ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
“ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອາຫາຣ ເຊັ່ນນີ້,
ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອາຫາຣ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫາຣ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫາຣ
ເຊັ່ນນີ້, ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິ ແລະ ມານະ ວ່າເຮົາມີເຮົາເປັນໄດ້ ໂດຍປະການທັງປວງ ລະອະວິຊຊາແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນ ເຂົາເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ນັ້ນແລ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕພຽງທໍ່ນີ້ແລ ອະຣິຍະສາວົກນັ້ນ ຊື່ວ່າເປັນສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວຊຶ່ງຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວ
ໃນທັມ ມາສູ່ພຣະສັດທັມນີ້.”
ຄ. ໝວດເນື່ອງດ້ວຍອະຣິຍະສັຈຈ໌ສີ່
“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ
ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
“ມີຢູ່ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງທຸກຂ໌, ຊຶ່ງເຫຕເປັນແດນເກີດແຫ່ງທຸກຂ໌, ຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕມີປະມານທໍ່ນີ້ ອະຣິຍະສາວົກນັ້ນຊື່ວ່າ ເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.
“ມີຢູ່ທ່ານຜູ່ມີອາຍຸ ທ. ! ທຸກຂ໌ ເປັນແນວໃດໜໍ ? ແມ່ນວ່າຄວາມເກີດ ກໍເປັນທຸກຂ໌, ແມ່ນວ່າຄວາມແກ່ ກໍເປັນທຸກຂ໌, ແມ່ນວ່າຄວາມຕາຍ ກໍເປັນທຸກຂ໌, ແມ່ນວ່າຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ
ກໍເປັນທຸກຂ໌,
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໘໑
ການປະສົບກັບສິ່ງບໍ່ເປັນທີ່ຮັກທີ່ພໍໃຈ ກໍເປັນທຸກຂ໌, ການພັດພາກຈາກສິ່ງເປັນ
ທີ່ຮັກທີ່ພໍໃຈ ກໍເປັນທຸກຂ໌, ປາຖນາສິ່ງໃດບໍ່ໄດ້ສິ່ງນັ້ນ ນັ້ນກໍເປັນທຸກຂ໌ ; ກ່າວໂດຍຫຍໍ້ ອຸປາທານຂັນທ໌ທັງຫ້າ ເປັນທຸກຂ໌. ທ່ານຜູ່ມີອາຍຸ ທ. ! ນີ້ ເອີ້ນວ່າ ທຸກຂ໌”.
“ທ່ານຜູ່ມີອາຍຸ ທ. ! ເຫຕເປັນແດນເກີດແຫ່ງທຸກຂ໌ ເປັນແນວໃດໜໍ ? ຕັນຫານີ້ໃດ ອັນເປັນເຄື່ອງເຮັດໃຫ້ເກີດມີພົບໃໝ່ ອັນປະກອບຢູ່ດ້ວຍຄວາມກໍາໜັດ ດ້ວຍອໍານາດຄວາມເພີນ ເປັນເຄື່ອງເຮັດໃຫ້ເພີນຢ່າງຍິ່ງໃນອາຣົມນັ້ນໆ, ໄດ້ແກ່ກາມະຕັນຫາ ພະວະຕັນຫາ ວິພາວະຕັນຫາ. ທ່ານຜູ່ມີອາຍຸ ທ. ! ນີ້ ເອີ້ນວ່າ ເຫຕເປັນແດນເກີດແຫ່ງທຸກຂ໌”.
“ທ່ານຜູ່ມີອາຍຸ ທ. ! ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ຄວາມຈາງຄາຍ ດັບໄປບໍ່ເຫຼືອແຫ່ງຕັນຫານີ້ນັ້ນເອງ ເປັນຄວາມສະຫຼະຖິ້ມ ເປັນຄວາມສະລັດຄືນ ເປັນຄວາມປ່ອຍ ເປັນຄວາມເຮັດບໍ່ໃຫ້ມີບ່ອນອາໄສຊຶ່ງຕັນຫານັ້ນ ອັນໃດ ; ທ່ານຜູ່ມີອາຍຸ ທ. ! ນີ້ ເອີ້ນວ່າ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌”.
“ທ່ານຜູ່ມີອາຍຸ ທ. ! ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ມັຄຄະອັນປະເສີດອັນປະກອບດ້ວຍອົງຄ໌ແປດ ອັນປະເສີດ ນີ້ນັ້ນເອງ ໄດ້ແກ່ : ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີບຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ ທ່ານຜູ່ມີອາຍຸ ທ. ! ນີ້ ເອີ້ນວ່າ ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”.
“ທ່ານຜູ່ມີອາຍຸ ທ. ! ເມື່ອໃດທີ່ອະຣິຍະສາວົກມາຮູ້ແຈ້ງເລື່ອງທຸກຂ໌ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເຊັ່ນນີ້.
໘໘໒ ອະຣິຍະສັຈຈ໌ຈາກພຣະໂອຖະ








