ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ພິກຂຸນັ້ນໜໍ ມີຄວາມເຄົາລົບ ມີຄວາມຢໍາເກງ ມີຄວາມປະພຶຕເຂົ້າກັນໄດ້ ໃນເພື່ອນສະພຣົມມະຈາຣີທັງຫຼາຍ ຈັກບໍາເພັນ ອະພິສະມາຈາຣິກະທັມ ໃຫ້ບໍຣິບູນໄດ້ ດັ່ງນີ້ນັ້ນ ນັ້ນເປັນຖານະທີ່ຈະມີໄດ້ ; ເມື່ອບໍາເພັນອະພິສະມາຈາຣິກະທັມໃຫ້ບໍຣິບູນແລ້ວ ຈັກບໍາເພັນເສຂະທັມໃຫ້ບໍຣິບູນໄດ້ ດັ່ງນີ້ນັ້ນ ນັ້ນເປັນຖານະທີ່ຈະມີໄດ້ ; ເມື່ອບໍາເພັນເສຂະທັມໃຫ້ບໍຣິບູນແລ້ວ ຈັກບໍາເພັນ ສີລະຂັນທ໌ ໃຫ້ບໍຣິບູນໄດ້ ດັ່ງນີ້ນັ້ນ ນັ້ນເປັນຖານະທີ່ຈະມີໄດ້ ; ເມື່ອບໍາເພັນສີລະຂັນທ໌ໃຫ້ບໍຣິບູນແລ້ວ ຈັກບໍາເພັນ ສະມາທິຂັນທ໌ ໃຫ້ບໍຣິບູນໄດ້ ດັ່ງນີ້ນັ້ນ ນັ້ນເປັນຖານະທີ່ຈະມີໄດ້ ; ເມື່ອບໍາເພັນສະມາທິຂັນທ໌ໃຫ້ບໍຣິບູນແລ້ວ ຈັກບໍາເພັນ ປັນຍາຂັນທ໌ ໃຫ້ບໍຣິບູນໄດ້ ດັ່ງນີ້ນັ້ນ ນັ້ນເປັນຖານະທີ່ຈະມີໄດ້.
- ປັນຈກ. ອັງ. ໒໒/໑໖/໒໒.
ສິ່ງສົງເຄາະສັມມາທິຕຖິໃຫ້ອອກຜົລ
ພິກຂຸ ທ. ! ສັມມາທິຕຖິ ອັນອົງທັມ ໕ ປະການ ອະນຸເຄາະແລ້ວ ຍ່ອມມີເຈໂຕວິມຸຕຕິ ເປັນຜົລ ເປັນອານິສົງສ໌ ແລະ ມີປັນຍາວິມຸຕຕິເປັນຜົລ ເປັນອານິສົງສ໌.
ຫ້າປະການເຫຼົ່າໃດໜໍ ? ຫ້າປະການຄື : ພິກຂຸ ທ. ! ໃນກໍລະນີນີ້ :
ສັມມາທິຕຖິ ເປັນທັມອັນ ສີລ ອະນຸເຄາະແລ້ວ ;
ສັມມາທິຕຖິ ເປັນທັມອັນ ສູຕ໑ ອະນຸເຄາະແລ້ວ ;
ສັມມາທິຕຖິ ເປັນທັມອັນ ສາກັຈສາ໒ ອະນຸເຄາະແລ້ວ ;
ສັມມາທິຕຖິ ເປັນທັມອັນ ສະມາຖະ ອະນຸເຄາະແລ້ວ ;
ສັມມາທິຕຖິ ເປັນທັມອັນ ວິປັສສະນາ ອະນຸເຄາະແລ້ວ ;
໑. ສູຕ ມາຈາກບາລີ ສຸຕຕະ ໝາຍເຖິງແນວທັມ ຫຼື ຫຼັກທັມທີ່ຈັດເປັນລະບົບໜຶ່ງໆ.
໒. ສາກັຈສາ ຄືການສົນທະນາທັມເພື່ອຕີຄວາມໝາຍແຫ່ງທັມໃຫ້ແຈ່ມແຈ້ງຄັກແນ່.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໒໑
ພິກຂຸ ທ. ! ສັມມາທິຕຖິ ອັນອົງທັມ ໕ ປະການເຫຼົ່ານີ້ແລ ອະນຸເຄາະແລ້ວ ຍ່ອມມີເຈໂຕວິມຸຕຕິເປັນຜົລ ເປັນອານິສົງສ໌ ແລະມີປັນຍາວິມຸຕຕິເປັນຜົລ ເປັນອານິສົງສ໌.
- ປັນຈກ. ອັງ. ໒໒/໒໒/໒໕.
ເຫຕປັຈຈັຍແຫ່ງວິຊຊາ ແລະ ວິມຸຕຕິ
ພິກຂຸ ທ. ! ການຄົບສັບບຸຣຸສ ເປັນໄປບໍຣິບູນແລ້ວ ຍ່ອມເຮັດການຟັງສັດທັມໃຫ້ບໍຣິບູນ ;
ການຟັງສັດທັມ ບໍຣິບູນແລ້ວ ຍ່ອມເຮັດສັດທາໃຫ້ບໍຣິບູນ ;
ສັດທາ ບໍຣິບູນແລ້ວ ຍ່ອມເຮັດໂຢນິໂສມະນະສິກາຣະໃຫ້ບໍຣິບູນ ;
ໂຢນິໂສມະນະສິກາຣະ ບໍຣິບູນແລ້ວ ຍ່ອມເຮັດຄວາມເປັນຜູ່ມີສະຕິສັມປະຊັນຍະ
ໃຫ້ບໍຣິບູນ ;
ຄວາມເປັນຜູ່ມີສະຕິສັມປະຊັນຍະ ບໍຣິບູນແລ້ວ ຍ່ອມເຮັດການສັງລວມອິນຊີໃຫ້
ບໍຣິບູນ ;
ການສັງລວມອິນຊີ ບໍຣິບູນແລ້ວ ຍ່ອມເຮັດສຸຈະຣິຕ ໓ ປະການ ໃຫ້ບໍຣິບູນ ;
ສຸຈະຣິຕ ໓ ປະການ ບໍຣິບູນແລ້ວ ຍ່ອມເຮັດສະຕິປັຕຖານ ໔ ປະການໃຫ້ບໍຣິບູນ ;
ສະຕິປັຕຖານ ໔ ປະການ ບໍຣິບູນແລ້ວ ຍ່ອມເຮັດໂພຊຊົງຄ໌ ໗ ປະການໃຫ້ບໍຣິບູນ ;
ໂພຊຊົງຄ໌ ໗ ປະການ ບໍຣິບູນແລ້ວ ຍ່ອມເຮັດໃຫ້ວິຊຊາ ແລະວິມຸຕຕິ ໃຫ້ບໍຣິບູນ ;
ພິກຂຸ ທ. ! ອາຫາຣແຫ່ງວິຊຊາ ແລະ ວິມຸຕຕິນີ້ ຍ່ອມມີໄດ້ ດ້ວຍອາການດັ່ງນີ້ ແລະ ບໍຣິບູນແລ້ວ ດ້ວຍອາການດັ່ງນີ້.
(ຕໍ່ຈາກນີ້ ຕຣັດອຸປະມາດ້ວຍຝົນຕົກລົງໃນບ່ອນສູງແລ້ວ ໄຫຼລົງມາໃນບ່ອນຕໍ່າ ຍ່ອມເຮັດໃຫ້ເຕັມບໍລິບູນຕໍ່ໆກັນລົງມາຕາມລະດັບ ຈົນວ່າເຖິງທະເລ).
- ທສກ. ອັງ. ໒໔/໑໒໓/໖໑.
໙໒໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ສັນຍາເກີດກ່ອນຍານ
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ສັນຍາເກີດກ່ອນ ຍານເກີດຕາມຫຼັງ ຫຼື ວ່າຍານເກີດກ່ອນ ສັນຍາເກີດຕາມຫຼັງ ຫຼື ວ່າສັນຍາ ແລະ ຍານເກີດບໍ່ກ່ອນບໍ່ຫຼັງກັນ (ພ້ອມກັນ) ?”
ໂປຕຖະປາທະ ! ສັນຍາແລ ເກີດກ່ອນ ຍານເກີດຕາມຫຼັງ ເພາະມີການເກີດແຫ່ງສັນຍາ ຈຶ່ງມີການເກີດແຫ່ງຍານ ດັ່ງທີ່ເຂົານັ້ນ (ແຕ່ລະຄົນໆ) ຮູ້ສຶກໄດ້ແນວນີ້ວ່າ “ເພາະ (ສັນຍາ) ນີ້ເປັນປັຈຈັຍ ຍານຈຶ່ງເກີດຂຶ້ນແກ່ເຮົາ” ດັ່ງນີ້. ໂປຕຖະປາທະ ! ເຈົ້າຄວນຮູ້ຄວາມຂໍ້ນີ້ໂດຍໄນຍະນີ້ວ່າ “ສັນຍາເກີດກ່ອນ ຍານເກີດຕາມຫຼັງແນວໃດ, ເພາະມີການເກີດຂຶ້ນແຫ່ງສັນຍາ ຈຶ່ງມີການເກີດຂຶ້ນແຫ່ງຍານ ເຊັ່ນນັ້ນ” ດັ່ງນີ້.
- ສີ. ທີ. ໙/໒໓໐/໒໘໘.








