ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຄວາມຢ້ານຕໍ່ການຕິຕຽນຕົນດ້ວຍຕົນ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນບາງຄົນ ຍ່ອມພິຈາຣະນາເຫັນເຊັ່ນນີ້ ວ່າ “ຖ້າເຮົາປະພຶຕກາຢະ

ທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ, ເຮົາຈະບໍ່ຍ່ອມຕິຕຽນເຮົາ ໂດຍສີລໄດ້ແນວໃດໜໍ ?” ດັ່ງນີ້. ເຂົາຢ້ານຕໍ່ພັຍຈາກການຕິຕຽນຕົນດ້ວຍຕົນແລ້ວ ຈຶ່ງຢຸດກາຢະທຸຈະຣິຕ ຈະເຣີນກາຍສຸຈະຣິຕ, ຢຸດວະຈີທຸຈະຣິຕ ຈະເຣີນວະຈີສຸຈະຣິຕ, ຢຸດມະໂນທຸຈະຣິຕ ຈະເຣີນມະໂນສຸຈະຣິຕ, ບໍລິຫານຕົນໃຫ້ບໍຣິສຸດຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ຄວາມຢ້ານຕໍ່ການຕິຕຽນຕົນດ້ວຍຕົນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໐໕

ພິກຂຸ ທ. ! ຄວາມຢ້ານຕໍ່ການຕິຕຽນຈາກຜູ່ອື່ນ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນບາງຄົນ ຍ່ອມພິຈາຣະນາເຫັນເຊັ່ນນີ້ວ່າ “ຖ້າເຮົາປະພຶຕກາຢະ

ທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ, ຊົນເຫຼົ່າອື່ນຈະບໍ່ຍ່ອມຕິຕຽນເຮົາ ໂດຍສີລໄດ້ແນວໃດໜໍ ?”. ດັ່ງນີ້ ເຂົາຢ້ານຕໍ່ພັຍຈາກການຕິຕຽນຈາກຜູ່ອື່ນ ແລ້ວຈຶ່ງຢຸດກາຢະທຸຈະຣິຕ ຈະເຣີນກາຢະສຸຈະຣິຕ, ຢຸດວະຈີທຸຈະຣິຕ ຈະເຣີນວະຈີສຸຈະຣິຕ, ຢຸດມະໂນທຸຈະຣິຕ ຈະເຣີນມະໂນສຸຈະຣິຕ, ບໍລິຫານຕົນໃຫ້ບໍຣິສຸດຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ຄວາມຢ້ານຕໍ່ການຕິຕຽນຈາກຜູ່ອື່ນ.

ພິກຂຸ ທ. ! ຄວາມຢ້ານຕໍ່ອາຊະຍາ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້

ບຸຄຄົນບາງຄົນ ເຫັນພຣະຣາຊາຈັບໂຈຣຜູ່ປະພຶຕຊົ່ວຮ້າຍ ມາເຮັດການລົງໂທດໂດຍວິທີຕ່າງໆ ຄື : ຕີດ້ວຍແສ້ແດ່ ຟາດດ້ວຍຫວາຍແດ່ ຟາດດ້ວຍເຊືອກໜັງແດ່

ທຸບດ້ວຍທ່ອນໄມ້ແດ່ ຕັດມືເສຍແດ່ ຕັດຕີນເສຍແດ່ ຕັດເສຍທັງມື ແລະ ຕີນແດ່

ຕັດຫູແດ່ ຕັດດັງແດ່ ຕັດເສຍທັງຫູ ແລະດັງແດ່ ຍ່ອມເຮັດກັມມະກອນຊື່ : “ໝໍ້ຂ້ຽວນໍ້າສົ້ມ” ແດ່ ຍ່ອມເຮັດກັມມະກອນຊື່ : “ຂອດສັງ” ແດ່ ຍ່ອມເຮັດກັມມະກອນຊື່ : “ປາກຣາຫູ” ແດ່ ຍ່ອມເຮັດກັມມະກອນຊື່ : “ມະໄລໄຟ” ແດ່ ຍ່ອມເຮັດກັມມະກອນຊື່ : “ທວນໄຟມື” ແດ່ ຍ່ອມເຮັດກັມມະກອນຊື່ : “ລິ້ວສ່າຍ” ແດ່ ຍ່ອມເຮັດກັມມະກອນຊື່ : “ນຸ່ງເປືອກໄມ້” ແດ່ ຍ່ອມເຮັດກັມມະກອນຊື່ : “ຢືນກວາງ” ແດ່, ຍ່ອມເຮັດກັມມະກອນຊື່ : “ສຽບເຫຍື່ອເບັດ” ແດ່ ຍ່ອມເຮັດກັມມະກອນຊື່ : “ຫຼຽນກະສາບ” ແດ່ ຍ່ອມເຮັດກັມມະກອນຊື່ : “ແປງແສບ” ແດ່ ຍ່ອມເຮັດກັມມະກອນຊື່ : “ວຽນຫຼັກ” ແດ່ ຍ່ອມເຮັດກັມມະກອນຊື່ : “ຕັ່ງເຟືອງ” ແດ່ ຍ່ອມຮວດດ້ວຍນໍ້າມັນຮ້ອນໆແດ່ ຍ່ອມປ່ອຍໃຫ້ໝາກັດດຶງແດ່ ຍ່ອມໃຫ້ນອນຫງາຍເທິງຫຼາວທັງເປັນໆ ແດ່,

໙໐໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ຍ່ອມຕັດຫົວດ້ວຍດາບແດ່໑ ເຂົາກໍມານຶກຂຶ້ນໄດ້ວ່າ “ເພາະເຫຕແຫ່ງການເຮັດກັມອັນຕໍ່າຊ້ານີ້ ພຣະຣາຊາຈຶ່ງຈັບໂຈຣຜູ່ຊົ່ວຮ້າຍ ມາເຮັດການລົງໂທດໂດຍວິທີຕ່າງໆ ເຊັ່ນ : ຕີດ້ວຍແສ້ແດ່ ... ໆລໆ ... ຕັດຫົວດ້ວຍດາບແດ່. ຖ້າເຮົາຈະຍັງເຮັດກັມອັນຊົ່ວຮ້າຍເຊັ່ນນັ້ນ ພຣະຣາຊາກໍຈະຈັບແມ່ນແຕ່ເຮົາ ໄປເຮັດການລົງໂທດໂດຍວິທີຕ່າງໆເຊັ່ນນັ້ນຄືກັນ ຄື : ຕີດ້ວຍແສ້ແດ່ ... ໆລໆ ... ຕັດຫົວດ້ວຍດາບແດ່” ດັ່ງນີ້ ເຂົາຢ້ານຕໍ່ພັຍຈາກອາຊະຍາແລ້ວ ຈຶ່ງບໍ່ປະພຶຕການຍາດດຶງຊັບຂອງຜູ່ອື່ນຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ຄວາມຢ້ານຕໍ່ອາຊະຍາ.

ພິກຂຸ ທ. ! ຄວາມຢ້ານຕໍ່ທຸຄະຕິ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນບາງຄົນຍ່ອມພິຈາຣະນາເຫັນດັ່ງນີ້ວ່າ “ວິບາກຂອງກາຢະທຸຈະຣິຕອັນຊົ່ວຮ້າຍ ຈັກມີເບື້ອງໜ້າ, ວິບາກຂອງວະຈີທຸຈະຣິຕອັນຊົ່ວຮ້າຍ ຈັກມີເບື້ອງໜ້າ, ວິບາກຂອງມະໂນທຸຈະຣິຕອັນຊົ່ວຮ້າຍ ຈັກມີເບື້ອງໜ້າ. ຖ້າເຮົາປະພຶຕທຸຈະຣິຕດ້ວຍກາຍ ປະພຶຕທຸຈະຣິຕດ້ວຍວາຈາ ປະພຶຕທຸຈະຣິຕດ້ວຍໃຈ ແລ້ວຈະຕ້ອງສົງໄສອັນໃດອີກ ໃນຂໍ້ທີ່ເຮົາຈັກເຖິງ ອະບາຍ ທຸຄະຕິ ວິນິບາຕ ນະຣົກ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ” ເຂົາຢ້ານຕໍ່ພັຍແຫ່ງທຸຄະຕິເຊັ່ນນີ້ແລ້ວ ຈຶ່ງຢຸດກາຢະທຸຈະຣິຕ ຈະເຣີນກາຢະສຸຈະຣິຕ, ຢຸດວະຈີທຸຈະຣິຕ ຈະເຣີນວະຈີສຸຈະຣິຕ, ຢຸດມະໂນທຸຈະຣິຕ ຈະເຣີນມະໂນສຸຈະຣິຕ, ບໍລິຫານຕົນໃຫ້ບໍຣິສຸດຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ຄວາມຢ້ານຕໍ່ທຸຄະຕິ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ