ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ສັມມາທິຕຖິ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວແມ່ນສັມມາທິຕຖິວ່າມີຢູ່ໂດຍສ່ວນສອງ ຄື ສັມມາທິຕຖິ ທີ່ຍັງເປັນໄປກັບດ້ວຍອາສະວະ (ສາສະວະ)໑ ເປັນສ່ວນແຫ່ງບຸນຍ໌ (ປຸນຍະພາຄິຢະ) ມີອຸປະທິເປັນວິບາກ (ອຸປະດິເວປັກກະ) ກໍມີຢູ່, ສັມມາທິຕຖິ ອັນເປັນອະຣິຍະ (ອະຣິຢະ) ບໍ່ມີອາສະວະ (ອະນາສະວະ) ເປັນໂລກຸຕຕະຣະ (ໂລກຸຕຕະຣະ) ເປັນອົງຄ໌ແຫ່ງມັຄຄ໌ (ມັຄຄັງຄະ) ກໍມີຢູ່
໑. ຄໍາແປຂອງຄໍາບັນຍັຕອັນເລິກເຊິ່ງ ເຊັ່ນຄໍາວ່າ ສາສະວະ ເປັນຕົ້ນ ເຫຼົ່ານີ້ ໃນບ່ອນນີ້ແປໄວ້ຢ່າງຫຍໍ້ໆ
ຕາມທີ່ເຄີຍແປກັນ ບາງເທື່ອກໍແປຢ່າງຂະຫຍາຍຄວາມໃຫ້ແຈ່ມແຈ້ງຊັດເຈນກໍມີ ຜູ່ສົນໃຈຫາເບິ່ງໄດ້
ຈາກຄໍາແປຂອງຄໍາເຫຼົ່ານີ້ ອັນມີຢູ່ໃນຫົວຂໍ້ວ່າ “ການເຮັດໜ້າທີ່ສໍາພັນກັນຂອງບໍຣິຂາຣເຈັດ” ແຫ່ງໝວດ
ສັມມາທິຕຖິ ແຫ່ງປຶ້ມຫົວນີ້ ທີ່ໜ້າ ໑໒໘໗ ຖັນທີ ໘ ໄປ.
໘໗໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ສັມມາທິຕຖິ ທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີອຸປະທິເປັນວິບາກນັ້ນ ເປັນແນວໃດໜໍ ? ຄືສັມມາທິຕຖິທີ່ວ່າ “ທານທີ່ໃຫ້ແລ້ວ ມີ (ຜົລ), ຍັນທີ່ບູຊາແລ້ວ ມີ (ຜົລ), ການບູຊາທີ່ບູຊາແລ້ວ ມີ (ຜົລ), ຜົລວິບາກແຫ່ງກັມທີ່ສັຕເຮັດດີເຮັດຊົ່ວ ມີ, ໂລກນີ້ ມີ, ໂລກອື່ນ ມີ, ມານດາ ມີ, ບິດາ ມີ, ໂອປະປາຕິກະສັຕ ມີ, ສະມະນະພຣາມທີ່ໄປແລ້ວ ປະຕິບັຕແລ້ວໂດຍຖືກຕ້ອງ ຈົນເຮັດໃຫ້ແຈ້ງໂລກນີ້ ແລະ ໂລກອື່ນ ດ້ວຍປັນຍາໂດຍຖືກຕ້ອງເອງ ແລະ ປະກາດໃຫ້ຜູ່ອື່ນຮູ້ ກໍມີຢູ່” ດັ່ງນີ້. ພິກຂຸ ທ. ! ນີ້ຄື ສັມມາທິຕຖິ ທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີອຸປະທິເປັນວິບາກ.
ພິກຂຸ ທ. ! ສັມມາທິຕຖິ ອັນເປັນອະຣິຍະ ບໍ່ມີອາສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄຄ໌ ນັ້ນ ເປັນແນວໃດໜໍ ? ຄືສັມມາທິຕຖິທີ່ໄດ້ແກ່ ປັນຍາ ປັນຍິນທຣີຢະ ປັນຍາພະລະ ທັມມະວິຈະຢະສັມໂພຊຊົງຄ໌ ແລະ ສັມມາທິຕຖິເປັນອົງຄ໌ແຫ່ງມັຄຄ໌ ຂອງຜູ່ມີອະຣິຍະຈິຕ ຂອງຜູ່ມີອະນາສະວະຈິຕ ຂອງຜູ່ເປັນອະຣິຍະມັຄຄະສະມັງຄີ ຜູ່ຈະເຣີນຢູ່ຊຶ່ງອະຣິຍະມັຄຄະ. ພິກຂຸ ທ. ! ນີ້ຄື ສັມມາທິຕຖິ ອັນເປັນອະຣິຍະ ບໍ່ມີ
ອາສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄຄ໌ .
- ອຸປຣິ. ມ. ໑໔/໑໘໑/໒໕໖ - ໒໕໗.
(ຜູ່ສຶກສາ ຈົ່ງສັງເກດໃຫ້ເຫັນວ່າ ສັມມາທິຕຖິ ໆ ຄໍາດຽວກັນນີ້ ແຍກອອກໄປໄດ້ຢ່າງກົງກັນຂ້າມຄື : ພວກໜຶ່ງມີອາສະວະ ເປັນໄປເພື່ອອາສະວະ ມີສ່ວນແຫ່ງບຸນຍ໌ ອັນເປັນອຸປະທິ ມີລັກສະນະເປັນໂຕຕົນ ຫຼື ເນື່ອງດ້ວຍ
ໂຕຕົນ ສ່ວນສັມມາທິຕຖິອີກຊະນິດໜຶ່ງນັ້ນ ກົງກັນຂ້າມຢ່າງໝົດສ້ຽງ ບໍ່ມີລັກສະນະແຫ່ງໂຕຕົນ ບໍ່ກ່ຽວຂ້ອງກັບບຸນຍ໌ ແຖມຍັງນໍາໄປສູ່ໂລກຸຕຕະຣະດ້ວຍ ຈຶ່ງແບ່ງແຍກເປັນໂລກິຍະສັມມາທິຕຖິ ແລະໂລກຸຕຕະຣະ ສັມມາ
ທິຕຖິ ບໍ່ຄວນເອົາໄປປົນກັນ ຫຼື ໃຊ້ແທນກັນຢ່າງທີ່ເວົ້າກັນຢ່າງບໍ່ລະວັງ ຫຼື ລະຫຼວມ ຈົນເຂົ້າໃຈທັມມະໃນພຣະພຸດທະສາສນາບໍ່ໄດ້ ຂໍໃຫ້ຊ່ວຍກັນລະວັງໃຫ້ຫຼາຍທີ່ສຸດ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໗໕
ໝວດ ຂ. ວ່າດ້ວຍ ລັກສະນະ-ອຸປະມາ-ໄວພົດ ຂອງສັມມາທິຕຖິ
ລັກສະນະຂອງສັມມາທິຕຖິ
ພິກຂຸ ທ. ! ພິກຂຸເຫັນ ຈັກຂຸ ອັນບໍ່ທ່ຽງນັ້ນແລ ວ່າບໍ່ທ່ຽງ ຄວາມເຫັນເຊັ່ນນັ້ນ ເປັນສັມມາທິຕຖິ (ການເຫັນຢູ່ໂດຍຖືກຕ້ອງ) ຂອງພິກຂຸນັ້ນ.
ເມື່ອເຫັນຢູ່ໂດຍຖືກຕ້ອງ ຍ່ອມເບື່ອໜ່າຍ ;
ເພາະຄວາມດັບສິ້ນໄປແຫ່ງນັນທິ ຈຶ່ງມີຄວາມດັບສິ້ນໄປແຫ່ງຣາຄະ ;
ເພາະຄວາມດັບສິ້ນໄປແຫ່ງຣາຄະ ຈຶ່ງມີຄວາມດັບສິ້ນໄປແຫ່ງນັນທິ ;
ເພາະຄວາມດັບສິ້ນໄປແຫ່ງນັນທິ ແລະ ຣາຄະ ກ່າວໄດ້ວ່າ “ຈິຕຫຼຸດພົ້ນແລ້ວດ້ວຍດີ” ດັ່ງນີ້.
(ໃນກໍລະນີແຫ່ງອາຍະຕະນະພາຍໃນທີ່ເຫຼືອອີກ ໕ ຄື : ໂສຕະ ຄານະ ຊິວຫາ ກາຢະ ມະໂນ ແລະ ກໍລະນີແຫ່ງອາຍະຕະນະພາຍນອກ ໖ ຄື : ຮູບ ສຽງ ກິ່ນ ຣົສ ໂຜຕຖັບພະ ທັມມາຣົມ ກໍຕຣັດແບບດຽວກັນກັບ ໃນກໍລະນີແຫ່ງຈັກຂຸ ທຸກປະການ).
- ສລາ. ສັງ. ໑໘/໑໗໙/໒໔໕ - ໒໔໖.
ລັກສະນະຂອງສັມມາທິຕຖິ (ອີກປະຣິຍາຍໜຶ່ງ)
(ລະດັບສູງສຸດ)








