ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ໂດຍຫຼັກຈິຕຕະວິທະຍາ ຕາມທັມມະດາທົ່ວໄປ ແຫ່ງຈິຕຕະວິທະຍາສະໄໝປັຈຈຸບັນ ທຸກຄົນຈະເຂົ້າໃຈໄດ້ເອງວ່າ ສັນຍາ (PERCEPTION) ຈະຕ້ອງເກີດກ່ອນຄວາມຮູ້ (KNOWLEDGE) ຫຼື ຍານ (WISDOM) ສະເໝີ ; ຄືເມື່ອເຮົາຮູ້ຈັກ ຫຼື ຮູ້ສຶກຕໍ່ສິ່ງໃດ ຢ່າງທົ່ວເຖິງແລ້ວ ເຮົາກໍເກີດຄວາມຮູ້ສຶກວ່າ ສິ່ງນັ້ນມີເລື່ອງລາວ ມີລັກສະນະ ມີເຫຕຜົລ ໆລໆ ເປັນແນວໃດ, ສະຫຼຸບວ່າ ເມື່ອເຮົາຮູ້ຈັກສິ່ງນັ້ນແລ້ວ ເຮົາຈຶ່ງຈະມີຄວາມຮູ້ໃນສິ່ງນັ້ນຢ່າງຄົບຖ້ວນ. ນີ້ຄື ອາການທີ່ສັນຍາເກີດກ່ອນຍານ. ສ່ວນໃນທາງທັມມະນັ້ນຕ້ອງເຮັດໃຫ້ສັນຍາ (ການກໍານົດ) ໃນສິ່ງທີ່ນໍາມາເປັນອາຣົມຂອງສະມາທິ ຫຼື ວິປັສສະນານັ້ນເສຍກ່ອນຢ່າງທົ່ວເຖິງ ແລ້ວກໍຈະເກີດຄວາມຮູ້ສຶກກ່ຽວກັບສິ່ງນັ້ນ ເຊັ່ນຮູ້ວ່າເປັນອະນິຈຈັງ ທຸກຂັງ ອະນັຕຕາ ແນວໃດ ເປັນຕົ້ນ ຕໍ່ພາຍຫຼັງ ຊຶ່ງເອີ້ນວ່າຍານ ; ມີສັນຍາ ແລະ ຍານເປັນຄູ່ໆ ດັ່ງນີ້ ເປັນລະດັບໆຂຶ້ນໄປ ຈົນວ່າເຖິງສັນຍາ ແລະ ຍານຄູ່ສຸດທ້າຍ ເຊັ່ນ : ສັນຍາໃນການຫຼຸດພົ້ນ ກໍເກີດຍານວ່າຫຼຸດພົ້ນແລ້ວດັ່ງນີ້ ຊຶ່ງເປັນຍານສຸດທ້າຍໃນທາງທັມ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໒໓

ການຝຶກສະມາທິ ມີເຄັດລັບຄືແມ່ງົວປີນພູຜາສູງຊັນ

ພິກຂຸ ທ. ! ປຽນເໝືອນງົວຫາກິນຕາມພູຜາ ໂງ່ງ່າວ ບໍ່ມີໄຫວພິບ ບໍ່ຮອບຮູ້ທິສທາງ ບໍ່ສະຫຼາດເພື່ອຈະທ່ຽວໄປຕາມພູຜາອັນກັນດານ. ມັນໄດ້ຄິດວ່າ “ຈະທ່ຽວໄປສູ່

ທິສທາງທີ່ບໍ່ເຄີຍໄປ ຈະກິນຫຍ້າທີ່ບໍ່ເຄີຍກິນ ຈະດື່ມນໍ້າທີ່ບໍ່ເຄີຍດື່ມ” ດັ່ງນີ້ ມັນວາງຕີນໜ້າຢ່າງບໍ່ຖືກຕ້ອງ ເມື່ອຍົກຕີນຫຼັງ (ຈຶ່ງພະລາດລົ້ມ) ມັນກໍບໍ່ອາດໄປເຖິງທິສທາງທີ່

ບໍ່ເຄີຍໄປ ບໍ່ໄດ້ກິນຫຍ້າທີ່ບໍ່ເຄີຍກິນ ບໍ່ໄດ້ດື່ມນໍ້າທີ່ບໍ່ເຄີຍດື່ມ ແລະທັງບໍ່ອາດກັບມາ ຢູ່ບ່ອນທີ່ມັນເຄີຍຢືນຄິດ ໃນຕອນທໍາອິດໂດຍສະຫວັດດີດ້ວຍ. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ງົວໂຕນັ້ນຊຶ່ງຫາກິນຕາມພູຜາ ເປັນງົວໂງ່ງ່າວ

ບໍ່ມີໄຫວພິບ ບໍ່ຮອບຮູ້ທິສທາງ ບໍ່ສະຫຼາດທີ່ຈະທ່ຽວໄປຕາມພູຜາອັນກັນດານ ນີ້

ເຊັ່ນໃດ ;

ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ ; ພິກຂຸບາງອົງຄ໌ໃນກໍລະນີນີ້ ເປັນຄົນພາລ ບໍ່ມີໄຫວພິບ ບໍ່ຮອບຮູ້ທິສທາງ ບໍ່ສະຫຼາດ ເພື່ອຈະສະງັດຈາກກາມ ສະງັດຈາກອະກຸສົລທັມ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ເຂົາບໍ່ເສບຢ່າງທົ່ວເຖິງ ບໍ່ເຮັດໃຫ້ຈະເຣີນ ບໍ່ເຮັດໃຫ້ຫຼາຍຊຶ່ງນິມິຕນັ້ນ ບໍ່ຕັ້ງທັບຊຶ່ງນິມິຕນັ້ນ ໃຫ້ເປັນນິມິຕອັນຕົນຕັ້ງໄວ້ດ້ວຍດີ ເຂົາຄິດວ່າ “ຖ້າເຊັ່ນນັ້ນ ເພາະການເຂົ້າໄປສະງົບລະງັບວິຕົກ ແລະ ວິຈາຣ ເຮົາຈົ່ງເຂົ້າເຖິງທຸຕິຢະຊານ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ແລ້ວແລຢູ່ເຖີ້ນ” ດັ່ງນີ້ ;

໙໒໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ແຕ່ເຂົາກໍບໍ່ສາມາດຈະສະງົບລະງັບວິຕົກ ແລະວິຈາຣ ເຂົ້າເຖິງທຸຕິຢະຊານ ... ແລ້ວ ແລຢູ່ໄດ້. ເຂົາຄິດຕໍ່ໄປວ່າ “ຖ້າເຊັ່ນນັ້ນເຮົາຈະ (ຫວນກັບ) ເຂົ້າສູ່ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກ ເພາະສະງັດຈາກກາມ ສະງັດຈາກອະກຸສົລ ເຂົ້າເຖິງປະຖົມມະຊານແລ້ວແລຢູ່ເຖີ້ນ” ດັ່ງນີ້ ແຕ່ເຂົາກໍບໍ່ສາມາດ ຈະສະງັດຈາກກາມ ສະງັດຈາກອະກຸສົລ ເຂົ້າເຖິງປະຖົມມະຊານ .... ແລ້ວແລຢູ່ໄດ້. ພິກຂຸ ທ. ! ພິກຂຸນີ້ເຮົາກ່າວວ່າ ເສຍຫາຍແລ້ວທັງສອງດ້ານ ເສື່ອມແລ້ວທັງສອງຝ່າຍ ເຊັ່ນດຽວກັບງົວພູຜາອັນໂງ່ງ່າວ ບໍ່ມີໄຫວພິບ ບໍ່ຮອບຮູ້ທິສທາງ ບໍ່ສະຫຼາດເພື່ອຈະທ່ຽວໄປຕາມພູຜາອັນກັນດານ ໂຕນັ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ