ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ເມື່ອພິກຂຸ ຫວັງຢູ່ຊຶ່ງອານິສົງສ໌ ໖ ປະການ ຍ່ອມສົມຄວນໂດຍແທ້ ເພື່ອຈະເຂົ້າໄປຕັ້ງຊຶ່ງ ອະນິຈຈະສັນຍາ ໃນສັງຂາຣທັງປວງ ຢ່າງບໍ່ຈໍາກັດຂອບເຂຕ. ຫວັງຢູ່ຊຶ່ງອານິສົງສ໌ ໖ ປະການ ແນວໃດໜໍ ? ຫົກປະການຄື :-
ສັງຂາຣທັງປວງ ຈະປາກົດໂດຍຄວາມເປັນຂອງຕັ້ງຢູ່ຢ່າງບໍ່ໝັ້ນຄົງ ;
ໃຈຂອງເຮົາ ຈະບໍ່ຍິນດີໃນໂລກທັງປວງ ;
ໃຈຂອງເຮົາ ຈັກອອກຈາກໂລກທັງປວງ ;
ໃຈຂອງເຮົາ ຈັກເປັນໃຈນ້ອມໄປໃນນິບພານ ;
ສັນໂຍຊນ໌ທັງຫຼາຍຂອງເຮົາ ຈັກເຖິງຊຶ່ງການລະຂາດ ; ແລະ
ເຮົາຈັກເປັນຜູ່ປະກອບດ້ວຍສາມັນຍະຄຸນອັນຍອດຢ້ຽມ.
ພິກຂຸ ທ. ! ເມື່ອພິກຂຸ ຫວັງຢູ່ຊຶ່ງອານິສົງສ໌ ໖ ປະການເຫຼົ່ານີ້ແລ ຍ່ອມສົມຄວນໂດຍແທ້ ເພື່ອຈະເຂົ້າໄປຕັ້ງໄວ້ ຊຶ່ງອະນິຈຈະສັນຍາ ໃນສັງຂາຣທັງປວງ ຢ່າງບໍ່ຈໍາກັດຂອບເຂຕ.
- ສັກກ. ອັງ. ໒໒/໔໙໒/໓໗໓.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໒໙
ທຸກຂະສັນຍາ ເປັນໄປໂດຍສະດວກ
ເມື່ອຜູ່ຈະເຣີນມຸ່ງອານິສົງສ໌ຫົກປະການ
ພິກຂຸ ທ. ! ເມື່ອພິກຂຸ ຫວັງຢູ່ຊຶ່ງອານິສົງສ໌ ໖ ປະການ ຍ່ອມສົມຄວນໂດຍແທ້ ເພື່ອຈະເຂົ້າໄປຕັ້ງໄວ້ຊຶ່ງ ທຸກຂະສັນຍາ ໃນສັງຂາຣທັງປວງ ຢ່າງບໍ່ຈໍາກັດຂອບເຂຕ. ຫວັງຢູ່ຊຶ່ງອານິສົງສ໌ ໖ ປະການ ແນວໃດໜໍ ? ຫົກປະການຄື :-
ນິບພິທາ໑ (ສັນຍາໃນຄວາມໜ້າເບື່ອໜ່າຍ) ຂອງເຮົາໃນສັງຂາຣທັງປວງ ຈັກ
ປາກົດຄືດັ່ງ ມີເພັດຊະຄາດເງືອດງ້າວຢູ່ຕໍ່ໜ້າເຮົາ ; [ເບິ່ງເພີ່ມຕື່ມ ອຣິຍ. ຕົ້ນ ນ. ໗໖໘].
ໃຈຂອງເຮົາ ຈັກອອກຈາກໂລກທັງປວງ ;
ເຮົາຈັກເປັນຜູ່ເຫັນສັນຕິ (ຄວາມສະງົບລະງັບ) ໃນນິບພານຢູ່ເປັນປະຈໍາ ;
ອະນຸສັຍທັງຫຼາຍຂອງເຮົາ ຈັກເຖິງຊຶ່ງການຖືກຖອນຂຶ້ນຈົນໝົດສິ້ນ ;
ເຮົາຈັກເປັນຜູ່ເຮັດກິຈຈ໌ (ໃນການເຮັດທີ່ສຸດຂອງທຸກຂ໌) ຢູ່ເປັນປະຈໍາ ; ແລະ
ພຣະສາສດາຈັກເປັນຜູ່ທີ່ເຮົາບໍາເລີແລ້ວ ດ້ວຍວັຕອັນປະກອບດ້ວຍເມຕຕາ
(ຄວາມຮັກອັນປະກອບດ້ວຍທັມ).
ພິກຂຸ ທ. ! ເມື່ອພິກຂຸ ຫວັງຢູ່ຊຶ່ງອານິສົງສ໌ ໖ ປະການ ເຫຼົ່ານີ້ແລ ຍ່ອມສົມຄວນໂດຍແທ້ ເພື່ອຈະເຂົ້າໄປຕັ້ງໄວ້ ຊຶ່ງທຸກຂະສັນຍາ ໃນສັງຂາຣທັງປວງ ຢ່າງບໍ່ຈໍາກັດຂອບເຂຕ.
- ສັກກ. ອັງ. ໒໒/໔໙໒/໓໗໔.
໑. ນິບພິທາສັນຍາ ຄໍານີ້ ບາລີພຣະໄຕຣປີດົກສະບັບໄທ ເປັນນິບພານະສັນຍາ ເຫັນວ່າບໍ່ເຂົ້າເຄົ້າຂອງເລື່ອງ
ຈຶ່ງຖືເອົາຕາມບາລີ ສະບັບມອນທີ່ວ່າ ນິບພິທາສັນຍາ.
໙໓໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ອະນັຕຕະສັນຍາ ເປັນໄປໂດຍສະດວກ
ເມື່ອຜູ່ຈະເຣີນມຸ່ງອານິສົງສ໌ຫົກປະການ
ພິກຂຸ ທ. ! ເມື່ອພິກຂຸ ຫວັງຢູ່ຊຶ່ງອານິສົງສ໌ ໖ ປະການ ຍ່ອມສົມຄວນໂດຍແທ້ ເພື່ອຈະເຂົ້າໄປຕັ້ງໄວ້ຊຶ່ງ ອະນັຕຕະສັນຍາ ໃນທັມທັງປວງຢ່າງບໍ່ຈໍາກັດຂອບເຂຕ. ຫວັງຢູ່ຊຶ່ງອານິສົງສ໌ ໖ ປະການ ແນວໃດໜໍ ? ຫົປະການຄື :-
ເຮົາຈັກເປັນ ອະຕັມມະໂຢ໑ ໃນໂລກທັງປວງ ;
ອະຫັງກາຣະ໒ ທັງຫຼາຍຂອງເຮົາ ຈະເຂົ້າເຖິງການດັບ ;
ມະມັງກາຣະ໓ ທັງຫຼາຍຂອງເຮົາ ຈະເຂົ້າເຖິງການດັບ ;
ເຮົາຈັກເປັນຜູ່ປະກອບດ້ວຍອະສາທາລະນະຍານ (ຄວາມຮູ້ອັນບໍ່ທົ່ວໄປແກ່ປຸຖຸຊົນ) ;
ທັມອັນເປັນເຫຕ ຈັກເປັນສິ່ງທີ່ເຮົາເຫັນແລ້ວດ້ວຍດີ ; ແລະ
ທັມທັງຫຼາຍອັນເກີດແຕ່ເຫຕ ຈັກເປັນສິ່ງທີ່ເຮົາເຫັນແລ້ວດ້ວຍດີ.
ພິກຂຸ ທ. ! ເມື່ອພິກຂຸ ຫວັງຢູ່ຊຶ່ງອານິສົງສ໌ ໖ ປະການ ເຫຼົ່ານີ້ແລ ຍ່ອມສົມຄວນໂດຍແທ້ ເພື່ອຈະເຂົ້າໄປຕັ້ງໄວ້ ຊຶ່ງອະນັຕຕະສັນຍາໃນທັມທັງປວງ ຢ່າງບໍ່ຈໍາກັດຂອບເຂຕ.
- ສັກກ. ອັງ. ໒໒/໔໙໒/໓໗໕.
໑. ອະຕັມມະໂຢ ຄືຜູ່ບໍ່ສໍາເລັດມາແຕ່ປັຈຈັຍນັ້ນໆ ກ່າວຄື ປັຈຈັຍນັ້ນໆ ບໍ່ອາດປຸງແຕ່ງໄດ້ ໝາຍເຖິງຜູ່ຫຼຸດພົ້ນນັ້ນເອງ.
໒. ອະຫັງກາຣະ ຄືການເຮັດໃນໃຈດ້ວຍການຢຶດຖືວ່າເຮົາ ວ່າຕົນ.
໓. ມະມັງກາຣະ ຄືການເຮັດໃນໃຈດ້ວຍການຢຶດຖືວ່າຂອງເຮົາ ວ່າຂອງຕົນ. ທັງອະຫັງກາຣະແລະມະມັງກາຣະ
ເປັນຄວາມຮູ້ສຶກທີ່ມີຢູ່ໃນສັນດານຂອງຄົນເຮົາ ເປັນກິເລສປະເພດອະນຸສັຍ ເຮັດວຽກຮ່ວມກັນທັງສອງຢ່າງ
ເອີ້ນວ່າ ອະຫັງກາຣະມະມັງກາຣະມະນານຸສັຍ ; ຜູ່ໃດຖອນເສຍໄດ້ເດັດຂາດ ຜູ່ນັ້ນເປັນພຣະອໍຣະຫັນຕ໌.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໓໑








