ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
“ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກຜູ່ຮູ້ແຈ້ງຊຶ່ງເວທະນາ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງເວທະນາ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ເຊັ່ນນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ ຄືກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນເຖິງຄໍາວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.
ງ. ໗. ກ່ຽວກັບຜັສສະ
“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ
ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ
ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງຜັສສະ ຊຶ່ງເຫຕເປັນແດນໃຫ້ເກີດແຫ່ງຜັສສະ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າ ມີປະມານທໍ່ນີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນ
ໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມ ນີ້. ທ່ານຜູ່ມີອາຍຸ ທ. ! ຜັສສະ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງຜັສສະ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງຜັສສະ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຜັສສະ ເປັນແນວໃດໜໍ ?” (ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບຜັສສະ
ໂດຍໄນຍະແຫ່ງອະຣິຍະສັຈຈ໌ສີ່ ສາມາດເບິ່ງໄດ້ຈາກໜັງສື ປະຕິຈຈະ. ໂອ. ທີ່ໜ້າ ໕໓໕ ຕັ້ງແຕ່ຄໍາວ່າ ໝູ່ແຫ່ງ ຜັສສະທັງຫຼາຍ ໖ ໝູ່ ເຫຼົ່ານີ້ຄື ... ເຖິງຄໍາວ່າ ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໘໙
ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງຜັສສະ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງຜັສສະ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ ເຊັ່ນນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍໄປນີ້ ຄືກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນເຖິງຄໍາວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະທັມນີ້”.
ງ. ໘. ກ່ຽວກັບສະລາຢະຕະນະ
“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ
ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ
ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງສະລາ
ຢະຕະນະ ຊຶ່ງເຫຕເປັນແດນເກີດແຫ່ງສະລາຢະຕະນະ ຊຶ່ງຄວາມດັບບໍ່ເຫຼືອແຫ່ງ
ສະລາຢະຕະນະ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສະລາຢະຕະນະ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າມີປະມານທໍ່ນີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້. ທ່ານຜູ່ມີອາຍຸ ທ. ! ສະລາຢະຕະນະ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງສະລາຢະຕະນະ ເປັນແນວ ໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງສະລາຢະຕະນະ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບ
ບໍ່ເຫຼືອແຫ່ງສະລາຢະຕະນະ ເປັນແນວໃດໜໍ ?” (ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບ ສະລາ
ຢະຕະນະ ໂດຍໄນຍະແຫ່ງອະຣິຍະສັຈຈ໌ສີ່ ສາມາດເບິ່ງໄດ້ຈາກໜັງສື ປະຕິຈຈະ. ໂອ. ທີ່ໜ້າ ໕໓໕ ຕັ້ງແຕ່ຄໍາວ່າ ໝູ່ແຫ່ງສະລາຢະຕະນະ ທັງຫຼາຍ ໖ ໝູ່ ເຫຼົ່ານີ້ຄື ... ເຖິງຄໍາວ່າ ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
໘໙໐ ອະຣິຍະສັຈຈ໌ຈາກພຣະໂອຖະ








