ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ເຫຼົ່ານີ້ແລ ຄືຄວາມຢ້ານ ໔ ຢ່າງ.

- ຈະຕຸກກ. ອັງ. ໒໑/໒໖໒-໑໖໔/໑໒໑.

(ຄວາມຮູ້ທີ່ເຮັດໃຫ້ຮູ້ຈັກຢ້ານຕໍ່ສິ່ງທີ່ຄວນຢ້ານ ຈັດເປັນສັມມາທິຕຖິຊັ້ນເລີ່ມຕົ້ນໄດ້ ຈຶ່ງນໍາເອົາມາໃສ່ໄວ້ໃນບ່ອນນີ້).

໑. ເບິ່ງລາຍລະອຽດຂອງການເຮັດກັມມະກອນເຫຼົ່ານີ້ ທີ່ແນວອັຕຖະແຫ່ງໜ້າ ໙໓໗ – ໙໓໘ ຂອງປຶ້ມຫົວນີ້

ທີ່ຫົວຂໍ້ວ່າ “ອັສສາທະ - ອາທີນະວະ - ນິສສະຣະນະ ຂອງກາມ”.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໐໗

ອະຣິຍະສັຈຈ໌ສີ່ ເປັນອາຣົມແຫ່ງນິບເພດິກະປັນຍາ

(ຜູ່ຊື່ວ່າມີປັນຍາ ຍ່ອມພິຈາຣະນາຢູ່ໃນກອບແຫ່ງອະຣິຍະສັຈຈ໌ສີ່ ແລະຄວາມບໍ່ບຽດບຽນ)

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ມີຄໍາທີ່ກ່າວກັນຢູ່ວ່າ ‘ເປັນພະຫຸສູຕຜູ່ຊົງທັມ ເປັນພະຫຸສູຕ

ຜູ່ຊົງທັມ’’ ດັ່ງນີ້ ນັ້ນເປັນໄດ້ດ້ວຍເຫຕທໍ່ໃດໜໍ ຂ້ານ້ອຍ ?”

ດີແທ້ ດີແທ້ ພິກຂຸ ! ປັນຍາຂອງເຈົ້າຫຼັກແຫຼມ ປະຕິພານງົດງາມ ຄໍາຖາມກໍຈົບງາມ. ພິກຂຸ ! ເຈົ້າຖາມເຮົາວ່າ ເປັນພະຫຸສູຕຜູ່ຊົງທັມ ເປັນກັນໄດ້ດ້ວຍເຫຕທໍ່ໃດ ແນວນັ້ນແມ່ນບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ! ເຮົາສະແດງທັມແລ້ວ ຫຼວງຫຼາຍຄົບຖ້ວນຂະບວນຄວາມ ເປັນສຸຕຕະ ເຄີຍຢະ ເວີຍຢະກະຣະນະ ຄາຖາ ອຸທານະ ວິຕິວຸຕຕະກະ ຊາຕະກະ ອັບພູຕະທັມມະ ເວທັລລະ. ພິກຂຸ ! ຜູ່ຮູ້ອັຕຖະ ຮູ້ທັມ ແຫ່ງຄາຖາແມ່ນວ່າພຽງສີ່ບົດ ແລ້ວປະຕິບັຕທັມສົມຄວນແກ່ທັມ ນັ້ນແຫຼະຄວນຈະເອີ້ນວ່າ ເປັນ ພະຫຸສູຕຜູ່ຊົງທັມ. “ສາທຸ ຂ້ານ້ອຍ !”

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ມີຄໍາກ່າວກັນຢູ່ວ່າ “ຜູ່ມີການສຶກສາ ມີປັນຍາເຄື່ອງເຈາະແທງ

ກິເລສ ຜູ່ມີການສຶກສາ ມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ ນັ້ນເປັນໄດ້ດ້ວຍເຫຕທໍ່ໃດໜໍ ຂ້ານ້ອຍ ?”

ດີແທ້ ດີແທ້ ພິກຂຸ ! ປັນຍາຂອງເຈົ້າຫຼັກແຫຼມ ປະຕິພານງົດງາມ ຄໍາຖາມກໍຈົບງາມ. ພິກຂຸ ! ເຈົ້າຖາມເຮົາວ່າ ຜູ່ມີການສຶກສາ ມີປັນຍາເຄື່ອງເຈາະແທງກິເລສ (ນິເພທິກະປັນຍາ) ເປັນກັນໄດ້ດ້ວຍເຫຕທໍ່ໃດ ແນວນັ້ນແມ່ນບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ! ໃນກໍລະນີນີ້ ພິກຂຸ ມີການສຶກສາຢູ່ວ່າ “ເຊັ່ນນີ້ ເປັນຄວາມທຸກຂ໌” ດັ່ງນີ້ ແລ້ວແທງຕະຫຼອດຊຶ່ງໃຈຄວາມແຫ່ງສັຈຈະນັ້ນ ເຫັນດ້ວຍປັນຍາຢູ່ກໍດີ ; ມີການສຶກສາຢູ່ວ່າ “ເຊັ່ນນີ້ ເປັນເຫຕເກີດຂຶ້ນແຫ່ງທຸກຂ໌” ດັ່ງນີ້ ແລ້ວແທງຕະຫຼອດຊຶ່ງໃຈຄວາມແຫ່ງສັຈຈະນັ້ນ ເຫັນດ້ວຍປັນຍາຢູ່ກໍດີ ;

໙໐໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ມີການສຶກສາຢູ່ວ່າ “ເຊັ່ນນີ້ ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ແລ້ວແທງຕະຫຼອດຊຶ່ງໃຈຄວາມແຫ່ງສັຈຈະນັ້ນ ເຫັນດ້ວຍປັນຍາຢູ່ກໍດີ ; ມີການສຶກສາຢູ່ວ່າ “ເຊັ່ນນີ້ ເປັນຫົນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ແລ້ວແທງຕະຫຼອດຊຶ່ງໃຈຄວາມແຫ່ງສັຈຈະນັ້ນ ເຫັນດ້ວຍປັນຍາຢູ່ ກໍດີ. ພິກຂຸ ! ເຊັ່ນນີ້ແລ ຊື່ວ່າ “ຜູ່ມີການສຶກສາ ມີປັນຍາເຄື່ອງເຈາະແທງກິເລສ”. “ສາທຸ ຂ້ານ້ອຍ !”

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ມີຄໍາກ່າວກັນຢູ່ວ່າ “ຜູ່ເປັນບັນດິຕ ມີປັນຍາຫຼາຍ ຜູ່ເປັນບັນດິຕ

ມີປັນຍາຫຼາຍ” ດັ່ງນີ້ ນັ້ນເປັນໄດ້ດ້ວຍເຫຕທໍ່ໃດໜໍ ? ຂ້ານ້ອຍ !”

ດີແທ້ ດີແທ້ ພິກຂຸ ! ປັນຍາຂອງເຈົ້າຫຼັກແຫຼມ ປະຕິພານງົດງາມ ຄໍາຖາມກໍຈົບງາມ. ພິກຂຸ ! ເຈົ້າຖາມເຮົາວ່າ ຜູ່ເປັນບັນດິຕ ມີປັນຍາຫຼາຍ ເປັນກັນໄດ້ດ້ວຍເຫຕທໍ່ໃດ ແນວນັ້ນແມ່ນບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ! ໃນກໍລະນີນີ້ ຜູ່ເປັນບັນດິຕ ມີປັນຍາຫຼາຍ ຍ່ອມບໍ່ຄິດໄປໃນທາງເຮັດຕົນເອງໃຫ້ລໍາບາກເລີຍ ບໍ່ຄິດໄປໃນທາງເຮັດໃຫ້ຜູ່ອື່ນລໍາບາກ ບໍ່ຄິດໄປໃນທາງເຮັດໃຫ້ທັງສອງຝ່າຍລໍາບາກ ; ເມື່ອຈະຄິດ ຍ່ອມຄິດຢ່າງເປັນປະໂຍຊນ໌ເກື້ອກູນແກ່ຕົນເອງ ເປັນປະໂຍຊນ໌ເກື້ອກູນແກ່ຜູ່ອື່ນ ເປັນປະໂຍຊນ໌ເກື້ອກູນແກ່ທັງສອງຝ່າຍ ຄືເປັນປະໂຍຊນ໌ເກື້ອກູນແກ່ໂລກທັງປວງນັ້ນເອງ. ພິກຂຸ ! ເຊັ່ນນີ້ແລ ຊື່ວ່າ ຜູ່ເປັນບັນດິຕ

ມີປັນຍາຫຼາຍ.

- ຈະຕຸກກ. ອັງ. ໒໑/໒໔໑/໑໘໖.

(ນິເພດິກະປັນຍາ ໃນບ່ອນນີ້ເປັນຄໍາແທນຊື່ຂອງ ສັມມາທິຕຖິ ຈຶ່ງນໍາເອົາມາໃສ່ໄວ້ໃນບ່ອນນີ້).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໐໙

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ