ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງຊາຕ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງຊາຕ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ ເຊັ່ນນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ຄືກັບຂໍ້ຄວາມ ໃນຕອນທ້າຍແຫ່ງ ໝວດ ກ. ຈົນເຖິງຄໍາວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.
ງ. ໓. ກ່ຽວກັບພົບ
“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ
ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ
ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງພົບ ຊຶ່ງເຫຕເປັນແດນເກີດແຫ່ງພົບ ຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າມີປະມານທໍ່ນີ້, ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້. ທ່ານຜູ່ມີອາຍຸ ທ. ! ພົບເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງພົບ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງພົບ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງພົບ ເປັນແນວໃດໜໍ ?” (ຕໍ່ໄປນີ້ເປັນລາຍລະອຽດກ່ຽວກັບພົບ ໂດຍໄນຍະແຫ່ງອະຣິຍະສັຈຈ໌ສີ່ ສາມາດເບິ່ງໄດ້ຈາກໜັງສື ປະຕິຈຈະ. ໂອ. ທີ່ໜ້າ ໕໓໓-໕໓໔ ຕັ້ງແຕ່ຄໍາວ່າ ພົບທັງຫຼາຍ ໓ ຢ່າງເຫຼົ່ານີ້ຄື : ກາມະພົບ ຣູປະພົບ ອະຣູປະພົບ ... ເຖິງຄໍາວ່າ ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໘໕
“ທ່ານຜູ່ມີອາຍຸ ທ. ! ເມື່ອໃດ ອະຣິຍະສາວົກມາຮູ້ແຈ້ງຊຶ່ງພົບ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງພົບ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ ເຊັ່ນນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ຄືກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນເຖິງຄໍາວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.
ງ. ໔. ກ່ຽວກັບອຸປາທານ
“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ
ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ
ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອຸປາທານ ຊຶ່ງເຫຕເປັນແດນເກີດແຫ່ງອຸປາທານ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າມີປະມານທໍ່ນີ້ ອະຣິຍະສາວົກຊື່ວ່າ ເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາ
ດໍາເນີີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້. ທ່ານຜູ່ມີອາຍຸ ທ. ! ອຸປາທານ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງອຸປາທານ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງອຸປາທານ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອຸປາທານ ເປັນແນວໃດໜໍ ?” (ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບອຸປາທານ ໂດຍໄນຍະແຫ່ງອະຣິຍະສັຈຈ໌ສີ່ ສາມາດເບິ່ງໄດ້ຈາກໜັງສື ປະຕິຈຈະ. ໂອ. ທີ່ໜ້າ ໕໓໔ ຕັ້ງແຕ່ຄໍາວ່າ ອຸປາທານທັງຫຼາຍ ໔ ຢ່າງເຫຼົ່ານີ້ ... ເຖິງຄໍາວ່າ ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
໘໘໖ ອະຣິຍະສັຈຈ໌ຈາກພຣະໂອຖະ








