ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ມັຄຄະອັນປະກອບດ້ວຍອົງຄ໌ແປດ ອັນປະເສີດນີ້ນັ້ນເອງ ເປັນ ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງ ອະວິຊຊາ ; ໄດ້ແກ່ສິ່ງເຫລົ່ານີ້ຄື : ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານທີ່ຖືກຕ້ອງ ການລ້ຽງຊີບຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

“ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອະວິຊຊາ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອະວິຊຊາ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ເຊັ່ນນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ ຄືກັບ ຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນເຖິງຄໍາວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໙໕

ງ. ໑໓. ກ່ຽວກັບ ອາສະວະ

“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ

ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ

ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”

“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງ ຊຶ່ງອາສະວະ ຊຶ່ງເຫຕເປັນແດນເກີດແຫ່ງອາສະວະ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າມີປະມານທໍ່ນີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ ພຣະສັດທັມນີ້. ທ່ານຜູ່ມີອາຍຸ ທ. ! ອາສະວະ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງອາສະວະ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງອາສະວະ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ ເປັນແນວໃດໜໍ ?”.

ທ່ານຜູ່ມີອາຍຸ ທ. ! ອາສະວະ ໓ ຢ່າງນີ້ ມີຢູ່ຄື ກາມາສະວະ ພະວາສະວະ

ອະວິຊຊາສະວະ.

ຄວາມກໍ່ຂຶ້ນພ້ອມແຫ່ງອາສະວະ ຍ່ອມມີເພາະ ຄວາມກໍ່ຂຶ້ນພ້ອມແຫ່ງອະວິຊຊາ.

ຄວາມດັບບໍ່ເຫຼືອແຫ່ງອາສະວະ ຍ່ອມມີເພາະ ຄວາມດັບບໍ່ເຫຼືອແຫ່ງອະວິຊຊາ.

໘໙໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ມັຄຄະອັນປະກອບດ້ວຍອົງຄ໌ແປດ ອັນປະເສີດນີ້ນັ້ນເອງ ເປັນ ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ; ໄດ້ແກ່ສິ່ງເຫຼົ່ານີ້ຄື : ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີບຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ການຕັ້ງໃຈໝັ້ນຖືກຕ້ອງ.

“ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອາສະວະ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອາສະວະ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ເຊັ່ນນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິ ແລະ ມານະ ວ່າ ເຮົາມີເຮົາເປັນ ໄດ້ໂດຍປະການທັງປວງ ລະອະວິຊຊາແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນ ເຂົາເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ ນັ້ນແລ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າພຽງທໍ່ນີ້ແລ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.

- ມູ. ມ. ໑໒/໘໗ - ໑໐໑/໑໑໓ - ໑໓໐.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໙໗

ສັມມາທິຕຖິເປັນຮຸ່ງເຊົ້າ (ຂ້ອນແຈ້ງ) ແຫ່ງກຸສົລທັມ.

ພິກຂຸ ທ. ! ເມື່ອດວງອາທິຕອຸທັຍຂຶ້ນມາ, ນັ້ນເປັນສິ່ງທີ່ມາກ່ອນ ນັ້ນເປັນນິິມິຕ

ລ່ວງໜ້າ ກ່າວຄື ຮຸ່ງເຊົ້າ. ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ : ນັ້ນເປັນສິ່ງທີ່ມາກ່ອນ, ນັ້ນເປັນນິມິຕລ່ວງໜ້າ ແຫ່ງກຸສົລທັມທັງຫຼາຍ ສິ່ງນັ້ນຄື ສັມມາທິຕຖິ.

ພິກຂຸ ທ. !

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ