ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ປຽບເໝືອນງົວພູຜາ ທີ່ສະຫຼາດຫຼັກແຫຼມ ມີໄຫວພິບ ຮອບຮູ້ທິສທາງ ສະຫຼາດເພື່ອຈະທ່ຽວໄປຕາມພູຜາອັນກັນດານ. ມັນໄດ້ຄິດວ່າ “ຈະທ່ຽວໄປສູ່ທິສທາງທີ່ບໍ່ເຄີຍໄປ ຈະກິນຫຍ້າທີ່ບໍ່ເຄີຍກິນ ຈະດື່ມນໍ້າທີ່ບໍ່ເຄີຍດື່ມ” ດັ່ງນີ້ ມັນວາງຕີນໜ້າຢ່າງຖືກຕ້ອງ ແລ້ວຈຶ່ງຄ່ອຍຍົກຕີນຫຼັງ ມັນກໍສາມາດໄປສູ່ທິສທາງທີ່ບໍ່ເຄີຍໄປ ໄດ້ກິນຫຍ້າທີ່ບໍ່ເຄີຍກິນ ໄດ້ດື່ມນໍ້າທີ່ບໍ່ເຄີຍດື່ມ ແລະ ທັງສາມາດກັບມາຢູ່ບ່ອນ ທີ່ມັນເຄີຍຢືນຄິດໃນຕອນທໍາອິດ ໂດຍສະຫວັດດີໄດ້ດ້ວຍ. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ງົວພູຜາໂຕນັ້ນ ເປັນງົວສະຫຼາດຫຼັກແຫຼມ ມີໄຫວພິບ ຮອບຮູ້ທິສທາງ ສະຫຼາດເພື່ອຈະທ່ຽວໄປຕາມພູຜາອັນກັນດານ, ນີ້ເຊັ່ນໃດ ;

ພິກຂຸ ທ. ! ພິກຂຸບາງອົງ ໃນກໍລະນີນີ້ ກໍເຊັ່ນນັ້ນ ; ເຂົາ ເປັນບັນດິຕ ມີໄຫວພິບ ຮອບຮູ້ທິສທາງ ສະຫຼາດເພື່ອຈະສະງັດຈາກກາມ ສະງັດຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່ ເຂົາເສບຢ່າງທົ່ວເຖິງ ເຮັດໃຫ້ຈະເຣີນ ເຮັດໃຫ້ຫຼາຍຊຶ່ງນິມິຕນັ້ນ ຕັ້ງທັບຊຶ່ງນິິມິຕນັ້ນ ໃຫ້ເປັນນິມິຕອັນຕັ້ງໄວ້ດ້ວຍດີ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໒໕

ເຂົາຄິດຕໍ່ໄປວ່າ “ຖ້າຈັ່ງໃດ ເພາະການເຂົ້າໄປສະງົບລະງັບວິຕົກ ແລະວິຈາຣເສຍໄດ້ ເຮົາຈົ່ງເຂົ້າເຖິງທຸຕິຢະຊານ ອັນເປັນເຄື່ອງຜ່ອງໃສແຫ່ງໃນໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິ ແລ້ວແລຢູ່ເຖີ້ນ” ດັ່ງນີ້. ເຂົານັ້ນ ເມື່ອ ບໍ່ຂ້ອງຂັດຢູ່ກັບທຸຕິຢະຊານ ກໍເຂົ້າເຖິງ ທຸຕິຢະຊານ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິ ເພາະຄວາມເຂົ້າໄປສະງົບລະງັບ ວິຕົກແລະວິຈາຣເສຍໄດ້ ແລ້ວແລຢູ່ ; ເຂົາ ເສບຢ່າງທົ່ວເຖິງ ເຮັດໃຫ້ຈະເຣີນ ເຮັດໃຫ້ຫຼາຍຊຶ່ງນິມິຕນັ້ນ ຕັ້ງທັບຊຶ່ງນິມິຕນັ້ນ ໃຫ້ເປັນນິມິຕອັນຕັ້ງໄວ້ດ້ວຍດີ.

ເຂົາຄິດຕໍ່ໄປວ່າ “ຖ້າຈັ່ງໃດ ເພາະຄວາມຈາງຄາຍໄປແຫ່ງປີຕິ ເຮົາຈົ່ງເປັນຜູ່ຢູ່

ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຈົ່ງສະເຫວີຍຄວາມສຸຂດ້ວຍນາມກາຍ ເຂົ້າເຖິງຕະຕິຢະຊານ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ “ຜູ່ໄດ້ຊານນີ້ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນປົກກະຕິສຸຂ” ດັ່ງນີ້ ແລ້ວແລຢູ່ເຖີີ້ນ” ດັ່ງນີ້. ເຂົານັ້ນ ເມື່ອ

ບໍ່ຂ້ອງຂັດຢູ່ກັບຕະຕິຢະຊານ ກໍເປັນຜູ່ຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຈຶ່ງສະເຫວີຍຄວາມສຸຂດ້ວຍນາມກາຍ ເຂົ້າເຖິງ ຕະຕິຢະຊານ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ “ຜູ່ໄດ້ຊານນີ້ ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເພາະຄວາມຈາງຄາຍໄປແຫ່ງປີຕິ ແລ້ວແລຢູ່ ; ເຂົາ ເສບຢ່າງທົ່ວເຖິງ ເຮັດໃຫ້ຈະເຣີນເຮັດໃຫ້ຫຼາຍ ຊຶ່ງນິມິຕນັ້ນ ຕັ້ງທັບຊຶ່ງນິມິຕນັ້ນ ໃຫ້ເປັນນິມິຕອັນຕັ້ງໄວ້ດ້ວຍດີ.

໙໒໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ເຂົາຄິດຕໍ່ໄປວ່າ “ຖ້າຈັ່ງໃດ ເພາະລະສຸຂແລະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັສສະແລະໂທມະນັສສະ ໃນກາລກ່ອນ ເຮົາຈົ່ງເຂົ້າເຖິງຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິ ເປັນທັມມະຊາຕບໍຣິສຸດເພາະອຸເປກຂາ ແລ້ວແລຢູ່ເຖີ້ນ” ດັ່ງນີ້. ເຂົານັ້ນ ເມື່ອ ບໍ່ຂ້ອງຂັດຢູ່ກັບຈະຕຸຕຖະຊານ ກໍເຂົ້າເຖິງ ຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິ ເປັນທັມມະຊາຕບໍຣິສຸດເພາະອຸເປກຂາ ເພາະລະສຸຂ ແລະ ລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັສສະ ແລະໂທມະນັສສະໃນກາລກ່ອນ ແລ້ວແລຢູ່ ; ເຂົາ ເສບຢ່າງທົ່ວເຖິງ ເຮັດໃຫ້ຈະເຣີນ ເຮັດໃຫ້ຫຼາຍຊຶ່ງນິມິຕນັ້ນ ຕັ້ງທັບຊຶ່ງນິມິຕນັ້ນ ໃຫ້ເປັນນິິມິຕອັນຕັ້ງໄວ້ດ້ວຍດີ. [ເບິ່ງໜ້າ ໙໑໑ ແລະ ໑໔໔໗ ປະກອບ ແລະສັງເກດຄໍາວ່າ ນິມິຕ ໃນບ່ອນນີ້ ໝາຍເຖິງສະມາທິແຕ່ລະຂັ້ນນັ້ນໆ].

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ