ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ບຸຄຄົນບາງຄົນ ຄົນເອງເປັນຜູ່ ມີຄວາມເສົ້າໝອງເປັນທັມມະດາ ຢູ່ ກໍຮູ້ແຈ້ງຊຶ່ງໂທດໃນຄວາມເສົ້າໝອງເປັນທັມມະດານັ້ນ ແລ້ວສະແຫວງຫານິບພານ ອັນເປັນທັມບໍ່ມີຄວາມເສົ້າໝອງ ອັນເປັນທັມກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າ.
ພິກຂຸ ທ. ! ເຫຼົ່ານີ້ແລ ການສະແຫວງຫາອັນຢ່າງປະເສີດ ໔ ຢ່າງ.
- ຈະຕຸກກ. ອັງ. ໒໑/໓໓໔/໒໕໕.
ສະມາທິ ທຸກຂັ້ນຕອນໃຊ້ເປັນມາດຖານໃນການເຂົ້າວິມຸຕຕິໄດ້ທັງໝົດ
(ເລື່ອງນີ້ຄວນເບິ່ງປະກອບໃນເຫຼັ້ມນີ້ ນ. ໙໒໖, ໑໓໐໐, ໑໓໔໑, ໑໓໖໔, ໑໔໑໒, ໑໔໑໔, ໑໔໔໘)
(ເລື່ອງນີ້ເປັນປະເດັນສໍາຄັນຫຼາຍໃນການປະຕິບັຕ ຍ້ອນສາເຫຕຄື : ເຄີຍໄດ້ຟັງພຣະເຖຣະສາວົກທັງຫຼາຍທ່ານວ່າ ຕ້ອງເຖິງຊານສີ່ທໍ່ນັ້ນຈຶ່ງຈະດັບສິ້ນອາສະວະໄດ້, ບາງທ່ານວ່າສະມາບັຕໃນຂັ້ນອະຮູບໃຊ້ໃນການດັບສິ້ນອາສະວະບໍ່ໄດ້ ຫຼື ບາງທ່ານວ່າໃນຊານສີ່ ມີຂັນທ໌ບໍ່ຄົບ ໕ ຊຶ່ງພຣະສູຕນີ້ຈະຍ່ອມຕອບຂໍ້ສົງໄສເຫຼົ່ານີ້ໄດ້ທັງໝົດ ແລະຈາກການກວດສອບໂດຍຄອມພິວເຕີ້ ໃນບາລີສະຫຍາມລັດນັ້ນ ໂດຍພຸດທະວະຈະນະບໍ່ມີຄໍາວ່າ ຮູບຊານແລະ ອະຮູບຊານ ແຕ່ມີຄໍາວ່າສະມາບັຕທີ່ໃຊ້ປະກອບກັບສະມາທິທຸກຂັ້ນໄດ້, ຄໍາວ່າຊານນັ້ນໃຊ້ກັບສະມາບັຕໃນສ່ວນຮູບ ແຕ່ໃນສະມາບັຕໃນສ່ວນອະຮູບບໍ່ໃຊ້ຄໍາວ່າຊານເລີຍ ຄໍາເອີ້ນໂດຍລວມຈຶ່ງຄວນໃຊ້ຄໍາວ່າສະມາທິ ຫຼື ສະມາບັຕແທນ ; ສ່ວນຄໍາທີ່ພຣະອົງເຄີຍໃຊ້ ຄື : ຣູປະສັນຍາ ກັບ ອະຣູປະສັນຍາ ຊຶ່ງດັ້ງເດີມເຄີຍໃຊ້ວ່າ ຮູບຊານ ກັບ ອະຮູບຊານ).
ພິກຂຸ ທ. ! ເຮົາກ່າວຄວາມດັບສິ້ນອາສະວະ ເພາະອາໄສປະຖົມມະຊານແດ່ ; ເພາະອາໄສທຸຕິຢະຊານແດ່ ; ເພາະອາໄສຕະຕິຢະຊານແດ່ ; ເພາະອາໄສຈະຕຸຕຖະຊານແດ່ ; ເພາະອາໄສອາກາສານັນຈາຢະຕະນະແດ່ ; ເພາະອາໄສອາກິນຈັນຍາ ຢະຕະນະແດ່ ; ເພາະອາໄສເນວະສັນຍານາສັນຍາຢະຕະນະແດ່໑ ; ເພາະອາໄສສັນຍາເວທະຢິຕະນິໂຣດແດ່ ;
໑. ບາລີສະບັບມອນ ກ່າວກາຍໄປເຖິງວ່າ “ເພາະອາໄສສັນຍາເວທະຢິຕະນິໂຣດແດ່” ສະບັບໄທຢຸດເສຍພຽງແຕ່
ເນວະສັນຍານາສັນຍາຢະຕະນະນີ້ທໍ່ນັ້ນ. ເມື່ອພິຈາຣະນາຈາກການປະຕິບັຕແລະເບິ່ງຈາກທີ່ຈິຕພຣະສາຣີບຸຕ
ຫຼຸດພົ້ນຈາກອາສະວະ ເພາະການເຂົ້າ-ອອກຈາກສັນຍາເວທະຢິຕະນິໂຣດສະມາບັຕ ຕາມທີ່ພຣະອົງຕຣັດໄວ້
(ໃນ ພຸ. ໂອ. ນ. ໓໔໓) ຈຶ່ງເຫັນວ່າບາລີສະບັບມອນໃນສ່ວນນີ້ກ່າວໄວ້ຖືກຕ້ອງ ໂດຍສອດຮັບແລະ ບໍ່ຂັດກັນກັບ
ຫຼັກທັມໃນພຣະສູຕອື່ນໆ ຕາມຫຼັກແຫ່ງມະຫາປະເທດສີ່ ທີ່ໄດ້ຊົງວາງຫຼັກພິຈາຣະນາຄວາມຖືກຕ້ອງແຫ່ງ
ຄໍາເວົ້າຂອງພຣະອົງໄວ້.
໙໑໒ ອະຣິຍະສັຈຈ໌ຈາກພຣະໂອຖະ








