ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ເຂົາຄິດຕໍ່ໄປວ່າ “ຖ້າຈັ່ງໃດ ເພາະກ້າວຂ້າມເສຍໄດ້ຊຶ່ງຣູປະສັນຍາ ໂດຍປະການທັງປວງ ເພາະຄວາມດັບແຫ່ງປະຕິຄະສັນຍາ ເພາະບໍ່ໄດ້ຕັ້ງໃນໃຈຊຶ່ງນານັຕຕະສັນຍາ ເຮົາຈົ່ງເຂົ້າເຖິງອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ອາກາສບໍ່ມີທີ່ສິ້ນສຸດ” ດັ່ງນີ້ ແລ້ວແລຢູ່ເຖີ້ນ” ດັ່ງນີ້. ເຂົານັ້ນ ເມື່ອ ບໍ່ຂ້ອງຂັດຢູ່ກັບອາກາສານັນຈາຢະຕະນະ ກໍເຂົ້າເຖິງ ອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ອາກາສບໍ່ມີທີ່ສິ້ນສຸດ” ດັ່ງນີ້ ເພາະການກ້າວຂ້າມເສຍໄດ້ຊຶ່ງຣູປະສັນຍາ ໂດຍປະການທັງປວງ ເພາະການດັບໄປແຫ່ງປະຕິຄະສັນຍາ ເພາະບໍ່ໄດ້ຕັ້ງໃນໃຈຊຶ່ງ
ນານັຕຕະສັນຍາ ແລ້ວແລຢູ່ ; ເຂົາ ເສບຢ່າງທົ່ວເຖິງ ເຮັດໃຫ້ຈະເຣີນ ຊຶ່ງນິມິຕນັ້ນ ຕັ້ງທັບຊຶ່ງນິມິຕນັ້ນ ໃຫ້ເປັນນິມິຕອັນຕັ້ງໄວ້ດ້ວຍດີ.
ເຂົາຄິດຕໍ່ໄປວ່າ “ຖ້າຈັ່ງໃດ ເພາະກ້າວຂ້າມເສຍໄດ້ ຊຶ່ງອາກາສານັນຈາຢະຕະນະ ໂດຍປະການທັງປວງ ເຮົາຈົ່ງເຂົ້າເຖິງວິນຍານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດ” ດັ່ງນີ້ ແລ້ວແລຢູ່ເຖີ້ນ” ດັ່ງນີ້ ເຂົານັ້ນ ເມື່ອ ບໍ່ຂ້ອງຂັດຢູ່ກັບວິນຍານັນຈາຢະຕະນະ ກໍເຂົ້າເຖິງ ວິນຍານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດ” ດັ່ງນີ້ ເພາະກ້າວຂ້າມເສຍໄດ້ ຊຶ່ງອາກາສານັນຈາຢະຕະນະ ໂດຍປະການທັງປວງ ແລ້ວແລຢູ່ ; ເຂົາ ເສບຢ່າງທົ່ວເຖິງ ເຮັດໃຫ້ຈະເຣີນ ເຮັດໃຫ້ຫຼາຍຊຶ່ງນິມິຕນັ້ນ ຕັ້ງທັບຊຶ່ງນິມິຕນັ້ນ ໃຫ້ເປັນນິມິຕອັນຕັ້ງໄວ້ດ້ວຍດີ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໒໗
ເຂົາຄິດຕໍ່ໄປວ່າ “ຖ້າຈັ່ງໃດ ເພາະກ້າວຂ້າມເສຍໄດ້ຊຶ່ງວິນຍານັນຈາຢະຕະນະໂດຍປະການທັງປວງ ເຮົາຈົ່ງເຂົ້າເຖິງອາກິນຈັນຍາຢະຕະນະ ອັນມີການເຮັດໃນໃຈວ່າ “ອັນໃດໆບໍ່ມີ” ດັ່ງນີ້ ແລ້ວແລຢູ່ເຖີ້ນ” ດັ່ງນີ້ ເຂົານັ້ນເມື່ອ ບໍ່ຂ້ອງຂັດຢູ່ກັບອາກິນຈັນຍາຢະຕະນະ ກໍເຂົ້າເຖິງ ອາກິນຈັນຍາຢະຕະນະ ອັນມີການເຮັດໃນໃຈວ່າ “ອັນໃດໆບໍ່ມີ” ດັ່ງນີ້ ເພາະການກ້າວຂ້າມເສຍໄດ້ຊຶ່ງ ວິນຍານັນຈາຢະຕະນະ ໂດຍປະການທັງປວງ ແລ້ວແລຢູ່ ; ເຂົາ ເສບຢ່າງທົ່ວເຖິງ ເຮັດໃຫ້ຈະເຣີນ ເຮັດໃຫ້ຫຼາຍຊຶ່ງນິມິຕນັ້ນ ຕັ້ງທັບຊຶ່ງນິມິຕນັ້ນ ໃຫ້ເປັນນິມິຕອັນຕັ້ງໄວ້ດ້ວຍດີ.
ເຂົາຄິດຕໍ່ໄປວ່າ “ຖ້າຈັ່ງໃດ ເພາະກ້າວຂ້າມເສຍໄດ້ຊຶ່ງອາກິນຈັນຍາຢະຕະນະໂດຍປະການທັງປວງ ເຮົາຈົ່ງເຂົ້າເຖິງເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່ເຖີ້ນ” ດັ່ງນີ້. ເຂົານັ້ນ ເມື່ອບໍ່ຂ້ອງຂັດຢູ່ກັບ ເນວະສັນຍານາສັນຍາຢະຕະນະ ກໍເຂົ້າເຖິງ ເນວະສັນຍານາສັນຍາຢະຕະນະ ເພາະກ້າວຂ້າມເສຍໄດ້ຊຶ່ງອາກິນຈັນຍາ
ຢະຕະນະ ໂດຍປະການທັງປວງ ແລ້ວແລຢູ່ ; ເຂົາ ເສບຢ່າງທົ່ວເຖິງ ເຮັດໃຫ້ຈະເຣີນ ເຮັດໃຫ້ຫຼາຍຊຶ່ງນິມິຕນັ້ນ ຕັ້ງທັບຊຶ່ງນິມິຕນັ້ນ ໃຫ້ເປັນນິມິຕທີ່ຕັ້ງໄວ້ດ້ວຍດີ.
ເຂົາຄິດຕໍ່ໄປວ່າ “ຖ້າຈັ່ງໃດ ເພາະກ້າວຂ້າມເສຍໄດ້ ຊຶ່ງເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຮົາຈົ່ງເຂົ້າເຖິງສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ເຖີ້ນ” ດັ່ງນີ້. ເຂົານັ້ນ ເມື່ອ ບໍ່ຂ້ອງຂັດຢູ່ກັບສັນຍາເວທະຢິຕະນິໂຣດ ກໍເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ເພາະກ້າວຂ້າມເສຍໄດ້ ຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງແລ້ວແລຢູ່.
- ນວກ. ອັງ. ໒໓/໔໓໓-໔໓໗/໒໓໙.
(ຜູ່ສຶກສາຄວນສັງເກດໃຫ້ເຫັນວ່າ ງົວພູຜາທີ່ສະຫຼາດ ຍ່ອມຮູ້ຈັກວາງຕີນໜ້າ ລົງສູ່ບ່ອນອັນໝັ້ນຄົງເສຍກ່ອນ ແລ້ວຈຶ່ງຄ່ອຍຍົກຕີນຫຼັງ ຈຶ່ງຈະບໍ່ພະລາດຕົກກິ້ງລົງມາ ; ເຊັ່ນດຽວກັບພິກຂຸ ຕ້ອງມີຄວາມຕັ້ງຢູ່ຢ່າງໝັ້ນຄົງ ໃນສະມາທິ ທີ່ເຖິງທັບບ່ອນທໍາອິດເສຍກ່ອນ ຈຶ່ງຄ່ອຍ “ຍົກຕີນຫຼັງ” ເພື່ອກ້າວໄປສູ່ສະມາທິອັນສູງຂຶ້ນໄປ. ອຸປະມາຂໍ້ນີ້ ເປັນອຸປະມາທີ່ເລິກເຊິ່ງ ແປກກວ່າທີ່ເຄີຍໄດ້ຍິນໄດ້ຟັງ ເປັນທີ່ໜ້າສົນໃຈຢູ່ ມີລັກສະນະແຫ່ງສັມມາທິຕຖິເຕັມບໍຣິບູນ ຈຶ່ງນໍາເອົາມາໃສ່ໄວ້ໃນໝວດນີ້).
໙໒໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ອະນິຈຈະສັນຍາ ເປັນໄປໂດຍສະດວກ
ເມື່ອຜູ່ຈະເຣີນ ມຸ່ງອານິສົງສ໌ຫົກປະການ








