ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ໃນກໍລະນີແຫ່ງການດັບສິ້ນອາສະວະ ເພາະອາໄສ ວິນຍານັນຈາຢະຕະນະ ແດ່ ເພາະອາໄສ ອາກິນຈັນຍາຢະຕະນະ ແດ່ ກໍມີຄໍາອະທິບາຍທີ່ຕຣັດໄວ້ ໂດຍຮູບແບບດຽວກັນກັບໃນກໍລະນີແຫ່ງ ອາກາສານັນຈາຢະຕະນະ ຂ້າງເທິງນີ້ ທຸກໂຕອັກສອນ ທັງໃນສ່ວນອຸປະໄມແລະໃນສ່ວນອຸປະມາ ຜິດກັນແຕ່ຊື່ແຫ່ງສະມາທິທໍ່ນັ້ນ ຜູ່ສຶກສາອາດກໍານົດຮູ້ໄດ້ເອງ ໂດຍອາໄສຄວາມທີ່ກ່າວຂ້າງເທິງນີ້ ຈະນໍາເອົາມາໃສ່ໄວ້ເຕັມຂໍ້ຄວາມນັ້ນ ກໍຍືດຍາວເກີນໄປ ຈຶ່ງຂ້າມເສຍສໍາລັບ

ວິນຍານັນຈາຢະຕະນະ ແລະ ອາກິນຈັນຍາຢະຕະນະ ຈົນເຖິງຄໍາວ່າ ... ເຮົາອາໄສຂໍ້ຄວາມນີ້ກ່າວແລ້ວ ອັນເປັນຄໍາສຸດທ້າຍຂອງຂໍ້ຄວາມ ໃນກໍລະນີແຫ່ງອາກິນຈັນຍາຢະຕະນະ. ເມື່ອຕຣັດຂໍ້ຄວາມໃນກໍລະນີ ແຫ່ງອາກິນຈັນຍາຢະຕະນະຈົບແລ້ວ ໄດ້ຕຣັດຂໍ້ຄວາມນີ້ຕໍ່ໄປວ່າ :-).

ພິກຂຸ ທ. ! ດ້ວຍເຫຕດັ່ງກ່າວມານີ້ແລ ເປັນອັນກ່າວໄດ້ວ່າ ສັນຍາສະມາບັຕ (ສັນຍາສະມາປັຕຕິ) ມີປະມານທໍ່ໃດ ອັນຍາປະຕິເວດ [ອັນຍາປະຕິເວໂດ (ການແທງຕະຫຼອດອະຣະຫັນຕະຜົລ)໑] ກໍມີປະມານທໍ່ນັ້ນ.

ພິກຂຸ ທ. ! ສ່ວນວ່າ ອາຢະຕະນະອີກ ໒ ປະການ ກ່າວຄື : ເນວະສັນຍານາສັນຍາຢະຕະນະສະມາບັຕ ແລະ ສັນຍາເວທະຢິຕະນິໂຣດ ຊຶ່ງອາໄສສັນຍາສະມາບັຕ (໗ ປະການ) ເຫຼົ່ານັ້ນ໒ ນັ້ນເຮົາກ່າວວ່າ ເປັນສິ່ງທີ່ຊາຢີພິກຂຸຜູ່ສະຫຼາດ ໃນການເຂົ້າສະມາບັຕ

໑. ຂໍ້ຄວາມນີ້ໝາຍຄວາມວ່າ ສັນຍາສະມາບັຕເຈັດ ຄື ຣູປະສັນຍາສີ່ ອະຣູປະສັນຍາສາມເບື້ອງຕົ້ນ ລວມເປັນເຈັດ

ເອີ້ນວ່າ ສັນຍາສະມາບັຕ ເພາະເປັນສະມາບັຕທີ່ຍັງມີສັນຍາ. ເມື່ອສັນຍາສະມາບັຕມີເຈັດ ອັນຍາປະຕິເວດ

ກໍມີເຈັດທໍ່ກັນ ຄືການແທງຕະຫຼອດອະຣະຫັນຕະຜົລ ໃນກໍລະນີຂອງ ຣູປະສັນຍາສີ່ ອະຣູປະສັນຍາສາມ

ນັ້ນເອງ ຈຶ່ງຕຣັດວ່າ “ສັນຍາສະມາບັຕມີປະມານທໍ່ໃດ ອັນຍາປະຕິເວດກໍມີປະມານທໍ່ນັ້ນ”.

໒. ຂໍ້ຄວາມນີ້ໝາຍຄວາມວ່າ ສັນຍາສະມາບັຕ ໗ ປະການ ເກີດກ່ອນແລ້ວ ຕັ້ງຢູ່ແລ້ວ ຈຶ່ງອາດຈະເກີດສະມາບັຕ

ທີ່ບໍ່ມີສັນຍາສອງປະການນີ້ ກ່າວຄື ເນວະສັນຍານາສັນຍາຢະຕະນະສະມາບັຕ ແລະສັນຍາເວທະຢິຕະນິໂຣດ

ດັ່ງນັ້ນ ຈຶ່ງຕຣັດວ່າ “ອາຢະຕະນະສອງຢ່າງ ອາໄສສະມາບັຕ ໗ ຢ່າງ”.

* ຊານະ = ການເພັ່ງ ; ຊາຢະ = ການເພັ່ງ ; ແຕ່ເບິ່ງຈາກການໃຊ້ກ່າວຂອງພຣະອົງ ຈະໃຊ້ຊາຢະໃນແງ່ຂອງບຸຄຄົນຜູ່ເພັ່ງ

ແລະ ມີຄວາມສະຫຼາດ ໃຫ້ເບິ່ງຈາກພຣະສູຕນີ້ ແລະ ອີກພຣະສູຕທີ່ຕຣັດແກ່ສັນທະ ເລື່ອງການເພັ່ງຢ່າງພິກຂຸອາຊາໄນ

ຊຶ່ງຈະໃຊ້ “ຊາຢະ” ຄືກັນກັບພຣະສູຕນີ້ ຄືໃຊ້ “ຊາຢີ” ບໍ່ແມ່ນ “ຊານະ”.

໙໑໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ສະຫຼາດໃນການອອກຈາກສະມາບັຕ ຈະຍ່ອມເຂົ້າສະມາບັຕ ອອກຈາກສະມາບັຕ ແລ້ວກ່າວວ່າເປັນອັນໃດໄດ້ເອງ ໂດຍຖືກຕ້ອງ໓ ດັ່ງນີ້.

- ນວກ. ອັງ. ໒໓/໔໓໘-໔໔໔/໒໔໐.

[ສໍາລັບຫົວຂໍ້ເລື່ອງທີ່ວ່າ “ສະມາທິ (ສະມາບັຕ) ທຸກຂັ້ນຕອນ ໃຊ້ເປັນມາດຖານຂອງການເຂົ້າວິມຸຕຕິ ໄດ້ທັງໝົດ” ດັ່ງນີ້ ນັ້ນໝາຍຄວາມວ່າ ໃນສະມາບັຕທີ່ຍັງມີສັນຍາຢູ່ນັ້ນ ມີທາງທີ່ຈະກໍານົດຂັນທ໌ ຕາມທີ່ປາກົດຢູ່ໃນສະມາບັຕນັ້ນ ວ່າມີລັກສະນະເຊັ່ນ : ອະນິຈຈະລັກຂະນະ ເປັນຕົ້ນ ຊຶ່ງເມື່ອກໍານົດເຂົ້າແລ້ວ ກໍຍ່ອມເກີດປັນຍາທີ່ເອີ້ນວ່າ ວິປັສສະນາ. ສ່ວນສະມາບັຕທີ່ໄຮ້ສັນຍາ ຄື : ເນວະສັນຍານາສັນຍາຢະຕະນະ ແລະ ສັນຍາເວທະຢິຕະນິໂຣດ ນັ້ນບໍ່ມີຂັນທ໌ອື່ນໆ ທີ່ຈະໃຫ້ສັງເກດເຫັນການເກີດດັບໄດ້ ຍ້ອນເຫຼືອແຕ່ຄວາມເປັນໂຕອົງສະມາບັຕ (ສະມາທິ, ຊານ) ເອງ ... (ຊຶ່ງປະກອບດ້ວຍວິນຍານ ແລະ ສັງຂາຣພຽງ ໒ ຂັນທ໌ ທີ່ຍັງເຫຼືອຢູ່ ເພາະຄວາມເຂົ້າໄປດັບເສຍໄດ້ຊຶ່ງຮູບ ເວທະນາ ສັນຍາ ນັ້ນເອງ) ພິກຂຸຜູ່ເພັ່ງຢ່າງສະຫຼາດ (ຊາຢີພິກຂຸ) ຈຶ່ງຕ້ອງອາໄສການເຂົ້າ-ການອອກຈາກສະມາບັຕ ຢ່າງເປັນປະຈໍາ ໃຫ້ຫຼາຍພໍ (ຊຶ່ງເປັນວິທີດຽວເພື່ອເຫັນອະຣິຍະສັຈຈ໌ ຄວາມຈິງແຫ່ງລະບົບສົມມຸດ ຄືເກີດ-ດັບ) ຈົນເຫັນການເກີດດັບຂອງຕົນເອງ ແລ້ວປ່ອຍວາງຄວາມເປັນໂຕຕົນຂອງຕົນເອງ ຊຶ່ງເຫຼືອຢູ່ພຽງ ໒ ຂັນທ໌ທໍ່ນັ້ນ ວິຊຊາແລະວິມຸຕຕິ ຈຶ່ງມີແກ່ພິກຂຸນັ້ນໄດ້].

ເຫຕໃຫ້ເກີດແລະຈະເຣີນ ແຫ່ງອາທິພຣັມມະຈະຣິຢິກະປັນຍາ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ