ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຄໍາທີ່ກ່າວກັນວ່າ “ສັມມາທິຕຖິ ສັມມາທິຕຖິ” ດັ່ງນີ້ ; ສັມມາທິຕຖິ ຍ່ອມມີດ້ວຍເຫຕພຽງທໍ່ໃດໜໍ ຂ້ານ້ອຍ ?”.
ກັຈຈານະ ! ສັຕໂລກນີ້ ອາໄສແລ້ວຊຶ່ງສ່ວນສຸດທັງສອງໂດຍສ່ວນຫຼາຍຄື :
ສ່ວນສຸດວ່າສິ່ງທັງປວງມີ (ອັຕຖິຕາ) ແລະ ສ່ວນສຸດວ່າສິ່ງທັງປວງບໍ່ມີ (ນັຕຖິຕາ).
໘໗໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ກັຈຈານະ ! ເມື່ອບຸຄຄົນເຫັນດ້ວຍປັນຍາອັນຖືກຕ້ອງ ຕາມທີ່ເປັນຈິງ ຊຶ່ງທັມເປັນແດນເກີດແຫ່ງໂລກ (ໂລກະສະມຸທະຢະ) ຢູ່, ທິຕຖິທີ່ວ່າສິ່ງທັງປວງບໍ່ມີໃນໂລກ ຍ່ອມບໍ່ມີ.
ກັຈຈານະ ! ເມື່ອບຸຄຄົນເຫັນດ້ວຍປັນຍາອັນຖືກຕ້ອງ ຕາມທີ່ເປັນຈິງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງໂລກ (ໂລກະນິໂຣດະ) ຢູ່, ທິຕຖິທີ່ວ່າສິ່ງທັງປວງມີໃນໂລກ ຍ່ອມບໍ່ມີ.
ກັຈຈານະ ! ສັຕໂລກນີ້ໂດຍສ່ວນຫຼາຍ ມີອຸປາຢະ ອຸປາທານະ ແລະ ອະພິນິເວສະ ເປັນເຄື່ອງຜູກພັນ໑ ; ສ່ວນ ສັມມາທິຕຖິນີ້ ຍ່ອມບໍ່ເຂົ້າໄປຫາ ຍ່ອມບໍ່ຢຶດໝັ້ນ ຍ່ອມ
ບໍ່ຕັ້ງທັບ ຊຶ່ງອຸປາຢະແລະອຸປາທານທັງສອງນັ້ນ ໃນຖານະເປັນທີ່ຕັ້ງທັບ ເປັນບ່ອນຕາມນອນ ແຫ່ງອະພິນິເວສະຂອງຈິຕ ວ່າ : “ອັຕຕາຂອງເຮົາ” ດັ່ງນີ້. “ທຸກຂ໌ນັ້ນແຫຼະ ເມື່ອເກີດຍ່ອມເກີດ ທຸກຂ໌ນັ້ນແຫຼະ ເມື່ອດັບຍ່ອມດັບ” ດັ່ງນີ້ ເປັນ ສັຈຈະທີ່ຜູ່ມີສັມມາທິຕຖິ ບໍ່ສົງໄສ ບໍ່ລັງເລ. ຍານດັ່ງນີ້ນັ້ນ ຍ່ອມມີແກ່ເຂົາໃນກໍລະນີນີ້ ໂດຍບໍ່ມີຜູ່ອື່ນເປັນປັຈຈັຍ ເພື່ອຄວາມເຊື່ອ.
ກັຈຈານະ ! ສັມມາທິຕຖິ ຍ່ອມມີດ້ວຍເຫຕພຽງທໍ່ນີ້ແລ.
(ສັມມາທິຕຖິຊະນິດນີ້ ເປັນ ສັມມາທິຕຖິລະດັບໂລກຸຕຕະຣະ ຄືເປັນໄປເພື່ອໂລກຸຕຕະຣະ ບໍ່ເປັນໄປເພື່ອ
ອາສະວະ ບໍ່ມີສ່ວນແຫ່ງບຸນຍ໌ ບໍ່ຄ່ອຍຜ່ານສາຍຕາ ບໍ່ຄ່ອຍຜ່ານຫູຜູ່ສຶກສາທົ່ວໆໄປ).
- ນິທານ. ສັງ. ໑໖/໒໐ - ໒໑/໔໒ - ໔໓.
໑. ຄໍານີ້ເປັນບາລີວ່າ ອຸປາຢຸປາທານາພິນິເວສະວິນິພັນໂດ : ອຸປາຢະ ຄືຕັນຫາເຄື່ອງນໍາເຂົ້າໄປ,
ອຸປາທານະ ຄືອຸປາທານ ເຄື່ອງຢຶດໝັ້ນ, ອະພິນິເວສະ ຄືອະນຸສັຍເປັນເຄື່ອງນອນຕາມ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໗໗
ສັມມາທິຕຖິໂລກຸຕຕະຣະ ນານາແບບ
(ຕາມຄໍາພຣະສາຣີບຸຕ)
(໑. ເຖິງຈະເປັນສາຣີບຸຕເຖຣະພາສິຕ ແຕ່ກໍນໍາມາໄສ່ໄວ້ໃນບ່ອນນີ້ດ້ວຍ ເພື່ອຄວາມສົມບູນແຫ່ງການສຶກສາເລື່ອງສັມມາທິຕຖິ. ໒. ເປັນໂຕຢ່າງການເວົ້າຂອງສາວົກ ທີ່ໃຊ້ຄໍາເວົ້າຂອງພຣະພຸດທະເຈົ້າ ມາເວົ້າບອກສອນ ອະທິບາຍ. ໓. ໂຕຢ່າງການເຫັນທັມມະແບບຕ່າງໆ ໂດຍໃຊ້ຫຼັກອະຣິຍະສັຈຈ໌ສີ່ ຈົນເປັນເຫຕໃຫ້ໄດ້ອະຣິຍະບຸຄຄົນພົ້ນຈາກທຸກຂ໌)
ກ. ໝວດເນື່ອງດ້ວຍ ກຸສົລທັມ - ອະກຸສົລທັມ
“ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກ ມາຮູ້ແຈ້ງຊຶ່ງອະກຸສົລ ແລະ
ອະກຸສົລມູລດ້ວຍ ມາຮູ້ແຈ້ງຊຶ່ງກຸສົລ ແລະ ກຸສົລມູລດ້ວຍ ; ແມ່ນວ່າດ້ວຍເຫຕພຽງທໍ່ນີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.
“ທ່ານຜູ່ມີອາຍຸ ທ. ! ສິ່ງທີ່ເອີ້ນວ່າ ອະກຸສົລ ນັ້ນ ເປັນແນວໃດໜໍ ? ທ່ານຜູ່ມີອາຍຸ ທ. ! ການເຮັດໃຫ້ສັຕທີ່ມີຊີວິຕໃຫ້ມອດມ້ວຍ ເປັນອະກຸສົລ ; ການຖືເອົາສິ່ງຂອງທີ່
ເຈົ້າຂອງບໍ່ໄດ້ໃຫ້ ເປັນອະກຸສົລ ; ການປະພຶຕຜິດໃນກາມ ເປັນອະກຸສົລ ; ການກ່າວຂີ້ຕົວະ ເປັນອະກຸສົລ ; ວາຈາສໍ່ສຽດ ເປັນອະກຸສົລ ; ວາຈາຫຍາບ ເປັນອະກຸສົລ ; ການກ່າວໂລເລ ເປັນອະກຸສົລ ; ອະພິຊຊາ ເປັນອະກຸສົລ ; ພະຍາບາດ ເປັນອະກຸສົລ ; ມິຈສາທິຕຖິ ເປັນອະກຸສົລ. ທ່ານຜູ່ມີອາຍຸ ທ. ! ເຫຼົ່ານີ້ທ່ານກ່າວວ່າ ເປັນອະກຸສົລ”.
ທ່ານຜູ່ມີອາຍຸ ທ. ! ສິ່ງທີ່ເອີ້ນ ອະກຸສົລມູລ ນັ້ນເປັນແນວໃດໜໍ ? ໂລພະ ເປັນ
ອະກຸສົລມູລ ; ໂທສະ ເປັນອະກຸສົລມູລ ; ໂມຫະ ເປັນອະກຸສົລມູລ ; ທ່ານຜູ່ມີອາຍຸ ທ. ! ເຫຼົ່ານີ້ທ່ານກ່າວວ່າ ເປັນອະກຸສົລມູລ”.
໘໗໘ ອະຣິຍະສັຈຈ໌ຈາກພຣະໂອຖະ








