ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ທັມເປັນເຄື່ອງຈະເຣີນແຫ່ງປັນຍາ

ພິກຂຸ ທ ! ທັມທັງຫຼາຍ ໔ ປະການ ເຫຼົ່ານີ້ ເປັນໄປພ້ອມເພື່ອຄວາມຈະເຣີນແຫ່ງປັນຍາ (ປັນຍາວຸດດິ) ທັມ ໔ ປະການ ແນວໃດໜໍ ? ສີ່ປະການຄື :-

ການຄົບຫາກັບສັບບຸຣຸສ (ສັບປຸຣິສະສັງເສວະ) ;

ການຟັງພຣະສັດທັມ (ສັດທັມມັສສະວະນະ) ;

ການເຮັດໃຈໂດຍລະອຽດຖີ່ຖ້ວນ (ໂຢນິໂສມະນະສິກາຣະ) ;

ການປະຕິບັຕທັມສົມຄວນແກ່ທັມ (ທັມມານຸທັມມະປະຕິປັຕຕິ).

ພິກຂຸ ທ. ! ທັມ ໔ ປະການເຫຼົ່ານີ້ແລ ເປັນໄປພ້ອມເພື່ອຄວາມຈະເຣີນແຫ່ງປັນຍາ.

- ຈະຕຸກກ. ອັງ. ໔໑/໓໓໒/໒໔໘.

[ທັມ ໔ ປະການເຫຼົ່ານີ້ ເປັນຫຼັກທັມທີ່ສໍາຄັນ ເພາະວ່າ ນອກຈາກຈັກເປັນເຄື່ອງຈະເຣີນແຫ່ງປັນຍາແລ້ວ ໄດ້ຕຣັດໄວ້ໃນບາລີແຫ່ງອື່ນອີກ ໒໑ ພຣະສູຕ ດັ່ງນີ້ວ່າ :-

ເປັນທັມທີ່ມີອຸປະກາຣະຫຼາຍແກ່ມະນຸສ (ມະນຸສສະພູຕະພະຫຸກາຣະ) (໒໑/໓໓໒/໒໔໙) ;

ເປັນອົງຄຸນເຄື່ອງໃຫ້ເຖິງກະແສແຫ່ງພຣະນິບພານ (ໂສຕາປັຕຕິຢັງຄະ) (໑໙/໔໓໔/໑໔໒໙) ;

ເປັນເຄື່ອງເຮັດໃຫ້ແຈ້ງຊຶ່ງໂສຕາປະຕິຜົລ (ໂສຕາປັຕຕິຜະລະສັຈສິກິຣິຢາ) (໑໖/໕໑໖/໑໖໓໔) ;

ເປັນເຄື່ອງເຮັດໃຫ້ແຈ້ງຊຶ່ງສະກະທາຄາມິຜົລ (ສະກະທາຄາມິຜະລະສັຈສິກິຣິຢາ) (໑໙/໕໑໗/໑໖໓໕) ;

ເປັນເຄື່ອງເຮັດໃຫ້ແຈ້ງຊຶ່ງອະນາຄາມິຜົລ (ອະນາຄາມິຜະລະສັຈສິກິຣິຢາ) (໑໙/໕໑໗/໑໖໓໖) ;

ເປັນເຄື່ອງເຮັດໃຫ້ແຈ້ງຊຶ່ງອໍຣະຫັນຕະຜົລ (ອະຣະຫັນຕະຜະລະສັຈສິກິຣິຢາ) (໑໙/໕໑໗/໑໖໓໗) ;

ເປັນເຄື່ອງໃຫ້ໄດ້ສະເພາະຊຶ່ງປັນຍາ (ປັນຍາປະຕິລາບະ) (໑໙/໕໑໗/໑໖໓໘) ;

ເປັນເຄື່ອງໃຫ້ມີຄາມໄພບູນແຫ່ງປັນຍາ (ປັນຍາເວປຸລລະ) (໑໙/໕໑໗/໑໖໔໐) ;

໙໑໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ເປັນເຄື່ອງໃຫ້ມີປັນຍາອັນໃຫຍ່ຫຼວງ (ມະຫາປັນຍະຕາ) (໑໙/໕໑໘/໑໖໔໑) ;

ເປັນເຄື່ອງໃຫ້ມີປັນຍາອັນໜາແໜ້ນ (ປຸຖຸປັນຍະຕາ) (໑໙/໕໑໘/໑໖໔໒) ;

ເປັນເຄື່ອງໃຫ້ມີປັນຍາອັນໄພບູນ (ວິປຸລະປັນຍະຕາ) (໑໙/໕໑໘/໑໖໔໓) ;

ເປັນເຄື່ອງໃຫ້ມີປັນຍາອັນເລິກເຊິ່ງ (ຄັມບີຣະປັນຍະຕາ) (໑໙/໕໑໘/໑໖໔໔) ;

ເປັນເຄື່ອງໃຫ້ປັນຍາອັນຫາປະມານຄ່າບໍ່ໄດ້ (ອັປປະມັຕຕະປັນຍະຕາ) (໑໙/໕໑໘/໑໖໔໕) ;

ເປັນເຄື່ອງໃຫ້ມີປັນຍາເໝືອນດັ່ງແຜ່ນດິນ (ພູຣິປັນຍະຕາ) (໑໙/໕໑໘/໑໖໔໖) ;

ເປັນເຄື່ອງໃຫ້ເປັນຜູ່ລົ້ນດ້ວຍປັນຍາ (ປັນຍາພາຫຸລລະ) (໑໙/໕໑໘/໑໖໔໗) ;

ເປັນເຄື່ອງໃຫ້ເປັນຜູ່ມີປັນຍາທັນຄວັນ (ສີຄະປັນຍະຕາ) (໑໙/໕໑໘/໑໖໔໘) ;

ເປັນເຄື່ອງໃຫ້ເປັນຜູ່ມີປັນຍາໄວ (ລະຫຸປັນຍະຕາ) (໑໙/໕໑໘/໑໖໔໙) ;

ເປັນເຄື່ອງໃຫ້ເປັນຜູ່ມີປັນຍາອັນລ່າເລີງ (ຫາສະປັນຍະຕາ) (໑໙/໕໑໘/໑໖໕໐) ;

ເປັນເຄື່ອງໃຫ້ເປັນຜູ່ມີປັນຍາແລ່ນ (ຊະວະນະປັນຍະຕາ) (໑໙/໕໑໘/໑໖໕໑) ;

ເປັນເຄື່ອງໃຫ້ເປັນຜູ່ມີປັນຍາແຫຼມຄົມ (ຕິກຂະປັນຍະຕາ) (໑໙/໕໑໘/໑໖໕໒) ;

ເປັນເຄື່ອງໃຫ້ເປັນຜູ່ມີປັນຍາເຄື່ອງເຈາະແທງ (ນິບເພດິກະປັນຍະຕາ) (໑໙/໕໑໘/໑໖໕໓).]

ເຫຕທີ່ເຮັດໃຫ້ສະແຫວງຫານິບພານ

ພິກຂຸ ທ. ! ການສະແຫວງຫາຢ່າງປະເສີດ ໔ ຢ່າງເຫຼົ່ານີ້ມີຢູ່. ສີ່ຢ່າງແນວໃດໜໍ ? ສີ່ຢ່າງຄື :-

ພິກຂຸ ທ. ! ໃນກລະນີນີ້ ບຸຄຄົນບາງຄົນ ຕົນເອງເປັນຜູ່ ມີຄວາມແກ່ເປັນທັມມະດາ ຢູ່ ກໍຮູ້ແຈ້ງຊຶ່ງໂທດໃນຄວາມແກ່ເປັນທັມມະດານັ້ນ ແລ້ວສະແຫວງຫານິບພານ ອັນເປັນທັມບໍ່ມີຄວາມແກ່ ອັນເປັນທັມກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າ ;

ບຸຄຄົນບາງຄົນ ຕົນເອງ ເປັນຜູ່ ມີຄວາມເຈັບໄຂ້ເປັນທັມມະດາ ຢູ່ ກໍຮູ້ແຈ້ງຊຶ່ງໂທດໃນຄວາມເຈັບໄຂ້ເປັນທັມມະດານັ້ນ ແລ້ວສະແຫວງຫານິບພານ ອັນເປັນທັມບໍ່ມີຄວາມເຈັບໄຂ້ ອັນເປັນທັມກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າ ;

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໑໑

ບຸຄຄົນບາງຄົນ ຕົນເອງເປັນຜູ່ ມີຄວາມຕາຍເປັນທັມມະດາ ຢູ່ ກໍຮູ້ແຈ້ງຊຶ່ງໂທດໃນຄວາມຕາຍເປັນທັມມະດານັ້ນ ແລ້ວສະແຫວງຫານິບພານ ອັນເປັນທັມບໍ່ມີຄວາມຕາຍ ອັນເປັນທັມກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າ ;

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ