ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ຄໍາທີ່ເຮົາກ່າວແລ້ວວ່າ “ພິກຂຸ ທ. ! ເຮົາກ່າວຄວາມດັບສິ້ນອາສະວະ ເພາະອາໄສປະຖົມມະຊານແດ່” ດັ່ງນີ້ນັ້ນ ເຮົາອາໄສອັນໃດກ່າວໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸສະງັດຈາກກາມ ສະງັດຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ໃນປະຖົມມະຊານ ນັ້ນ ມີທັມຄື : ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ (ທີ່ກໍາລັງເຮັດໜ້າທີ່ຢູ່) ; ເຂົານັ້ນຕາມເຫັນຊຶ່ງທັມເຫຼົ່ານັ້ນ ໂດຍຄວາມເປັນຂອງບໍ່ທ່ຽງ໑ ໂດຍຄວາມເປັນທຸກຂ໌໒ ເປັນໂຣຄາ໓ ເປັນຫົວຝີ໔ ເປັນລູກສອຣ໕ ເປັນຄວາມຍາກລໍາບາກ໖ ເປັນອາພາດ໓ ເປັນດັ່ງຜູ່ອື່ນ (ໃຫ້ຢືມມາ)໘ ເປັນຂອງແຕກສະຫຼາຍ໙ ເປັນຂອງວ່າງ໑໐ ເປັນຂອງບໍ່ແມ່ນຕົນ໑໑. ເຂົາດໍາຣົງຈິຕດ້ວຍທັມ (ຄືຂັນທ໌ທັງຫ້າ) ເຫຼົ່ານັ້ນ (ອັນປະກອບດ້ວຍລັກສະນະ ໑໑ ປະການ ມີອະນິຈຈະລັກຂະນະເປັນຕົ້ນ) ແລ້ວຈຶ່ງນ້ອມຈິຕໄປສູ່ອະມະຕະທາຕ (ຄືນິບພານ) ດ້ວຍການກໍານົດວ່າ “ນັ້ນສະງົບລະງັບ ນັ້ນປະນີຕ ; ນັ້ນຄືທັມມະຊາຕເປັນບ່ອນລະງັບແຫ່ງສັງຂາຣທັງປວງ ເປັນບ່ອນສະຫຼັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິບພານ” ດັ່ງນີ້. ເຂົາດໍາຣົງຢູ່ໃນວິປັສສະນາຍານ ມີປະຖົມມະຊານເປັນບາດນັ້ນ ຍ່ອມເຖິງຄວາມດັບສິ້ນໄປແຫ່ງ
ອາສະວະ ; ຖ້າບໍ່ເຖິງຄວາມດັບສິ້ນໄປແຫ່ງອາສະວະ ກໍເປັນ ໂອປະປາຕິກະ ອະນາຄາມີ ຜູ່ປະຣິນິບພານໃນພົບນັ້ນ ມີການບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ ເພາະຄວາມ ດັບສິ້ນໄປແຫ່ງສັນໂຍຊນ໌ ມີໃນເບື້ອງຕໍ່າຫ້າປະການ ແລະເພາະອໍານາດແຫ່ງ ທັມມະຣາຄະ ທັມມະນັນທິ (ອັນເກີດຈາກການກໍານົດຈິຕໃນອະມະຕະທາຕ) ນັ້ນໆ ນັ້ນເອງ.
ພິກຂຸ ທ. ! ປຽບເໝືອນພວກຊຽນຍິງທະນູ ຫຼື ລູກນ້ອງຂອງເຂົາ ປະກອບການຝືກຢູ່ກັບຫຸ່ນຄົນທີ່ເຮັດດ້ວຍຫຍ້າແດ່ ກັບຫຸ່ນດິນແດ່ ; ສະໄໝຕໍ່ມາ ເຂົາກໍເປັນນັກຊ່ຽວຊານ ຍິງທະນູຜູ່ຍິງໄກ ຍິງໄວ ທໍາລາຍໝູ່ພົນອັນໃຫຍ່ໄດ້. ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ທີ່ພິກຂຸສະງັດຈາກກາມ ສະງັດຈາກອະກຸສົລທັມ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກ ແລ້ວແລຢູ່ [ເຂົານັ້ນກໍານົດເບັນຈະຂັນທ໌ ໂດຍລັກສະນະ ໑໑ ປະການ ມີອະນິຈຈະລັກຂະນະ ເປັນຕົ້ນ ແລ້ວນ້ອມຈິຕໄປສູ່ອະມະຕະທາຕຄື ນິບພານ ແລະ ເມື່ອດໍາຣົງຢູ່ໃນວິປັສສະນາຍານ ມີປະຖົມມະຊານເປັນບາດນັ້ນ ກໍຍ່ອມເຂົ້າເຖິງຄວາມດັບສິ້ນອາສະວະ ຫຼື ບໍ່ດັ່ງນັ້ນ ກໍເປັນອະນາຄາມີ ເພາະມີທັມມະຣາຄະ ທັມມະນັນທິ ໃນນິບພານນັ້ນ ຄື ພໍໃຈ ເພີນໃນນິບພານ ເຫຕເພາະນັນທິມີຢູ່ ຈຶ່ງຍັງຄວາມເປັນພົບແຫ່ງອະນາຄາມີໃຫ້ເກີດຂຶ້ນ ; (ໃຫ້ເບິ່ງໃນປະຕິຈຈະ. ໂອ. ໜ້າ ໔໒໑ ໃນຄໍາວ່າ “ບໍ່ເພີນຢ່າງຍິ່ງຊຶ່ງນິບພານ” ແລະ “ນັນທິເປັນມູນແຫ່ງຄວາມທຸກຂ໌ ; ເພາະມີພົບຈຶ່ງມີຊາຕ ...” ແລະ ເບິ່ງໃນບາລີສະຫຽາມລັດ ສຸຕຕັນຕະປີດົກເຫຼັ້ມນີ້ ໒໓ ຂຸດທະກະນິກາຍ ປະຕິສັມມະພິທາມັຄຄະ ໜ້າ ໒໔໒-໒໔໓ ທີ່ຕຣັດພວກເຊື່ອແທ້ໃນທັມນີ້ ແລະ ພວກເຊື່ອແທ້ໃນພົບສຸດທາວາດໃນທັມນີ້)] ດັ່ງນີ້.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໑໓
ພິກຂຸ ທ. ! ຂໍ້ນີ້ເຮົາກ່າວແລ້ວວ່າ “ພິກຂຸ ທ. ! ເຮົາກ່າວຄວາມດັບສິ້ນອາສະວະ ເພາະອາໄສປະຖົມມະຊານແດ່” ດັ່ງນີ້ນັ້ນ ເຮົາອາໄສຂໍ້ນີ້ກ່າວແລ້ວ.
(ໃນກໍລະນີແຫ່ງການດັບສິ້ນອາສະວະ ເພາະອາໄສ ທຸຕິຢະຊານ ແດ່ ເພາະອາໄະຕິຢະຊານ ແດ່ ເພາະອາໄສ ຈະຕຸຕຖະຊານ ແດ່ ກໍມີຄໍາອະທິບາຍທີ່ຕຣັດໄວ້ ໂດຍຮູບແບບດຽວກັນກັບໃນກໍລະນີແຫ່ງປະຖົມມະຊານຂ້າງເທິງນີ້ ທຸກໂຕອັກສອນທັງໃນສ່ວນອຸປະໄມ ແລະສ່ວນອຸປະມາ ຜິດກັນແຕ່ຊື່ແຫ່ງຊານທໍ່ນັ້ນ ຜູ່ສຶກສາອາດກໍານົດຮູ້ໄດ້ເອງ ໂດຍອາໄສຂໍ້ຄວາມທີ່ກ່າວແລ້ວຂ້າງເທິງນີ້ ຈະນໍາເອົາມາໃສ່ໄວ້ເຕັມຂໍ້ຄວາມນັ້ນ ກໍຍືດຍາວ
ເກີນໄປ ຈຶ່ງຂ້າມເສຍສໍາລັບ ທຸຕິຢະຊານ ຕະຕິຢະຊານ ແລະຈະຕຸຕຖະຊານ ; ຕໍ່ໄປຈະຂ້າມໄປກ່າວເຖິງ ຣູປະສັນຍາ ໃນລະດັບຕໍ່ໄປ :-).








