ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ສັມມາສັງກັປປະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາທິຕຖິ ;

ສັມມາວາຈາ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາສັງກັປປະ ;

ສັມມາກັມມັນຕະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາວາຈາ ;

ສັມມາອາຊີວະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາກັມມັນຕະ ;

ສັມມາວາຢາມະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາອາຊີວະ ;

ສັມມາສະຕິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາວາຢາມະ ;

ສັມມາສະມາທິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາສະຕິ ;

ສັມມາຍານະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາສະມາທິ ;

ສັມມາວິມຸຕຕິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີສັມມາຍານະ ;

- ທສກ. ອັງ. ໒໔/໒໕໔/໑໒໑.

ສັມມາສະມາທິ ເປັນຮຸ່ງເຊົ້າແຫ່ງການຮູ້ອະຣິຍະສັຈຈ໌ສີ່

ພິກຂຸ ທ. ! ເມື່ອດວງອາທິຕອຸທັຍຂຶ້ນມາ, ນັ້ນເປັນສິ່ງທີ່ມາກ່ອນ, ນັ້ນເປັນນິມິຕລ່ວງໜ້າ ກ່າວຄື ຮຸ່ງເຊົ້າ. ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ : ນັ້ນເປັນສິ່ງທີ່ມາກ່ອນ ນັ້ນເປັນນິມິຕລ່ວງໜ້າ ເພື່ອການຮູ້ພ້ອມຢ່າງຍິ່ງຕາມທີ່ເປັນຈິງຊຶ່ງ ອະຣິຍະສັຈຈ໌ທັງສີ່ຂອງພິກຂຸ ສິ່ງນັ້ນກໍຄື ສັມມາທິຕຖິ. ພິກຂຸ ທ. ! ສິ່ງທີ່ຍ່ອມຫວັງໄດ້ສໍາລັບພິກຂຸຜູ່ມີສັມມາທິຕຖິນັ້ນ ເຂົາຈັກຮູ້ແຈ້ງຕາມຄວາມເປັນຈິງວ່າ : “ນີ້ ທຸກຂ໌”,

໘໙໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ຮູ້ແຈ້ງຕາມຄວາມເປັນຈິງວ່າ : “ນີ້ ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌” ຮູ້ແຈ້ງຕາມຄວາມເປັນຈິງວ່າ : “ນີ້ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ຮູ້ແຈ້ງຕາມຄວາມເປັນຈິງວ່າ : “ນີ້ ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້.

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ : “ທຸກຂ໌ ເປັນແນວນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນແນວນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວນີ້”. ດັ່ງນີ້.

- ມະຫາວາຣ. ສັງ. ໑໙/໕໕໒/໑໗໒໐.

ສັມມາທິຕຖິຄວນຈະລວມໄປເຖິງຄວາມສໍານຶກບາບ

“ແຈ່ມແຈ້ງຫຼາຍ ຂ້ານ້ອຍ ! ແຈ່ມແຈ້ງແທ້ ຂ້ານ້ອຍ ! ປຽບເໝືອນການຫງາຍຂອງທີ່ຂວໍ້າ ການເປີດຂອງທີ່ປົກປິດ ການຊີ້ທາງແກ່ຄົນຫຼົງທາງ ຫຼື ການໄຕ້ປະທີບໄວ້ໃນບ່ອນມືດ ເພື່ອຄົນມີຕາຍັງດີຈະໄດ້ເຫັນຮູບ ເຊັ່ນໃດ ; ທັມປະຣິຍາຍນີ້ເປັນສ່ວນໃຫຍ່ ທີ່ພຣະຜູ່ມີພຣະພາຄປະກາດແລ້ວ ກໍເຊັ່ນນັ້ນ. ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂ້ານ້ອຍຂໍເຖິງພຣະຜູ່ມີພຣະພາຄເປັນທີ່ເພິ່ງ ລວມທັງ ພຣະທັມ ແລະ ພຣະສົງຄ໌, ຂໍພຣະຜູ່ມີພຣະພາຄ ຈົ່ງຊົງຈໍາຂ້ານ້ອຍວ່າ ເປັນອຸປາສົກຜູ່ຖືເອົາພຣະຣັຕຕະນະໄຕຣ ເປັນສະຣະນະຈົນຕະຫຼອດຊີວິຕ ນັບຕັ້ງແຕ່ມື້ນີ້ໄປ. ຂ້າແຕ່ພຣະອົງຜູ່ຈະເຣີນ ! ໂທດໄດ້ຖ້ວມທັບຂ້ານ້ອຍແລ້ວ ຕາມທີ່ເປັນຄົນພາລ ຕາມທີ່ເປັນຄົນຫຼົງ ຕາມທີ່ມີຈິຕເປັນ

ອະກຸສົລ ຄືຂໍ້ທີ່ຂ້ານ້ອຍໄດ້ປົງພະຊົນພຣະບິດາ ຜູ່ປະກອບດ້ວຍທັມ ເປັນທັມມະຣາຊາ ເສຍຈາກຊີວິຕ ເພາະເຫຕແຫ່ງຄວາມຕ້ອງການເປັນໃຫຍ່. ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍພຣະຜູ່ມີພຣະພາຄເຈົ້າ ຊົງຮັບຊຶ່ງໂທດໂດຍຄວາມເປັນໂທດຂອງຂ້ານ້ອຍ ເພື່ອຄວາມສັງລວມລະວັງຕໍ່ໄປເຖີ້ນ ຂ້ານ້ອຍ !”.

ເອົາລະ ມະຫາຣາຊະ ! ໂທດໄດ້ຖ້ວມທັບມະຫາບໍພິດ ຕາມທີ່ເປັນຄົນພາລ

ຕາມທີ່ເປັນຄົນຫຼົງ ຕາມທີ່ມີຈິຕເປັນອະກຸສົລ ຈົນເຖິງກັບປົງພຣະຊົນບິດາ ຜູ່ປະກອບດ້ວຍທັມ ເປັນທັມມະຣາຊາ ເສຍຈາກຊີວິຕ ເພາະເຫຕແຫ່ງຄວາມຕ້ອງການ

ເປັນໃຫຍ່.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໙໙

ມະຫາຣາຊະ ! ແຕ່ ເພາະເຫຕທີ່ມະຫາບໍພິດ ເຫັນໂທດໂດຍຄວາມເປັນໂທດ ແລ້ວເຮັດຄືນຕາມທັມ ພວກເຮົາຍອມຮັບຮູ້ໂທດນັ້ນ ຂອງມະຫາບໍພິດ. ມະຫາຣາຊະ ! ຜູ່ໃດເຫັນໂທດໂດຍຄວາມເປັນໂທດແລ້ວ ເຮັດຄືນຕາມທັມ ເຖິງຄວາມສັງລວມຕໍ່ໄປ ; ຂໍ້ນີ້ເປັນຄວາມຈະເຣີນໃນອະຣິຍະວິນັຍ ຂອງຜູ່ນັ້ນ.

- ສີ. ທີ. ໙/໑໑໒/໑໓໙.

ອະຣິຍະສັຈຈະຍານ ເປັນຍານປະເພດຍິງໄວ

(ກາຍ ວາຈາຖືກຕ້ອງ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ