ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ : ຈັກຂຸ .... ໂສຕະ .... ຄານະ .... ຊິວຫາ .... ກາຢະ .... ມະໂນ ບໍ່ແມ່ນຂອງເຈົ້າ ເຈົ້າຈົ່ງລະມັນເສຍ, ສິ່ງເຫຼົ່ານັ້ນອັນເຈົ້າລະເສຍແລ້ວ ຈັກເປັນໄປເພື່ອປະໂຍຊນ໌ ແລະ ຄວາມສຸຂແກ່ເຈົ້າ ແລ.

- ສລາ. ສັງ. ໑໘/໑໖໑/໒໑໙.

໙໐໒ ອະຣິຍະສັຈຈ໌ຈາກພຣະໂອຖະ

[ສໍາລັບສິ່ງທີ່ເອີ້ນວ່າ “ບໍ່ແມ່ນຂອງເຈົ້າ” ນັ້ນ ໃນສູຕອື່ນ (໑໘/໑໖໒/໒໒໐) ຊົງສະແດງດ້ວຍ ອາຍະຕະນະພາຍນອກຫົກ ຄື : ຣູປະ ... ສັດທະ ... ຄັນທະ ... ຣະສະ ... ໂຜຕຖັບພະ ... ທັມມາຣັມມະນະ ດັ່ງນີ້ກໍມີ ; ໃນສູຕອື່ນອີກ (໑໒/໒໗໙/໒໘໗ ; ໑໗/໔໒/ ໗໑-໗໒) ຊົງສະແດງດ້ວຍ

ເບັນຈະຂັນທ໌ ຄື : ຮູບ ... ເວທະນາ ... ສັນຍາ ... ສັງຂາຣ ... ວິນຍານ ດັ່ງນີ້ກໍມີ ; ໃນສູຕອື່ນອີກ (໑໘/໑໐໐/໑໔໙) ຊົງສະແດງດ້ວຍ ອາຢະຕະນິກະທັມຫ້າໝວດ ຄື : ອາຍະຕະນະພາຍໃນຫົກ ... ອາຍະຕະນະພາຍນອກຫົກ ... ວິນຍານຫົກ ... ສັມຜັສສ໌ຫົກ ... ເວທະນາຫົກ ... ລວມເປັນ

ສາມສິບ ດັ່ງນີ້ກໍມີ].

ຂ້າກິເລສ ຢ່າຂ້າຄົນ

ເຈົ້າທັງຫຼາຍ ຈົ່ງຕັດປ່າເຖີ້ນ ຢ່າຕັດຕົ້ນໄມ້ ; ເພາະວ່າພັຍ

ຍ່ອມເກີດຈາກປ່າຕ່າງຫາກ. ພິກຂຸ ທ. ! ເຈົ້າທັງຫຼາຍຈົ່ງຕັດປ່າ

ແລະ ຄວາມຮົກແຫ່ງປ່າເສຍ ແລ້ວເປັນຄົນບໍ່ມີປ່າເຖີ້ນ.

ເພາະວ່າ ຕະຫຼອດເວລາທີ່ກິເລສ ເປັນຄືດັ່ງຄວາມຮົກຂອງປ່າ

ຍັງບໍ່ຖືກຕັດຂາດ ເຫຼືອຢູ່ແກ່ນະຣະພຽງອະນູດຽວ ໃນນາຣີທັງຫຼາຍ ;

ນະຣະນັ້ນ ຈັກມີຈິຕປະຕິພັດໃນນາຣີນັ້ນ ຕະຫຼອດກາລ ປານນັ້ນ ເໝືອນດັ່ງ

ລູກງົວທີ່ຍັງກິນນົມແມ່ ຕິດພັນແມ່ຢູ່ ເຊັ່ນໃດກໍເຊັ່ນນັ້ນ.

ທ່ານຈົ່ງຖອນເຍື້ອໄຍແຫ່ງຈິຕຂອງຕົນເສຍ ເໝືອນດັ່ງເຂົາຖອນ

ບົວສາຍໃນລະດູສາດດ້ວຍມື ຈົ່ງພອກພູນທາງແຫ່ງສັນຕິເຖີີ້ນ ເພາະວ່າ

ນິບພານເປັນສິ່ງທີ່ພຣະສຸຄົຕສະແດງໄວ້ແລ້ວ.

- ທ. ຂຸ. ໒໕/໕໒/໓໐.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໐໓

ວິຊຊາເປັນໂຕຊັກນໍາມາຊຶ່ງອົງຄ໌ແປດແຫ່ງສັມມາ

ພິກຂຸ ທ. ! ວິຊຊາ ເປັນສິ່ງທີ່ມາລ່ວງໜ້າ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫຼາຍ ອັນຕິດຕາມມາດ້ວຍຫິຣິໂອຕຕັປປະ. ພິກຂຸ ທ. !

ສັມມາທິຕຖິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ເຖິງຊຶ່ງວິຊຊາ ມີຄວາມເຫັນແຈ້ງ ;

ສັມມາສັງກັປປະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາທິຕຖິ ;

ສັມມາວາຈາ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາສັງກັປປະ ;

ສັມມາກັມມັນຕະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາວາຈາ ;

ສັມມາອາຊີວະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາກັມມັນຕະ ;

ສັມມາວາຢາມະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາອາຊີວະ ;

ສັມມາສະຕິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາວາຢາມະ ;

ສັມມາສະມາທິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາສະຕິ.

(ເປັນອັນວ່າ ອົງຄ໌ແປດແຫ່ງສັມມາມັຄຄະ ຫຼື ສັມມັຕຕະ ຍ່ອມມີຄົບບໍລິບູນ. ໃນສູຕອື່ນ (໒໔/໒໒໘/໑໐໕) ໄດ້ຕຣັດຂະຫຍາຍອອກໄປອີກ ໒ ຂໍ້ຄື :-)

ສັມມາຍານະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາສະມາທິ ;

ສັມມາວິມຸຕຕິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາຍານະ.

- ມຫາວາຣ. ສັງ. ໑໙/໑/໓.

ທັມເປັນສ່ວນແຫ່ງວິຊຊາ

ພິກຂຸ ທ. ! ທັມ ໒ ຢ່າງເຫຼົ່ານີ້ ເປັນສ່ວນແຫ່ງວິຊຊາ ມີຢູ່ ສອງຢ່າງ ອັນໃດໜໍ ? ສອງຢ່າງຄື : ສະມະຖະ ແລະ ວິປັສສະນາ.

໙໐໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ສະມະຖະ ເມື່ອອົບຮົມແລ້ວ ຈະໄດ້ປະໂຍຊນ໌ອັນໃດ ? ອົບຮົມແລ້ວ ຈິຕຈະຈະເຣີນ. ຈິຕ ຈະເຣີນແລ້ວ ຈະໄດ້ປະໂຍຊນ໌ອັນໃດ ? ຈິຕຈະເຣີນແລ້ວ

ຈະ ລະຣາຄະໄດ້.

ພິກຂຸ ທ. ! ວິປັສສະນາ ນັ້ນໜໍ ເມື່ອຈະເຣີນແລ້ວ ຈະໄດ້ປະໂຍຊນ໌ອັນໃດ ? ຈະເຣີນແລ້ວ ປັນຍາຈະຈະເຣີນ. ປັນຍາ ຈະເຣີນແລ້ວ ຈະໄດ້ປະໂຍຊນ໌ອັນໃດ ? ປັນຍາຈະເຣີນແລ້ວ ຈະ ລະອະວິຊຊາໄດ້ ແລ.

- ທຸກ. ອັງ. ໒໐/໗໗/໒໕໗

ໝວດ ດ, ວ່າດ້ວຍ ອຸປະກອນ-ເຫຕປັຈຈັຍ ຂອງສັມມາທິຕຖິ

ຄວາມຢ້ານເປັນເຫຕແຫ່ງສັມມາທິຕຖິ (ຊະນິດໂລກິຍະ)

ພິກຂຸ ທ. ! ຄວາມຢ້ານ ໔ ຢ່າງ ເຫຼົ່ານີ້ມີຢູ່. ສີ່ຢ່າງ ແນວໃດໜໍ ? ສີ່ຢ່າງຄື : ຄວາມຢ້ານຕໍ່ການຕິຕຽນຕົນດ້ວຍຕົນ ຄວາມຢ້ານຕໍ່ການຕິຕຽນຈາກຜູ່ອື່ນ ຄວາມຢ້ານຕໍ່

ອາຊະຍາ ຄວາມຢ້ານຕໍ່ທຸຄະຕິ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ