ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ເຫຕ ໘ ປະການ ປັຈຈັຍ ໘ ປະການ ເຫຼົ່ານີ້ມີຢູ່ ເພື່ອການໄດ້ສະເພາະຊຶ່ງປັນຍາ ອັນເປັນອາທິພຣັມມະຈະຣິຢິກາ (ປັນຍາທີ່ຕ້ອງມີໃນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌) ທີ່ຍັງບໍ່ເຄີຍໄດ້, ເປັນໄປ ພ້ອມເພື່ອຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມເຮັດໃຫ້ຈະເຣີນ ຄວາມເຕັມຮອບ ແຫ່ງປັນຍາອັນເປັນອາທິພຣັມມະຈະຣິຢິກາ ທີ່ໄດ້ແລ້ວ. ແປດປະການແນວໃດໜໍ ? ແປດປະການຄື :-

໓. ຊາຢີພິກຂຸ ຄືພິກຂຸຜູ່ບໍາເພັນຊານຢູ່ ເມື່ອເຂົາເຂົ້າ ຫຼືອອກຈາກເນວະສັນຍານາສັນຍາຢະຕະນະສະມາບັຕ ແລະ

ສັນຍາເວທະຢິຕະນິໂຣດແລ້ວ ກໍຈະມີຄວາມຮູ້ແຈ່ມແຈ້ງແກ່ຕົນເອງ ວ່າເມື່ອອາໄສສະມາບັຕທັງສອງນີ້ແລ້ວ

ຈະມີການດັບສິ້ນອາສະວະຫຼືບໍ່. ຖ້າເປັນສະມາບັຕທັງເຈັດເບື້ອງຕົ້ນ ຊົງຢືນຢັນວ່າມີຄວາມດັບສິ້ນອາສະວະ

ສ່ວນໃນສະມາບັຕສຸດທ້າຍທັງສອງນີ້ ຊົງປ່ອຍໄວ້ໃຫ້ຜູ່ທີ່ເຂົ້າແລ້ວ ອອກແລ້ວ ເປັນຜູ່ກ່າວເອງ ວ່າມີການ

ດັບສິ້ນອາສະວະຫຼືບໍ່ ຊຶ່ງຖ້າເບິ່ງທີ່ພຣະອົງອະທິບາຍ ການບັນລຸອໍຣະຫັນຕະຜົລຂອງພຣະສາຣີບຸຕ

(ເບິ່ງເພີ່ມຕື່ມພຸດທະປະວັຕ ໜ້າ ໓໔໒ ຫຼື ອະນຸປະທະສູຕ ອຸປຣິ. ມ. ໑໔/໑໑໖/໑໕໔) ທີ່ເຂົ້າສະມາທິທຸກຂັ້ນຈົນເຖິງ

ສັນຍາເວທະຢິຕະນິໂຣດ ແລ້ວມີສະຕິເຂົ້າສະມາທິ ມີສະຕິອອກຈາກສະມາທິ ຈົນເຫັນວ່າສິ່ງໃດບໍ່ເຄີຍມີ

ກໍມີມາ ສິ່ງໃດມີມາແລ້ວກໍດັບໄປ ຈິຕຈິ່ງຫຼຸດພົ້ນຈາກອາສະວະໄດ້ ນັ້ນສະແດງວ່າ ໃນສະມາບັຕສຸດທ້າຍ

ທັງສອງນີ້ ກໍໃຊ້ເພື່ອການດັບສິ້ນອາສະວະໄດ້ ເຊັ່ນດຽວກັນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໑໗

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຂົາໄປອາໄສຊຶ່ງພຣະສາສດາ ຫຼື ເພື່ອນສະພຣົມມະຈາຣີ ຜູ່ເປັນທີ່ຕັ້ງແຫ່ງຄວາມເຄົາຣົບ ອົງໃດອົງໜຶ່ງ ອັນເປັນບ່ອນຊຶ່ງຫິຣິແລະໂອຕຕັປປະ ຄວາມຮັກ ແລະ ຄວາມເຄົາຣົບຂອງພິກຂຸນັ້ນ ຈະຕັ້ງຢູ່ຢ່າງເຂັ້ມແຂງ ; ພິກຂຸ ທ. ! ນີ້ເປັນ ເຫຕປັຈຈັຍປະການທີໜຶ່ງ.

ພິກຂຸນັ້ນ ເມື່ອເຂົ້າໄປອາໄສຊຶ່ງພຣະສາສດາ ຫຼື ເພື່ອນສະພຣົມມະຈາຣີ ຜູ່ເປັນທີ່ຕັ້ງແຫ່ງຄວາມເຄົາລົບອົງໃດອົງໜຶ່ງ ຈົນວ່າຫິຣິ ແລະໂອຕຕັປປະ ຄວາມຮັກ ແລະ ຄວາມເຄົາລົບຂອງພິກຂຸນັ້ນ ຕັ້ງຢູ່ຢ່າງເຂັ້ມແຂງແລ້ວ ເຂົານັ້ນກໍ ເຂົ້າໄປສໍ້ຖາມ ສອບຖາມບັນຫາຕາມກາລະອັນຄວນ ວ່າ : “ຂ້າແຕ່ທ່ານຜູ່ຈະເຣີນ ! ຂໍ້ນີ້ເປັນແນວໃດ ?” ຄວາມໝາຍແຫ່ງຂໍ້ນີ້ເປັນແນວໃດ ? ດັ່ງນີ້. ທ່ານຜູ່ມີອາຍຸເຫຼົ່ານັ້ນ ຍ່ອມເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍ ຍ່ອມເຮັດໃຫ້ຕື້ນສິ່ງທີ່ຍັງບໍ່ທັນເຮັດໃຫ້ຕື້ນ ຍ່ອມບັນເທົາຄວາມສົງໄສໃນທັມ ອັນເປັນທີ່ຕັ້ງແຫ່ງຄວາມສົງໄສ ມີຢ່າງຕ່າງໆ ແກ່ພິກຂຸນັ້ນ : ພິກຂຸ ທ. ! ນີ້ເປັນ ເຫຕປັຈຈັຍປະການທີສອງ.

ພິກຂຸນັ້ນ ເມື່ອຟັງທັມນັ້ນແລ້ວ ຍ່ອມເຮັດຕົນໃຫ້ເຖິງພ້ອມດ້ວຍການຫຼີກອອກ ໒ ຢ່າງ ຄືຫຼີກອອກທາງກາຍ ແລະ ຫຼີກອອກທາງຈິຕ ; ພິກຂຸ ທ. ! ນີ້ເປັນ ເຫຕປັຈຈັຍປະການທີສາມ.

ພິກຂຸນັ້ນ ເປັນຜູ່ມີສີລ ສັງລວມດ້ວຍປາຕິໂມກຂະສັງວອຣ ເຖິງພ້ອມດ້ວຍມາລະຍາດແລະໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ແມ່ນທີ່ຖືກັນວ່າເປັນໂທດເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ ; ພິກຂຸ ທ. ! ນີ້ເປັນ ເຫຕປັຈຈັຍປະການທີສີ່.

໙໑໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸນັ້ນ ເປັນພະຫຸສູຕ ຊົງຈໍາທັມທີ່ຟັງແລ້ວ ສັ່ງສົມທັມທີ່ຟັງແລ້ວ ; ທັມເຫຼົ່າໃດມີຄວາມງາມໃນເບື້ອງຕົ້ນ ມີຄວາມງາມໃນທ່າມກາງ ມີຄວາມງາມໃນທີ່ສຸດ ສະແດງ ພຣົມມະຈັນຣຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸດ ບໍລິບູນສິ້ນເຊີງ, ທັມເຫຼົ່ານັ້ນ ອັນເຂົານັ້ນໄດ້ຟັງມາຫຼາຍແລ້ວ ຈໍາຈື່ໄດ້ ທ່ອງໄດ້ຄ່ອງແຄ່ວດ້ວຍວາຈາ ມອງເຫັນຕາມດ້ວຍໃຈ ເຈາະແທງຕະຫຼອດຢ່າງດີດ້ວຍຄວາມເຫັນ ; ພິກຂຸ ທ. ! ນີ້ເປັນ ເຫຕປັຈຈັຍປະການທີຫ້າ.

ພິກຂຸນັ້ນ ເປັນຜູ່ປາຣົບຄວາມພຽນ ເພື່ອລະອະກຸສົລທັມທັງຫຼາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫຼາຍ ເປັນຜູ່ມີກໍາລັງ (ຈິຕ) ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມ ວຽກໃນກຸສົລທັມທັງຫຼາຍຢູ່ ; ພິກຂຸ ທ. ! ນີເປັນ ເຫຕປັຈຈັຍປະການທີຫົກ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ