ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
“ທ່ານຜູ່ມີອາຍຸ ທ. ! ສິ່ງທີ່ເອີ້ນວ່າ ກຸສົລ ນັ້ນ ເປັນແນວໃດໜໍ ? ທ່ານຜູ່ມີອາຍຸ ທ. ! ເຈຕະນາເວັ້ນຈາກປານາຕິບາຕ ເປັນກຸສົລ ; ເຈຕະນາເວັ້ນຈາກອະທິນນາທານ ເປັນກຸສົລ ; ເຈຕະນາເວັ້ນຈາກກາເມສຸມິຈສາຈາຣ ເປັນກຸສົລ ; ເຈຕະນາເວັ້ນຈາກ
ມຸສາວາດ ເປັນກຸສົລ ; ເຈຕະນາເວັ້ນຈາກປິສຸນະວາດ ເປັນກຸສົລ ; ເຈຕະນາເວັ້ນຈາກຜະຣຸສະວາດ ເປັນກຸສົລ ; ເຈຕະນາເວັ້ນຈາກສັມຜັປປະລາປະວາດ ເປັນກຸສົລ ;
ອະນະພິຊຊາເປັນກຸສົລ ; ອັບພະຢາປາດະ ເປັນກຸສົລ ; ສັມມາທິຕຖິ ເປັນກຸສົລ ; ທ່ານຜູ່ມີອາຍຸ ທ. ! ເຫຼົ່ານີ້ທ່ານກ່າວວ່າ ເປັນກຸສົລ”.
“ທ່ານຜູ່ມີອາຍຸ ທ. ! ສິ່ງທີ່ເອີ້ນວ່າ ກຸສົລມູລ ນັ້ນ ເປັນແນວໃດໜໍ ? ອະໂລພະ ເປັນກຸສົລມູລ ; ອະໂທສະ ເປັນກຸສົລມູລ ; ອະໂມຫະ ເປັນກຸສົລມູລ. ທ່ານຜູ່ມີອາຍຸ ທ. ! ເຫຼົ່ານີ້ທ່ານກ່າວວ່າ ເປັນກຸສົລມູລ”.
“ທ່ານຜູ່ມີອາຍຸ ທ. ! ໃນການໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອະກຸສົລເຊັ່ນນີ້, ຮູ້ແຈ້ງຊຶ່ງອະກຸສົລມູລເຊັ່ນນີ້, ຮູ້ແຈ້ງຊຶ່ງກຸສົລເຊັ່ນນີ້, ຮູ້ແຈ້ງຊຶ່ງກຸສົລມູລເຊັ່ນນີ້.
ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິແລະມານະວ່າ ເຮົາມີ ເຮົາເປັນໄດ້ ໂດຍປະການທັງປວງ ລະອະວິຊຊາແລ້ວ ເຮັດ
ວິຊຊາໃຫ້ເກີດຂຶ້ນ ເຂົາເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ນັ້ນແລ ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕມີປະທານທໍ່ນີ້ແລ ອະຣິຍະສາວົກນັ້ນຊື່ວ່າ ເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.
ຂ. ໝວດເນື່ອງດ້ວຍອາຫາຣສີ່
“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໗໙
“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກຮູ້ແຈ້ງ ຊຶ່ງ ອາຫາຣ ຊຶ່ງ ເຫຕເປັນແດນເກີດແຫ່ງອາຫາຣ ຊຶ່ງ ຄວາມດັບບໍ່ເຫຼືອແຫ່ງອາຫາຣ ຊຶ່ງ ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ໃຫ້ເຫຼືອແຫ່ງອາຫາຣ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕທີ່ມີປະມານທໍ່ນີ້ ອະຣິຍະສາວົກນັ້ນຊື່ວ່າ ເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້. ທ່ານຜູ່ມີອາຍຸ ທ. ! ອາຫາຣ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງອາຫາຣ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງອາຫາຣ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ອາຫາຣ ເປັນແນວໃດໜໍ ?
ທ່ານຜູ່ມີອາຍຸ ທ. ! ອາຫາຣ ໔ ຢ່າງ ເຫຼົ່ານີ້ ຍ່ອມເປັນໄປເພື່ອຄວາມດໍາຣົງຢູ່ ຂອງພູຕະສັຕທັງຫຼາຍ ຫຼື ວ່າເພື່ອອະນຸເຄາະແກ່ສັມພະເວສີທັງຫຼາຍ. ອາຫາຣສີ່ຢ່າງ ແນວໃດໜໍ ? ສີ່ຢ່າງຄື : ກະພະລີກາຣາຫາຣ ທີ່ຫຍາບແດ່ ລະອຽດແດ່ (ເປັນທີໜຶ່ງ). ຜັສສາຫາຣ ເປັນທີສອງ, ມະໂນສັນເຈຕະນາຫາຣ ເປັນທີສາມ, ວິນຍານາຫາຣ ເປັນທີສີ່.
ຄວາມກໍ່ຂຶ້ນພ້ອມແຫ່ງອາຫາຣ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງ ຕັນຫາ.
ຄວາມດັບບໍ່ເຫຼືອແຫ່ງອາຫາຣ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງ ຕັນຫາ.
ມັຄຄະອັນປະກອບດ້ວຍອົງຄ໌ແປດ ອັນປະເສີດນີ້ນັນເອງ ເປັນ ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫາຣ ; ໄດ້ແກ່ສິ່ງເຫຼົ່ານີ້ຄື : ຄວາມເຫັນຖືກຕ້ອງ ຄວາມ ດໍາຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດວຽກງານຖືກຕ້ອງ ການລ້ຽງຊີບຖືກຕ້ອງ ຄວາມພາກພຽນຖືກຕ້ອງ ການລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ”.
໘໘໐ ອະຣິຍະສັຈຈ໌ຈາກພຣະໂອຖະ








