ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ຄໍາທີ່ເຮົາກ່າວແລ້ວວ່າ “ພິກຂຸ ທ. ! ເຮົາກ່າວຄວາມດັບສິ້ນອາສະວະເພາະອາໄສ ອາກາສານັນຈາຢະຕະນະແດ່” ດັ່ງນີ້ນັ້ນ ເຮົາອາໄສອັນໃດກ່າວໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ ເພາະກ້າວຂ້າມຣູປະສັນຍາເສຍໄດ້ ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄາສັນຍາ ເພາະການບໍ່ໃສ່ໃຈຊຶ່ງນານັຕຕະສັນຍາ ຈຶ່ງເຂົ້າເຖິງ ອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ອາກາສ
ບໍ່ມີທີ່ສິ້ນສຸດ” ດັ່ງນີ້ ແລ້ວແລຢູ່. ໃນອາກາສານັນຈາຢະຕະນະນັ້ນ ມີທັມຄື : ເວທະນາ ສັນຍາ ສັງຂາຣ ວິນຍານ (ທີ່ກໍາລັງເຮັດໜ້າທີ່ຢູ່)໑ ເຂົານັ້ນ ຕາມເຫັນຊຶ່ງທັມເຫຼົ່ານັ້ນ ໂດຍຄວາມເປັນຂອງບໍ່ທ່ຽງ ໂດຍຄວາມເປັນທຸກຂ໌ ເປັນໂຣຄາ ເປັນຫົວຝີ ເປັນ
ລູກສອຣ ເປັນຄວາມຍາກລໍາບາກ ເປັນອາພາດ ເປັນດັ່ງຄົນອື່ນ (ໃຫ້ຢືມມາ) ເປັນຂອງແຕກສະຫຼາຍ ເປັນຂອງວ່າງ ເປັນຂອງບໍ່ແມ່ນຕົນ. ເຂົາດໍາຣົງຈິຕດ້ວຍທັມ (ຄືຂັນທ໌ພຽງສີ່) ເຫຼົ່ານັ້ນ (ອັນປະກອບດ້ວຍລັກສະນະ ໑໑ ປະການ ມີອະນິຈຈະລັກຂະນະເປັນຕົ້ນ) ແລ້ວຈຶ່ງນ້ອມຈິຕໄປສູ່ອະມະຕະທາຕ (ຄືນິບພານ) ດ້ວຍການກໍານົດວ່າ “ນັ້ນສະງົບລະງັບ ນັ້ນປະນີຕ ; ນັ້ນຄືທັມມະຊາຕເປັນບ່ອນສະງົບລະງັບແຫ່ງສັງຂາຣທັງປວງ ເປັນບ່ອນສະຫຼັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິບພານ” ດັ່ງນີ້.
໑. ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ໃນສະມາທິລະດັບຣູປະສັນຍາ ມີຂັນທ໌ຄົບຫ້າ ; ສ່ວນສະມາທິລະດັບ
ອະຣູປະສັນຍາ ມີຂັນທ໌ພຽງສີ່ ຄືຂາດຣູປະຂັນທ໌ໄປ. ພຽງສີ່ຄື : ເວທະນາ ສັນຍາ ສັງຂາຣ ວິນຍານ
ທີ່ປະກອບຢູ່ໃນອາກາສານັນຈາຢະຕະນະ.
໙໑໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ເຂົາດໍາຣົງຢູ່ໃນວິປັສສະນາຍານ ມີອາກາສານັນຈາຢະຕະນະເປັນບາດນັ້ນ ຍ່ອມເຖິງ ຄວາມດັບສິ້ນໄປແຫ່ງອາສະວະ ; ຖ້າບໍ່ເຖິງຄວາມດັບສິ້ນໄປແຫ່ງອາສະວະ ກໍເປັນ ໂອປະປາຕິກະ ອະນາຄາມີ ຜູ່ປະຣິນິບພານໃນພົບນັ້ນ, ມີການບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ ມີໃນເບື້ອງຕໍ່າຫ້າປະການ ແລະເພາະອໍານາດແຫ່ງ ທັມມະຣາຄະ ທັມມະນັນທິ (ອັນເກີດຈາກຄວາມພໍໃຈ ແລະຄວາມເພີນທີ່ຍັງລະບໍ່ໄດ້) ນັ້ນໆ ນັ້ນເອງ.
ພິກຂຸ ທ. ! ປຽບເໝືອນພວກຊຽນຍິງທະນູ ຫຼື ລູກນ້ອງຂອງເຂົາ ປະກອບການຝຶກຢູ່ກັບຫຸ່ນທີ່ເຮັດດ້ວຍຫຍ້າແດ່ ກັບຮູບຫຸ່ນດິນແດ່ ; ສະໄໝຕໍ່ມາ ເຂົາກໍເປັນນັກຊ່ຽວຊານຍິງທະນູຜູ່ຍິງໄກ ຍິງໄວ ທໍາລາຍໝູ່ພົນອັນໃຫຍ່ໄດ້. ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ທີ່ພິກຂຸ ເພາະກ້າວຂ້າມຊຶ່ງຣູປະສັນຍາເສຍໄດ້ ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາ ເພາະການບໍ່ຕັ້ງໄວ້ໃນໃຈຊຶ່ງນານັຕຕະສັນຍາ ຈຶ່ງເຂົ້າເຖິງອາກາສານັນຈາຢະຕະນະ ອັນມີການບໍ່ເຮັດໃນໃຈວ່າ “ອາກາສບໍ່ມີທີ່ສຸດ” ດັ່ງນີ້ແລ້ວແລຢູ່. (ເຂົານັ້ນກໍານົດຂັນທ໌ພຽງສີ່໑ ວ່າຂັນທ໌ແຕ່ລະຂັນທ໌ ປະກອບດ້ວຍລັກສະນະ ໑໑ ປະການ ມີອະນິຈຈະລັກຂະນະ ເປັນຕົ້ນ ແລ້ວນ້ອມຈິຕໄປສູ່ອະມະຕະທາຕ ຄືນິບພານ ເຖິງຄວາມດັບສິ້ນອາສະວະ ເມື່ອດໍາຣົງຢູ່ໃນວິປັສສະນາຍານ ມີອາກາສານັນຈາຢະຕະນະເປັນບາດນັ້ນ ຫຼືບໍ່ດັ່ງນັ້ນກໍເປັນອະນາຄາມີ ເພາະມີທັມມະຣາຄະ ທັມມະນັນທິ ໃນນິບພານນັ້ນ) ດັ່ງນີ້. ພິກຂຸ ທ. ! ຂໍ້ທີ່ເຮົາກ່າວແລ້ວວ່າ “ພິກຂຸ ທ. ! ເຮົາກ່າວຄວາມດັບສິ້ນອາສະວະ ເພາະອາໄສອາກາສານັນຈາຢະຕະນະແດ່” ດັ່ງນີ້ ນັ້ນ ເຮົາອາໄສຄວາມຂໍ້ນີ້ກ່າວແລ້ວ.
໑. ພຽງສີ່ຄື : ເວທະນາ ສັນຍາ ສັງຂາຣ ວິນຍານ ທີ່ປະກອບຢູ່ໃນອາກາສານັນຈາຢະຕະນະ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໑໕








