ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ນັກຮົບອາຊີບທີ່ປະກອບດ້ວຍອົງຄ໌ ໔ ປະການ ຍ່ອມເປັນຜູ່ຄວນແກ່ພຣະຣາຊາ. ອົງຄ໌ສີ່ປະການແນວໃດໜໍ ? ສີ່ປະການຄື : ນັກຮົບອາຊີບໃນກໍລະນີນີ້ເປັນຜູ່ສະຫຼາດໃນຖານທີ່ຕັ້ງ ເປັນຜູ່ຍິງໄດ້ໄກ ເປັນຜູ່ຍິງໄດ້ໄວ ແລະເປັນຜູ່ທໍາລາຍກອງທັບໃຫຍ່ໆໄດ້.

(ໃຊ້ປະຕິປະທາດັບສັກກາຢະ)

ພິກຂຸ ທ. ! ພິກຂຸທີ່ປະກອບດ້ວຍທັມສີ່ປະການ ກໍເຊັ່ນນັ້ນເໝືອນກັນ ຄື : ເປັນອາຫຸເນີຍຍະບຸຄຄົນ ທັກຂິເນີຍຍະບຸຄຄົນ ອັນຊະລິກະຣະນີຍະບຸຄຄົນ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ. ທັມສີ່ປະການແນວໃດໜໍ ? ສີ່ປະການຄື : ພິກຂຸໃນກໍລະນີນີ້ ເປັນຜູ່ສະຫຼາດໃນຖານທີ່ຕັ້ງ ເປັນຜູ່ ຍິງໄດ້ໄກ ເປັນຜູ່ ຍິງໄດ້ໄວ ແລະ ເປັນຜູ່ ທໍາລາຍກອງທັບໃຫຍ່ໆໄດ້.

໙໐໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ພິກຂຸທີ່ເປັນຜູ່ສະຫຼາດໃນຖານທີ່ຕັ້ງ ເປັນແນວໃດໜໍ ? ຄື : ພິກຂຸໃນກໍລະນີນີ້ ເປັນຜູ່ມີສີລ ສັງລວມດ້ວຍປາຕິໂມກຂະສັງວອຣ ເຖິງພ້ອມດ້ວຍມະລະຍາດ ແລະ ໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ແມ່ນວ່າເປັນໂທດເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ. ນີ້ແລ ພິກຂຸຜູ່ສະຫຼາດໃນຖານທີ່ຕັ້ງ.

ພິກຂຸ ທ. ! ພິກຂຸທີ່ເປັນຜູ່ຍິງໄດ້ໄກ ເປັນແນວໃດໜໍ ? ຄືພິກຂຸໃນກໍລະນີນີ້ ຍ່ອມເຫັນຕາມທີ່ເປັນຈິງດ້ວຍປັນຍາອັນຖືກຕ້ອງ ຊຶ່ງຮູບໃດໆ ອັນເປັນອະດີຕ ອະນາຄົຕ ແລະປັຈຈຸບັນ ທີ່ເປັນພາຍໃນ ຫຼືພາຍນອກ ຫຍາບ ຫຼືລະອຽດ ຕໍ່າຊາມ ຫຼື ປະນີຕ ມີໃນທີ່ໃກ້ ຫຼື ໃນທີ່ໄກ ເຊັ່ນນີ້ວ່າ “ຮູບທັງປວງນັ້ນ ບໍ່ແມ່ນຂອງເຮົາ ບໍ່ແມ່ນເປັນເຮົາ

ບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້. (ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະ ວິນຍານ ກໍມີຂໍ້ຄວາມທີ່ຕຣັດໄວ້ເຊັ່ນດຽວກັນ). ນີ້ແລ ພິກຂຸຜູ່ຍິງໄດ້ໄກ.

(ເຫັນອະຣິຍະສັຈຈ໌)

ພິກຂຸ ທ. ! ພິກຂຸທີ່ເປັນຜູ່ຍິງໄດ້ໄວ ເປັນແນວໃດໜໍ ? ຄື : ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌ ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້. ນີ້ແລ ພິກຂຸຜູ່ຍິງໄດ້ໄວ.

(ດັບອະວິຊຊາ)

ພິກຂຸ ທ. ! ພິກຂຸທີ່ເປັນຜູ່ທໍາລາຍກອງທັບໃຫຍ່ໄດ້ ເປັນແນວໃດໜໍ ? ຄື : ພິກຂຸໃນກໍລະນີນີ້ ຍ່ອມທໍາລາຍກອງອະວິຊຊາໃຫຍ່ໄດ້. ນີ້ແລ ພິກຂຸຜູ່ທໍາລາຍກອງທັບໃຫຍ່ໄດ້.

ພິກຂຸ ທ. ! ພິກຂຸປະກອບດ້ວຍທັມສີ່ປະການເຫຼົ່ານີ້ແລ ຍ່ອມເປັນອາຫຸເນີຍຍະບຸຄຄົນ ປາຫຸເນີຍຍະບຸຄຄົນ ທັກຂິເນີຍຍະບຸຄຄົນ ອັນຊະລິກະຣະນີຍະບຸຄຄົນ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອືື່ນຍິ່ງກວ່າ.

- ຈຕຸກກ. ອັງ. ໒໑/໒໓໑/໑໘໑.

(ການຮູ້ອະຣິຍະສັຈຈ໌ສີ່ ທ່ານຈັດເປັນສັມມາທິຕຖິ ແຕ່ເປັນສັມມາທິຕຖິ ທີ່ວ່ອງໄວກວ່າສັມມາທິຕຖິອື່ນໆ ໃນການທໍາລາຍກິເລສ, ບັນລຸນິບພານ ດັ່ງນັ້ນຈິ່ງເອີ້ນໃນບ່ອນນີ້ວ່າ ຍານປະເພດຍິງໄວ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໐໑

ຖິ້ມເສຍນັ້ນແຫຼະຊໍ້າພັດຈັກເປັນປະໂຍຊນ໌

ພິກຂຸ ທ. ! ສິ່ງໃດບໍ່ແມ່ນຂອງເຮົາ ສິ່ງນັ້ນຈົ່ງລະມັນເສຍ ; ສິ່ງນັ້ນອັນເຈົ້າລະເສຍແລ້ວ ຈັກເປັນໄປເພື່ອປະໂຍຊນ໌ ແລະ ຄວາມສຸຂແກ່ເຈົ້າ. ພິກຂຸ ທ. ! ອັນໃດໜໍ

ທີ່ບໍ່ແມ່ນຂອງເຈົ້າ ?

ພິກຂຸ ທ. ! ຈັກຂຸ ບໍ່ແມ່ນຂອງເຈົ້າ ເຈົ້າຈົ່ງລະມັນເສຍ ; ຈັກຂຸນັ້ນອັນເຈົ້າລະເສຍແລ້ວ ຈັກເປັນໄປເພື່ອປະໂຍຊນ໌ ແລະ ຄວາມສຸຂແກ່ເຈົ້າ.

(ກໍລະນີແຫ່ງ ໂສຕະ ຄານະ ຊິວຫາ ກາຢະ ແລະ ມະໂນ ກໍໄດ້ຕຣັດຕໍ່ໄປດ້ວຍຂໍ້ຄວາມເຊັ່ນດຽວກັນ).

ພິກຂຸ ທ. ! ປຽບເໝືອນ ສິ່ງຕ່າງໆໃນແຄວ້ນນີ້ ທີ່ເປັນຫຍ້າ ເປັນໄມ້ ເປັນໃບໄມ້ ທີ່ຄົນເຂົາຂົນໄປຖິ້ມ ຫຼື ຈູດເສຍ ຫຼື ເຮັດຕາມປັຈຈັຍ ; ພວກເຈົ້າຮູ້ສຶກແບບນີ້ແນ່ຫຼືບໍ່ ວ່າ ຄົນເຂົາຂົນເຮົາໄປ ຫຼືຈູດເຮົາ ຫຼືເຮັດກັບເຮົາຕາມປັຈຈັຍຂອງເຂົາ ? “ບໍ່ຮູ້ສຶກແບບນັ້ນເລີຍ ຂ້ານ້ອຍ !” ເພາະເຫຕໃດໜໍ ? “ຂ້າແຕ່ພຣະອົງຜູ່ຈະເຣີນ ! ເພາະເຫຕວ່າ ຄວາມຮູ້ສຶກວ່າໂຕຕົນ (ອັຕຕາ) ຂອງຕົນ (ອັຕຕະນິຢາ) ຂອງຂ້ານ້ອຍບໍ່ມີໃນສິ່ງເຫຼົ່ານັ້ນ ຂ້ານ້ອຍ !”.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ