ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງວິນຍານ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງວິນຍານ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງ
ວິນຍານ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງວິນຍານ ເຊັ່ນນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ ຄືກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນເຖິງຄໍາວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.
ງ. ໑໑. ກ່ຽວກັບສັງຂາຣ
“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ
ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ
ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງສັງຂາຣ ຊຶ່ງເຫຕເປັນແດນເກີດແຫ່ງສັງຂາຣ ຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າມີປະມານທໍ່ນີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້. ທ່ານຜູ່ມີອາຍຸ ທ. ! ສັງຂາຣ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງສັງຂາຣ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງສັງຂາຣ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ເປັນແນວໃດໜໍ ? (ຕໍ່ໄປນີ້ເປັນລາຍລະອຽດກ່ຽວກັບສັງຂາຣ ໂດຍໄນຍະແຫ່ງອະຣິຍະສັຈຈ໌ສີ່ ສາມາດເບິ່ງໄດ້ຈາກໜັງສື ປະຕິຈຈະ. ໂອ. ທີ່ໜ້າ ໕໓໗ ຕັ້ງແຕ່ຄໍາວ່າ ສັງຂາຣທັງຫຼາຍ ໓ ໝູ່ ເຫຼົ່ານີ້ຄື ... ເຖິງຄໍາວ່າ ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໙໓
ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງສັງຂາຣ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງສັງຂາຣ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ເຊັ່ນນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ ຄືກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນເຖິງຄໍາວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.
ງ. ໑໒. ກ່ຽວກັບ ອະວິຊຊາ
“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ
ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ
ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອະວິຊຊາ ຊຶ່ງເຫຕເປັນແດນເກີດແຫ່ງອະວິຊຊາ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ຊຶ່ງຂໍ້ປະຕິບັຕໃຫ້ເຖິງ ຊຶ່ງຄວາມດັບບໍ່ເຫຼືອແກ່ງອະວິຊຊາ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າມີປະມານທໍ່ນີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້. ທ່ານຜູ່ມີອາຍຸ ທ. ! ອະວິຊຊາ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງອະວິຊຊາ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແແຫ່ງອະວິຊຊາ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ເປັນແນວໃດໜໍ ?”.
໘໙໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ທ່ານຜູ່ມີອາຍຸ ທ. ! ອະວິຊຊາຄື ຄວາມບໍ່ຮູ້ໃນທຸກຂ໌ ຄວາມບໍ່ຮູ້ໃນເຫຕເປັນແດນເກີດແຫ່ງທຸກຂ໌ ຄວາມບໍ່ຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມບໍ່ຮູ້ໃນຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌. ທ່ານຜູ່ມີອາຍຸ ທ. ! ນີ້ເອີ້ນວ່າ ອະວິຊຊາ”.
ຄວາມກໍ່ຂຶ້ນພ້ອມແຫ່ງອະວິຊຊາ ຍ່ອມມີເພາະ ຄວາມກໍ່ຂຶ້ນພ້ອມແຫ່ງ ອາສະວະ.
ຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ຍ່ອມມີເພາະ ຄວາມດັບບໍ່ເຫຼືອແຫ່ງ ອາສະວະ.








