນປຸບພັນຕາປະຣັນຕະກັບປີກະວາດ (ບັນຍັຕ ທິຕຖິປາຣົບຂັນທ໌ທີ່ເປັນປຸບພັນຕະແລະ ອະປະຣັນຕະ) ກໍດີ ລ້ວນແຕ່ເປັນຜູ່ມີປຸບພັນຕາ
ປະຣັນຕານຸທິຕຖິ (ມີທິຕຖິໄປຕາມຂັນທ໌ທີ່ມີໃນກາລກ່ອນ ແລະໃນກາລເບື້ອງໜ້າ) ເຂົາປາຣົບຂັນທ໌ທີ່ເປັນປຸບພັນຕະ ແລະ ອະປະຣັນຕະແລ້ວກ່າວອະທິມຸຕຕິບົດ (ທາງແຫ່ງຄວາມນ້ອມໃຈເຊື່ອຂອງສັຕ) ມີແນວຕ່າງໆກັນ ເປັນອະເນກດ້ວຍວັຕຖຸ (ທີ່ຕັ້ງແຫ່ງທິຕຖິ) ໖໒ ປະການ ; ສະມະນະພຣາມເຫຼົ່ານັ້ນທັງໝົດ ຮູ້ສຶກສະເຫວີຍເວທະນາ ຕາມ ທິຕຖິສະເພາະຢ່າງໆ ຂອງຕົນໆ ຕາມທີ່ຖືກຕ້ອງແລ້ວໆ (ຊຶ່ງອາຣົມ) ດ້ວຍຜັສສາຢະຕະນະຫົກປະການ. ເພາະເວທະນາ (ອັນເກີດຈາກສັມຜັສສ໌ນັ້ນ) ຂອງສະມະນະ ພຣາມທັງຫຼາຍເຫຼົ່ານັ້ນເປັນປັຈຈັຍ ຈຶ່ງມີຕັນຫາ ; ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ ; ເພາະມີຊາຕເປັນປັຈຈັຍ ຈຶ່ງມີຊະຣາມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະ ອຸປະຍາສະທັງຫຼາຍ (ແກ່ສະມະນະພຣາມທັງຫຼາຍເຫຼົ່ານັ້ນ).
ພິກຂຸ ທ. ! ໃນກາລໃດແລ ພິກຂຸຍ່ອມ ຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງຄວາມ ເກີດຂຶ້ນ (ສະມຸທະຢະ) ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ (ອັຕຖັງຄະມະ) ຊຶ່ງສະເໜ່ (ອັສສາທະ) ຊຶ່ງໂທດອັນຕໍ່າຊາມ (ອາທີນະວະ) ຊຶ່ງອຸບາຍເປັນເຄື່ອງອອກໄປພົ້ນ (ນິສສະຣະນະ) ແຫ່ງຜັສສະ ໖ ປະການ ; ພິກຂຸນີ້ ຊື່ວ່າ ຍ່ອມຮູ້ແຈ້ງ (ຊຶ່ງເລື່ອງອັນກ່ຽວກັບຜັສສາຢະຕະນະຫົກປະການນັ້ນ) ຍິ່ງກວ່າສະມະນະພຣາມທັງຫຼາຍເຫຼົ່ານັ້ນ ທັງໝົດນັ້ນແລ.








