ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

“ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອຸປາທານ ເຊັ່ນນີ້,

ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອຸປາທານ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ ເຊັ່ນນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ ຄືກັບຂໍ້ຄວາມໃນຕອນທ້າຍແຫ່ງ ໝວດ ກ. ຈົນເຖິງຄໍາວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.

ງ. ໕. ກ່ຽວກັບຕັນຫາ

“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ

ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ

ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”

“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງ ຕັນຫາ ຊຶ່ງເຫຕເປັນແດນເກີດແຫ່ງ ຕັນຫາ ຊຶ່ງຄວາມດັບບໍ່ເຫຼືອແຫ່ງ ຕັນຫາ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງ ຕັນຫາ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າມີປະມານທໍ່ນີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ, ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້. ທ່ານຜູ່ມີອາຍຸ ທ. ! ຕັນຫາ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງຕັນຫາ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງຕັນຫາ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຕັນຫາ ເປັນແນວໃດໜໍ ?”. (ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບຕັນຫາ ໂດຍໄນຍະແຫ່ງອະຣິຍະສັຈຈ໌ສີ່ ສາມາດເບິ່ງໄດ້ຈາກໜັງສື ປະຕິຈຈະ. ໂອ. ທີ່ໜ້າ ໕໓໔ ຕັ້ງແຕ່ຄໍາວ່າ ໝູ່ແຫ່ງຕັນຫາທັງຫຼາຍ ໖ ໝູ່ ເຫຼົ່ານີ້ຄື ... ເຖິງຄໍາວ່າ ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໘໗

“ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກຜູ່ຮູ້ແຈ້ງຊຶ່ງຕັນຫາ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເຫີດແຫ່ງຕັນຫາ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ ເຊັ່ນນີ້. ອະຣິຍະສາວົກນັ້ນລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ ຄືກັບຂໍ້ຄວາມໃນຕອນທ້າຍແຫ່ງ ໝວດ ກ. ຈົນເຖິງຄໍາວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.

ງ. ໖. ກ່ຽວກັບເວທະນາ

“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ

ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ

ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”

“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງ ເວທະນາ ຊຶ່ງເຫຕເປັນແດນເກີດແຫ່ງເວທະນາ ຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າມີປະມານທໍ່ນີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ ພຣະສັດທັມນີ້. ທ່ານຜູ່ມີອາຍຸ ທ. ! ເວທະນາ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງເວທະນາ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງເວທະນາ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ ເປັນແນວໃດໜໍ ?” (ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບເວທະນາ ໂດຍໄນຍະແຫ່ງອະຣິຍະສັຈຈ໌ສີ່ ສາມາດເບິ່ງໄດ້ຈາກໜັງສື ປະຕິຈຈະ. ໂອ. ທີ່ໜ້າ ໕໓໕ ຕັ້ງແຕ່ຄໍາວ່າ ໝູ່ແຫ່ງເວທະນາທັງຫຼາຍ ໖ ໝູ່ ເຫຼົ່ານີ້ຄື ... ເຖິງຄໍາວ່າ ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).

໘໘໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ