ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸນັ້ນ ໄປສູ່ໝູ່ສົງຄ໌ແລ້ວ ບໍ່ເວົ້າເລື່ອງນອກເລື່ອງ ບໍ່ກ່າວເດຣະສານຄາຖາ ກ່າວທັມເອງແດ່ ເຊີນຊວນຜູ່ອື່ນໃຫ້ກ່າວແດ່ ບໍ່ດູໝິ່ນຄວາມນິ້ງຢ່າງພຣະອະຣິຍະເຈົ້າ໑ ; ພິກຂຸ ທ. ! ນີ້ເປັນ ເຫຕປັຈຈັຍປະການທີເຈັດ.

ພິກຂຸນັ້ນ ມີປົກກະຕິຕາມເຫັນຄວາມເກີດຂຶ້ນ ແລະ ຄວາມເສື່ອມໄປໃນອຸປາທານຂັນທ໌ທັງຫ້າ ຢູ່ວ່າ “ຮູບ ເປັນແນວນີ້, ເຫຕໃຫ້ເກີດຮູບ ເປັນແນວນີ້, ຄວາມຕັ້ງຢູ່ບໍ່ໄດ້ແຫ່ງຮູບ ເປັນແນວນີ້ ; ເວທະນາ ເປັນແນວນີ້, ເຫຕໃຫ້ເກີດເວທະນາ ເປັນແນວນີ້, ຄວາມຕັ້ງຢູ່ບໍ່ໄດ້ແຫ່ງເວທະນາ ເປັນແນວນີ້ ; ສັນຍາ ເປັນແນວນີ້, ເຫຕໃຫ້ເກີດສັນຍາ ເປັນແນວນີ້, ຄວາມຕັ້ງຢູ່ບໍ່ໄດ້ແຫ່ງສັນຍາ ເປັນແນວນີ້ ; ສັງຂາຣ ເປັນແນວນີ້, ເຫຕໃຫ້ເກີດແຫ່ງສັງຂາຣ ເປັນແນວນີ້, ຄວາມຕັ້ງຢູ່ບໍ່ໄດ້ແຫ່ງສັງຂາຣ ເປັນແນວນີ້ ; ວິນຍານ ເປັນແນວນີ້, ເຫຕໃຫ້ເກີດວິນຍານ ເປັນແນວນີ້, ຄວາມຕັ້ງຢູ່ບໍ່ໄດ້ແຫ່ງ

ວິນຍານ ເປັນແນວນີ້ ດັ່ງນີ້” ; ພິກຂຸ ທ. ! ນີ້ເປັນ ເຫຕປັຈຈັຍປະການທີແປດ.

໑. ຄືພ້ອມທີ່ຈະນິ້ງ, ຍິນດີທີ່ຈະນິ້ງ, ບໍ່ລ່ວງຍາດເວົ້າຄືຄົນທົ່ວໄປ ໂດຍເຫັນວ່າເປັນກຽດສັກສີ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໑໙

... ພິກຂຸ ທ. ! ເຫຕ ໘ ປະການ ປັຈຈັຍ ໘ ປະການເຫຼົ່ານີ້ແລມີຢູ່ ເພື່ອການໄດ້ສະເພາະຊຶ່ງປັນຍາ ອັນເປັນອາທິພຣັມມະຈະຣິຢິກາ (ປັນຍາທີ່ຕ້ອງມີໃນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌) ທີ່ຍັງບໍ່ເຄີຍໄດ້, ເປັນໄປພ້ອມເພື່ອຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມເຮັດໃຫ້ຈະເຣີນ ຄວາມເຕັມຮອບແຫ່ງປັນຍາ ອັນເປັນອາທິພຣັມມະຈະຣິຢິກາທີ່ໄດ້ແລ້ວ.

- ອັຕຖກ. ອັງ. ໒໓/໑໕໒-໑໕໖/໙໒.

ຂັ້ນຕອນອັນຈໍາກັດແຫ່ງປັຈຈັຍຂອງປັນຍາຂັນທ໌

(ເບິ່ງໜ້າ ໑໓໑໔ ແລະ ອຣິຍ. ຕົ້ນ ໜ້າ ໗໗໐ ປະກອບ)

ພິກຂຸ ທ. ! ພິກຂຸນັ້ນໜໍ ບໍ່ມີຄວາມເຄົາລົບ ບໍ່ມີຄວາມຢໍາເກງ ມີຄວາມປະພຶຕເຂົ້າກັນບໍ່ໄດ້ໃນເພື່ອນສະພຣົມມະຈາຣີທັງຫຼາຍ ຈັກບໍາເພັນອະພິສະມາຈາຣິກະທັມ ໃຫ້ບໍຣິບູນໄດ້ດັ່ງນີ້ນັ້ນ ບໍ່ແມ່ນເປັນຖານະທີ່ຈະມີໄດ້ ;໑ ເມື່ອບໍ່ບໍາເພັນອະພິສະມາຈາຣິກະທັມໃຫ້ບໍຣິບູນແລ້ວ ຈັກບໍາເພັນເສຂະທັມ (ທັມທີ່ຄວນສຶກສາສູງຂຶ້ນໄປ) ໃຫ້ບໍຣິບູນໄດ້ ດັ່ງນີ້ນັ້ນ ນັ້ນບໍ່ແມ່ນເປັນຖານະທີ່ຈະມີໄດ້ ; ເມື່ອບໍ່ບໍາເພັນເສຂະທັມໃຫ້ບໍຣິບູນແລ້ວ ຈັກບໍາເພັນສີລະຂັນທ໌ໃຫ້ບໍຣິບູນໄດ້ ດັ່ງນີ້ນັ້ນ ນັ້ນບໍ່ແມ່ນເປັນຖານະທີ່ຈະມີໄດ້ ; ເມື່ອບໍ່ບໍາເພັນສີລະຂັນທ໌ໃຫ້ບໍຣິບູນແລ້ວ ຈັກບໍາເພັນສະມາທິຂັນທ໌ໃຫ້ບໍຣິບູນໄດ້ ດັ່ງນີ້ນັ້ນ ນັ້ນບໍ່ແມ່ນເປັນຖານະທີ່ຈະມີໄດ້ ; ເມື່ອບໍ່ບໍາເພັນສະມາທິຂັນທ໌ໃຫ້ບໍຣິບູນແລ້ວ ຈັກບໍາເພັນປັນຍາຂັນທ໌ໃຫ້ບໍຣິບູນໄດ້ ດັ່ງນີ້ນັ້ນ ນັ້ນບໍ່ແມ່ນເປັນຖານະທີ່ຈະມີໄດ້.

໑. ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ອະພິສະມາຈາຣິກະທັມ ກ່າວຄືການປະຕິບັຕ ວັຕຕຣະ ຫຼື ມະລະຍາດ

ທີ່ສາທຸຊົນທົ່ວໄປ ຄວນປະຕິບັຕໃນບ້ານເຮືອນ ໝູ່ຄູ່ ແລະ ສັງຄົມທົວໄປ ນີ້ບໍ່ແມ່ນເລື່ອງເລັກນ້ອຍ

ໃນການປະຕິບັຕທັມ ເພື່ອບັນລຸທັມໃນຂັ້ນສູງ. ກ່າວສຸຫຼຸບສັ້ນໆ ກໍວ່າ ບໍ່ເຮັດໃຫ້ເກີດຄວາມເໝາະສົມ

ໃນການທີ່ຈັກເປັນນັກສຶກສາ. ຂໍໃຫ້ທຸກຄົນເຮັດການສໍາລະສະສາງ ອະພິສະມາຈາຣິກະທັມຂອງຕົນໆ

ໃຫ້ດີທີ່ສຸດທໍ່ທີ່ຈະເຮັດໄດ້ ເປັນເລື່ອງທໍາອິດເສຍກ່ອນ.

໙໒໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ